ປະເມີນ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

SA Game

ຂປລ

ແຂວງຫລວງພະບາງ  ສ້າງຄວາມເຂັ້ມແຂງ ການປະເມີນຜົນກາງສະໄໝ ສຳ​ລັບການປະຕິບັດແຜນພັດທະນາ

ໃນວັນທີ 24-26 ພຶດສະພາ 2023 ຢູ່ແຂວງຫລວງພະບາງ ກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ຈັດກອງປະ ຊຸມ ສ້າງຄວາມເຂັ້ມແຂງທີ່ຕິດພັນກັບ ການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ, ການເຜີຍແຜ່ການຄົ້ນຄວ້າ, ການສ້າງປຶ້ມຄູ່ມື ແລະ ການພັດທະນາຖານຂໍ້ມູນ ໃນຂົງເຂດກໍາມາທິການແຜນການ, ການເງິນ ແລະ ການກວດສອບ

ໂດຍການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ມີຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ວິຊາການພາຍໃນກຳມາທິການ ແລະ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບ ປະມານ ປະຈໍາປີ 2022 ແລະ ແຜນກສນປະຈໍາປີ 2023

SA Game
ຂປລ

ສະເໜີແຜນການປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຜົນການຄົ້ນຄວ້າທີ່ກ່ຽວຂ້ອງ ແລະ ການພັດທະນາຖານຂໍ້ມູນ (ສະບັບຮ່າງ)

ການສະເໜີແຜນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນງົບປະມານແຫ່ງລັດ ແລະ ເງິນຕາ

ຫລັກການ, ກົນໄກ ແລະ ວິທີການປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຫລັກການ, ກົນໄກ ແລະ ວິທີການປະເມີນຜົນແຜນກາງສະໄໝຕໍ່ແຜນງົບປະມານແຫ່ງລັດ, ແຜນເງິນຕາ

ການສະເໜີເຕັກນິກວິທີການສ້າງຖານຂໍ້ມູນ ແລະ ການເຊື່ອມໂຍງຖານຂໍ້ມູນ ທີ່ຕິດພັນກັບການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ບົດຮຽນສາກົນກ່ຽວກັບການປະເມີນຜົນ ແລະ ການສ້າງຖານຂໍ້ມູນການປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມອຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ

ບົດ ຮຽນສາກົນກ່ຽວກັບການປະເມີນຜົນ ແຜນງົບປະມານແຫ່ງລັດ ແລະ ເງິນຕາ; ເຕັກນິກວິທີການ ອອກແບບແອັບ ສຳລັບສ້າງຖານຂໍ້ມູນ ແລະ ເຊື່ອມໂຍງຂໍ້ມູນ ລວມທັງງົບປະມານການໃຊ້ຈ່າຍການອອກແບບການນຳໃຊ້ ແລະ ຮັກສາຖານຂໍ້ມູນ

ສະເໜີໂຄງຮ່າງການປະເມີນ ພາກສະເໜີ, ຈຸດແະສົງ, ທົບທວນວັນນະກຳ, ວິທີວິທະຍາ (ວິທີວິໄຈປະລິມານ ແລະ ຄຸນນະພາບ, ຕົວປ່ຽນແປງ, ກຸ່ມຕົວຢ່າງ, ການເກັບກຳຂໍ້ມູນ, ວິທີວິເຄາະ), ການຂຽນລາຍງານ ແລະ ສະຫລຸບຜົນການປະເມີນ.

ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ແບ່ງກຸ່ມເພື່ອຄົ້ນຄວ້າ, ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ຂຶ້ນສະເໜີບົດກ່ຽວກັບ ແຜນການປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

SA Game
ຂປລ

ແຜນການຄົ້ນຄວ້າແຜນງົບປະມານແຫ່ງລັດ ແລະ ແຜນການຄົ້ນຄວ້າແຜນເງິນຕາ ຈາກຕາງໜ້າແຕ່ງລະກຸ່ມ ແລະ ນັບຟັງການສະເໜີແຜນການເຄື່ອນໄຫວຂອງ ກຳມາທິການແຜນການ, ການເງິນ ແລະ ການກວດສອບ ໃນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ, ການສ້າງ ແລະ ການເຊື່ອມໂຍງແຜນເງິນຕາ, ການສ້າງ ແລະ ການເຊື່ອມໂຍງຖານຂໍ້ມູນ (ສະບັບປັບປຸງ). ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາຄິດຄໍາເຫັນໃສ່ຫົວຂໍ້ດັ່ງກ່າວ ຕາມຄໍາເຫັນເຈາະຈີ້ມຂອງປະທານກອງປະຊຸມ ເພື່ອຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.