ປະເພນີລາວ ບຸນ​ເຂົ້າ​ຈີ່ ໃນ​ມື້​ເດືອນ​ເພັງ ເດືອນ​ສາມ​ຂອງ​ລາວ

SA Game

ອິນ​ໄຊ​ລາວ

ມື້​ພະ​ຈັນ​ເຕັມ​ດວງ​ກັບ ບຸນເຂົ້າຈີ່ ປະເພນີລາວທີ່​ສືບ​ທອດ​ກັນ​ມາ​ຈາກ​ບູ​ຮານ​ນະ​ການ

ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວປັ້ນເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ, ການເຮັດບຸນນີ້ ຈະນິຍົມເຮັດໃນ ເດືອນສາມ ຈະເປັນມື້ຂຶ້ນ ຫຼື ມື້ແຮມກໍໄດ້ ແຕ່ເຄີຍເຮັດກັນມາແມ່ນກາງເດືອນສາມລາວ, ບຸນເຂົ້າຈີ່ ປະເພນີລາວ ຈັດຂຶ້ນໃນມື້ 15 ຄ່ຳ ເດືອນ 03 ເພັງ ພະຈັນເຕັມດວງ ກົງກັບ ວັນອາທິດ, ວັນທີ 5 ກຸມພາ 2023, ເຊິ່ງບຸນເຂົ້າຈີ່ບ້ານ ຜ້າໂອ ເມືອງຫຼວງພະບາງ ແຂວງຫຼວງພະບາງ ທີ່ມີພິທີການແຕກຕ່າງຈາກບ້ານອື້ນໆ ໂດຍຈະມີການປັ່ນເຂົ້າຈີ່ໃສ່ໄມ້ຂອງໃຜມັນ ແລ້ວນຳໄປຈີ່ໃຫ້ສຸກ ຫຼັງຈາກນັ້ນຈຶ່ງນຳໄປແຫ່, ໃນຂະນະທີ່ແຫ່ຈະມີການຕ່ອຍກັນໄປນຳ ຕາມຄວາມເຊື່ອຂອງຊາວບ້ານຜາໂອ.

ຈາກການສອບຖາມ ນາງ ພອນ ປະຊາຊົນບ້ານຜາໂອ, ເມືອງຫຼວງພະບາງ, ແຂວງຫຼວງພະບາງເວົ້າວ່າ: ບຸນເຂົ້າຈີບ້ານຜາໂອ ຈະແຕກຕ່າງຈາກບ້ານອື່ນໆ ເພາະວ່າເພີ່ນໄດ້ນຳໄມ້ຂອງໃຜມັນມາ ເພື່ອຈີ່ເຂົ້າໃຫ້ສຸກ ຫຼັງຈາກນັ້ນນຳໄປແຫ່, ໃນຂະນະທີ່ແຫ່ໄດ້ມີການຕ່ອຍກັນໄປນຳ ຖ້າຫາກວ່າເຂົ້າຈີ່ໃຜຕົກກ່ອນ ແມ່ນປີນີ້ຈະເຮັດໃຫ້ຊີວິດການເປັນຢູ່ມີຄວາມສັບສົນວຸ້ນວາຍ

SA Game
ອິນ​ໄຊ​ລາວ

ຕ່າງຈາກຜູ້ທີ່ເຂົ້າຈີ່ຍັງຢູ່ໄມ້ ແມ່ນຊີວິດໃນປີນີ້ຈະມີແຕ່ຄວາມຜາສຸກ ຕາມຄວາມເຊື່ອຂອງຊາວບ້ານ, ເພິ່ນຈະປະກາດໃຫ້ຊາວບ້ານໄປເຕົ້າໂຮມກັນທີ່ວັດເພື່ອ ຕຽມເຂົ້າທີ່ຈະຈີ່ ຕຽມໄມ້ ໄວ້ສຽບເຂົ້າ ເຄື່ອງທາ ເຂົ້າຈີ່ ຈະເປັນໄຂ່ ຫຼື ໃສ່ນໍ້າອ້ອຍຂ້າງໃນ ໃຫ້ຫອມຫວານມັນ ກໍແລ້ວແຕ່ສັດທາຂອງບຸກຄົນນັ້ນໆ, ການຕັ້ງໄຟຈີ່ເຂົ້າ ຕ້ອງໄດ້ເຮັດແຕ່ເຊົ້າ ພໍເຂົ້າຈີ່ສຸກ ກໍເອົາໄປຖວາຍ ພ້ອມກັບອາຫານຫວານຄາວຢ່າງອື່ນໆ.

ບຸນເຂົ້າຈີ່ ໄດ້ມີຕຳນານເລົ່າຂານກັນມາວ່າ: ໃນເມືອງຣາຊຄຣຶນີ້ ມີຍິງຍາກໄຮ້ເຂັນໃຈຢູ່ນາງໜຶ່ງ ຊຶ່ງໃນເວລາຕໍ່ມາ ນາງໄດ້ໄປເປັນຄົນຮັບໃຊ້ ເຮືອນເສດຖີຄົນ ຊື່ວ່າ ນາງ ປຸນນະທາສີ ມື້ໜຶ່ງ ເສດຖີຄົນນັ້ນ ໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ຊຶ່ງນາງກໍຕຳຈົນໝົດມື້ຈົນຮອດຄໍ່າກໍຍັງບໍ່ແລ້ວ, ມື້ຕໍ່ມາ ນາງໄດ້ລຸກແຕ່ເດິກ ໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງ ວຽກຈຶ່ງແລ້ວ, ນາງໄດ້ເອົາຮຳເຂົ້າໂດຍເຮັດເປັນແປ້ງ ປັ້ນແລ້ວ ໄດ້ນຳແປ້ງເຂົ້າ ນັ້ນໄປຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກຜ້າໄວ້ກິນເອງ ແລ້ວກໍຍ່າງໄປຕັກນໍ້າ, ພໍຍ່າງໄປຫາທ່ານໍ້າ ນາງໄດ້ເຫັນພຣະພຸດທະເຈົ້າ ແລະ ພຣະອານົນ ກໍເລີຍເກີດຄວາມສັທທາ ເຫຼື້ອມໃສ ໂດຍມາຄຶດວ່າ ຕົວເຮົານີ້ຕົກທຸກໄດ້ຍາກລຳບາກແສນເຂັນ ທັງກາຍ ແລະ ໃຈ ຕ້ອງອາໄສເສດຖີລ້ຽງຊີວິດຢູ່ເປັນມື້ເປັນວັນໄປເທົ່ານັ້ນ ກໍເພາະວ່າເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສີນໄວ້ໃນຊາດ ປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນລຳບາກເຫຼືອຫຼາຍ ແຕ່ວ່າເຮົາໄດ້ພົບພຣະພຸທທະເຈົ້າແລ້ວ ແຕ່ບໍ່ໄດ້ມີຫຍັງ ມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະ ບໍ່ຄຶດວ່າພຣະພຸດທະອົງຈະຮັບສັນໄດ້ ອີກໃຈໜຶ່ງກໍຄຶດວ່າ ພຣະພຸທທະອົງຍ່ອມມີຄວາມເມຕຕາກະຣຸນາອັນຍິ່ງໃຫຍ່ ອາດຈະບໍ່ຖືວ່າເປັນຂອງເປີເປື້ອນ ຫຼື ຕໍ່າ, ເມື່ອນາງຄຶດໄດ້ດັ່ງນັ້ນ ແລ້ວ ຈຶ່ງຍ່າງ ເຂົ້າໄປຫາພຣະບໍຣົມມະສາສດາວ່າ ພັນເຕ ຂ້າແດ່ພຣະອົງຜູ້ຈະເຣີນ ຂໍພຣະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພຣະພຸທທະອົງໄດ້ເປີດບາດ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີ, ນາງກໍຄຶດໃນໃຈວ່າ ພຣະພຸທ ທະອົງຈະເດີນທາງໄປບ້ານເສດຖີ ຍ່ອມຈະມີອາຫານອັນປານີດ ມີກິ່ນຫອມ ແລະ ໜ້າສັນທັ້ງນັ້ນ ແລ້ວເຂົ້າຈີ່ທີ່ນາງຖວາຍ ໄປນີ້ ກໍຄົງຈະເອົາໄປຖິ້ມເປັນອາຫານຂອງນົກຂອງກາເປັນແນ່ແທ້.

SA Game
ອິນ​ໄຊ​ລາວ

ພຣະພຸທທະອົງໄດ້ຮູ້ເຖິງພາວະຈິດຂອງນາງ ຈຶ່ງໄດ້ບອກໃຫ້ພຣະອານົນປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນ ເຂົ້າຈີ່ກ້ອນນັ້ນໃຫ້ນາງປຸນນະທາສີເຫັນ ຫຼັງຈາກສັນເຂົ້າຈີ່ນັ້ນແລ້ວ, ພຣະອົງຊົງໂຜດນາງປຸນນະທາສີໂດຍ ສະແດງພຣະທັມມະ ເທສນາອະນຸໂມທະນາວ່າ ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນຕົນໜຶ່ງ ອັນມີຢູ່ໃນມະນຸສໂລກນີ້ ຈະມາກມາຍເປັນໝື່ນເປັນແສນ ຫຼືຫຼາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນໜຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັທທາບໍ່ໄດ້ ເພາະວ່າໂພຄະຊັບທີ່ມີຢູ່ກັບ ຄົນຕະນີ່ນັ້ນບໍ່ເປັນປະໂຫຍດອັນໃດເລີຍ ແມນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງໄປລ້າໆ ຄັ້ນຜູ້ຕະນີ່ຄົນນັ້ນ ຕາຍໄປ ສົມບັດເຫລົ່ານັ້ນກໍເປັນຂອງຄົນອື່ນ ແລະກໍບໍ່ໄດ້ຕິດຕາມຕົນໄປສູ່ປາຣະພົບຂ້າງໜ້າ ປຽບທຽບ ກັບທານອັນມີປະມານ ນ້ອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພຣະອະຣິຍະເຈົ້ານັ້ນເປັນບັນໄດສູ່ສວັນ ສູ່ສຸຄຕິ ແລະເປັນສະບຽງ ລ້ຽງຕົນໄປໃນຫົນທາງທຸລະ ກັນດານໃນຄາວທີ່ຕົນໄດ້ຕາຍໄປແລ້ວ.

ເມື່ອພຣະພຸທທະເຈົ້າເທສນາຈົບລົງແລ້ວ ນາງປຸນນະທາສີ ໄດ້ຊ້ອງສາທຸການໃນ ທານສົມບັດ ທີ່ຕົນໄດ້ກະທຳນັ້ນ ແລະ ຂາບລາເພື່ອໄປຕັກນໍ້າຕໍ່.

ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ເຮັດໄປນັ້ນ ເລີຍບໍ່ທັນໄດ້ ເບິ່ງທາງຍ່າງວ່າມີງູເຫົ່າຢູ່ທີ່ນັ້ນ ເລີຍຖືກງູເຫົ່າຕອດທີ່ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສຍຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງສະວັນສະເວີຍທິສົມບັດ ມີນາງຟ້າຕົນໜຶ່ງເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພຣະພຸທທະເຈົ້ານັ້ນເອງ, ດ້ວຍເຫດນີ້ຄົນລາວຊາວພຸດຈິ່ງໄດ້ປະຕິບັດສືບຖອດກັນມາຈົນເຖິງປະຈຸບັນນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.