ບຸນພະເຫວດ ບຸນປາງໃຫຍ່ ແລະ ສຳຄັນຂອງ​ພີ່​ນ້ອງ​ຊາວ​ລາວ

SA Game

ອິນ​ໄຊ​ລາວ

ບຸນພະເຫວດສັນດອນເປັນ​ບຸນ​ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ.

ແຕ່​ລະ​ປີ​ພໍ​ຕົກ​ມາ​ຮອດ​ໄລ​ຍະ​ບຸນ​ພະ​ເຫວດ, ແຕ່​ລະ​ບ້ານ​ຈະ​ມີ​ການ​ຈັດ​ງານ​ອິງ​ຕາມ​ມື້​ຂອງ​ບ້ານ​ນັ້ນ​ຈະ​ວ​ຽນ​ໄປ​ເລີ້ອຍໆ, ບຸນພະເຫວດ ຫຼື ບຸນມະຫາຊາດ ເປັນບຸນປາງໃຫຍ່ ທີ່ມີຄວາມສຳຄັນຫຼາຍ ໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນກົມກຽວກັນຂອງປະຊາຊົນລາວໃນແຕ່ລະທ້ອງຖິ່ນແຕ່ເໜືອຕະຫຼອດໃຕ້, ເພື່ອຮັກສາໄວ້ຮີດຄອງປະເພນີອັນດີງາມຂອງລາວ ທີ່ເຄີຍປະຕິບັດສືບທອດກັນມາແຕ່ດົນນານ.

ບຸນດັ່ງກ່າວຈະຈັດຂື້ນໃນລະຫວ່າງເດືອນ 4 ຫາ ເດືອນ 6 ລາວ ເຊິ່ງກົງກັບ ເດືອນ ມີນາ ຫາ ເດືອນ ພຶດສະພາ ຂອງທຸກໆປີ. ໃນແຕ່ລະທ້ອງຖິ່ນອາດມີເງື່ອນໄຂໃນການຈັດງານບຸນນີ້ແຕກຕ່າງກັນ ແຕ່ເປົ້າໝາຍສ່ວນໃຫຍ່ແມ່ນການຟັງເທດນິທານຊາດົກເລື່ອງ “ພະເຫວດສັນດອນ” ໃຫ້ຈົບໃນມື້ໜື່ງວັນດຽວ ເພາະເຊື່ອວ່າບຸນກຸສົນແຫ່ງການໄດ້ຟັງເທດເລື່ອງ “ພະເຫວດສັນດອນ” ຈົນຈົບໃນວັນດຽວຈະໄດ້ພົບສາສະໜາຂອງພະສີອະລິຍະ (ພະພຸດທະເຈົ້າອົງໃໝ່ທີ່ຈະມາໃນພາຍພາກໜ້າ). ເປັນສາສະໜາທີ່ມີແຕ່ຄົນມີບຸນເທົ່ານັ້ນ. ດັ່ງນັ້ນ, ຈຶ່ງມີການເຮັດບຸນຟັງເທດນິທານເລື່ອງ ພະເຫວດສັນດອນມາຮອດທຸກມື້ນີ້.

SA Game
ອິນ​ໄຊ​ລາວ

ສຳລັບ ພິທີກຳ ແລະ ຂັ້ນຕອນຂອງການເຮັດບຸນພະເຫວດສັນດອນ ແມ່ນມີຫຼາຍຂັ້ນຕອນພໍສົມຄວນ ແຕ່ຈະຂໍສະເໜີເປັນບາງສ່ວນ ເຊັ່ນ: ພິທີກຳການແຫ່ພະເຫວດເຂົ້າເມືອງ ກໍເປັນຂັ້ນຕອນໜື່ງທີ່ສຳຄັນໃນການເຮັດບຸນພະເຫວດ.

ບາງທ້ອງຖິ່ນຍັງຮັກສາມູນເຊື້ອແບບດັ້ງເດີມທີ່ປູ່ຍ່າຕາຍາຍເຄີຍພາປະຕິບັດມາໂດຍສະເພາະແຖວເຂດນອກ. ບາງບ່ອນກໍດັດປັບໃຫ້ເຂົ້າກັບສະພາບຕົວຈິງຂອງສັງຄົມ ຫຼື ຕາມເງື່ອນໄຂຄວາມເໝາະສົມ.

ພິທີກຳການແຫ່ພະເຫວດເຂົ້າເມືອງ ມື້ບຸນເວລາປະມານບ່າຍສອງໂມງ ທັງເຖົ້າແກ່ ແລະ ນ້ອຍໜຸ່ມຍິງສາວ ໄດ້ພ້ອມພາກັນອອກໄປປ່າ ຫຼື ທົ່ງນາແຄມບ້ານ ເພື່ອເຮັດພິທີກຳເຊີນພະເຫວດເຂົ້າມາເມືອງ ໂດຍຈະມີ ຄູບາ, ຈົວເນນ ແລະ ສາລະວັດ ເປັນຜູ້ນຳພາ ຊຶ່ງເພິ່ນຈະມີບົດເປັນຄຳເຊີນ ແລະ ບົດຕອບຮັບລະຫວ່າງພະຍາສີສົນໄຊ ແລະ ພະເຫວດສັນດອນ ໂດຍສະເພາະຂອງເພິ່ນ ເມື່ອຈົບແລ້ວກໍພາກັນແຫນແຫ່ຜ້າພະເຫວດຍາວຫຼາຍແມັດ ທີ່ມີຮູບແຕ້ມແຕ່ລະຕອນຂອງນິທານ ກັບເມືອສູ່ສາລາວັດ ແລ້ວເພິ່ນກໍເລີ່ມສືບຕໍ່ພິທີຕໍ່ໄປ.

SA Game
ອິນ​ໄຊ​ລາວ

ບາງບ່ອນເຂົາເຈົ້າຈະເຮັດແບບເປັນຂະບວນໃຫຍ່ແຫ່ແຫນຢ່າງມ່ວນຊື່ນ ຊຶ່ງເຂົາເຈົ້າຈະເອົາຄົນມາແຕ່ງໂຕສົມມຸດເປັນພະຍາສີສົນໄຊ, ເປັນນາງ ພຸດສະດີ, ເປັນພະເຫວດ, ເປັນນາງມະທີ, ເປັນທ້າວ ຊາລີ, ນາງ ກັນຫາ, ຊຸຍຊະກະພາມ, ທະຫານ ແລະ ປະຊາຊົນແຫ່ແຫນແພນກັ້ງ.

ພ້ອມທັງມີໂຕຊ້າງ, ໂຕມ້າ ທີ່ເຮັດເປັນໂຄງຮ່າງເຮັດດ້ວຍໄມ້ໄຜ່ ຫຼື ເຫຼັກ ແລ້ວເອົາຜ້າຂ້າວມາຄຸມເປັນຫຸ່ນຊ້າງມ້າ ແລ້ວແຕ່ງແຕ້ມປະດັບປະດາໃຫ້ຈົບງາມ ບາງຄົນກໍເອົາເງິນຕິດໃສ່ແລ້ວແຕ່ສັດທາ. ພາກັນຍົກ ຫຼື ໃສ່ລົດແຫ່ໄປພາຍໃນບ້ານ ເພື່ອສ້າງສີສັນໃຫ້ງານບຸນມີຄວາມຄຶກຄື້ນມ່ວນຊື່ນ ພ້ອມທັງເປັນການຮັກສາໄວ້ຮີດຄອງປະເພນີຂອງລາວເຮົາ ບໍ່ໃຫ້ສູນຫາຍໄປ.

ອີກຢ່າງໜື່ງການເຮັດຫຸ່ນໂຕຊ້າງໂຕມ້າແຫ່ແຫນໃນງານບຸນພະເຫວດນີ້ ເພາະໃນສະໄໝນັ້ນ (ໃນນິທານ) ພາຫານະໃນການໃຊ້ເດີນທາງແມ່ນມີແຕ່ໂຕຊ້າງໂຕມ້າເທົ່ານັ້ນ ໃນການໄປອັນເຊີນພະເຫວດເຂົ້າມາເມືອງຂອງພະຍາສີສົນໄຊກໍໄດ້ອາໄສຂີ່ຊ້າງ ແລະລົດມ້າເປັນຂະບວນແຫ່ແຫນໄປ ເພາະຫົນທາງຈາກເມືອງປະເຊໄຊໄປຫາປ່າເຂົາວົງກົດແມ່ນໄກແສນໄກ ຕ້ອງໃຊ້ເວລາຫຼາຍເດືອນຈິ່ງຮອດ ເພາະສະນັ້ນຫຸ່ນໂຕຊ້າງ ແລະໂຕມ້າທີ່ເຂົາເຮັດໃນງານບຸນພະເຫວດຈິ່ງມີຄວາມໝາຍໃນການແຫ່ຂະບວນໄປເຊີນເອົາພະເຫວດເຂົ້າມາເມືອງນັ້ນແລ້ວ.

ຍັງບໍ່ພໍເທົ່ານັ້ນ ພະຍາສີສົນໄຊຍັງໃຫ້ເສນາອາມາດ ແປງທາງປູກຕົ້ນກ້ວຍ, ຕົ້ນອ້ອຍ, ຕົ້ນພ້າວ ແລະອື່ນ… ຕາມແຄມທາງ. ເມື່ອຕອນກັບມາກໍສາ ມາດເກັບກິນ ຂື້ນກິນ ຫັກກິນ ຜົນລະປູກຕ່າງໆນັ້ນໄດ້.

SA Game
ອິນ​ໄຊ​ລາວ

ສະນັ້ນ, ເຄື່ອງຕ່າງໆທີ່ກ່ຽວກັບນິທານພະເຫວດສັນດອນ ທີ່ເຮົາສັງເກດເຫັນ ບໍ່ວ່າຈະເປັນຫຸ່ນຊ້າງມ້າ ຫຼື ເຄື່ອງບູຊາຕ່າງໆ ໃນສາລາໃນຫໍທະມາດເຊັ່ນ: ງ້າວ, ປືນ, ຕົ້ນກ້ວຍ, ຕົ້ນອ້ອຍ, ເບ້ຍພ້າວ, ເບ້ຍພູ, ເບ້ຍໝາກ, ໝ້ຽງ, ໝາກ, ໝາກພ້າວອ່ອນ, ໄຫນ້ຳ,…ແມ່ນຈະມີຄວາມໝາຍທັງນັ້ນ ຕົວຢ່າງ: ງ້າວ ແລະປືນ ເປັນອາວຸດຂອງທະຫານ, ໄຫນ້ຳ ແມ່ນໝາຍເຖິງສະໂບກຂາລະເນ ທີ່ມີບົວ ແລະປູປາອຸດົມສົມບູນ ເປັນຕົ້ນ.

ດັ່ງນັ້ນ, ການເຮັດບຸນພະເຫວດ ບາງບ່ອນກໍໄດ້ເອົາໃຈໃສ່ເຮັດແທ້ທຳຈິງຕາມປູ່ຍ່າຕາຍາຍເຄີຍພາເຮັດມາ ເພື່ອໃຫ້ລູກຫຼານຄົນຮຸ່ນໃໝ່ທີ່ເປັນຜູ້ສືບທອດຕໍ່ໄປໄດ້ເຫັນຄວາມສຳຄັນຂອງຮີດຄອງປະເພນີອັນດີງາມຂອງລາວເຮົາ ແຕ່ບາງບ່ອນຍັງຖືເບົາເອົາງ່າຍ ເຮັດໄປພໍແລ້ວຮີດແລ້ວຄອງ ເຮັດໃຫ້ງານບຸນປະຈຳປີ ຫຼື ບຸນພະເຫວດ ໝົດຄວາມສຳຄັນໄປເທື່ອລະເລັກລະນ້ອຍນັ້ນເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.