ປະຫວັດຄວາມ​ເປັນ​ມາ​ຂອງ ພຣະກິວ ແຫ່ງນະຄອນຫຼວງພະບາງ

SA Game

Anousone Manisouk

ມາ​ເບິ່ງປະຫວັດຄວາມ​ເປັນ​ມາ​ຂອງ ພຣະກິວ ຂອງນະຄອນຫຼວງພະບາງ.

ນະ​ຄອນຫລວງ​ພະ​ບາງ​ຖື​ວ່າ​ເປັນແຂວງ​ທີ່​ຍັງຮັກ​ສາ​ບ​ູ​ລະ​ນະ​ວັດ​ຖຸ​ບູ​ຮານ​ເກົ່າ​ແກ່ ແລະ ວັດ​ຖະ​ນາ​ທຳ​ໄດ້​ດີ ແລະ ຍັງ​ເປັນ​ເມືອງ​ມໍ​ລະ​ດົກ​ໂລກ, ມີ​ນັກ​ທ່ອງ​ທ່ຽວ​ຫລາຍໆ​ທ່ານ​ທີ່​ເຂົ້າ​ມາ​ທ່ຽວ​ ທັງ​ຄົນ​ລາວ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ເນື່ອງ​ຈາກ​ນະ​ຄອນ​ຫລວງ​ພະ​ບາງ​ຍັງ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ໃນ​ແບບ​ຂອງ​ລາວ​ໄວ້​ໄດ້​ດີ ແລະ ມີ​ບ່ອນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ຫລາຍໆ​ແຫ່ງ.

ຖ້າ​ຈະ​ເວົ້າ​ເຖິງ​ສະ​ຖານ​ທີ່ ແລະ ພ​ຣະ​ພຸດ​ທະ​ຮູບ​ທີ່​ສັກ​ສິດ ແລະ ເປັນ​ທີ່​ຮູ້​ກັນ​ໃນ​ແຂວງ​ຫລວງ​ພະ​ບາງ ລວ​ມ​ທັງ​ມີ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ມາ​ກາບ​ໄຫວ້​ເພື່ອ​ຂອງ​ພອນ​ກໍ​ຄົງ​ຕ້ອງ​ແມ່ນ ພຣະະກິວ ເຊິງອິງຕາມປະຫວັດການບອກເລົ່າ ແມ່ນໄດ້ມາຈາກ ລຳນ້ຳກິວ ທີ່ແຂວງຫຼວງນ້ຳທາ ເຊິ່ງເລື່ອງລາວມີຢູວ່າ ໃນມື້ໜື່ງດົນນານມາແລ້ວ ໄດ້ມີຊົນເຜົ່າລາວເທິງໄປຂຸດມັນ ຢູ່ ນ້ຳກິວ ຫຼວງນ້ຳທາ ຂະນະດຽວກັນ ສຽມທີ່ຂຸດລົງໄປໄດ້ທັ່ງໃສ່ແທ່ນພຣະ ແລະ ໄດ້ພົບເຫັນພຣະ ຫຼັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

SA Game
Anousone Manisouk

ເມື່ອເວລາກັບເຮືອນກໍ່ໄດ້ນຳກັບມາ ໃນລະຫວ່າງທາງ ພໍດີມີພໍ່ຄ້າ ຈາກຫຼວງພະບາງ ໄປທຳການຄ້າ-ຂາຍ ໄປພົບ, ຈຶ່ງໄດ້ທຳການແລກປ່ຽນກັບເຄື່ອງຂອງ. ຫຼັງຈາກນັ້ນພໍ່ຄ້າ ໄດ້ເດີນທາງໄປຄ້າທີ່ ຫຼວງນ້ຳທາ ໄດ້ລ່ອງ-ໄຫຼແພລົງມາ ຮອດເຂດເມືອງຫຼວງພະບາງ.

ປັດຈຸບັນ ອົງພຣະພຸທະຮູບ ປະດິດສະຖານທີ່ວັດແຫ່ງຫນຶ່ງ ໃນແຂວງຫຼວງພະບາງ ເມື່ອຮອບຂວບປີຈະໄດ້ນຳອອກມາຮົດສົງ, ພຣະກິວ ເປັນພຣະທີ່ສັກສິດ ອີກອົງຫນຶ່ງເຊັ່ນກັບພຣະພຸດທະຮູບ ອົງອື່ນໆ ເຊັ່ນ:

SA Game
Anousone Manisouk

ພຣະບາງ, ພຣະມ່ານ, ພຣະເຈົ້າອົງແສນ ແລະ ແນ່ນອນ ກໍ່ແມ່ນພຣະກິວ. ອົງພຣະກິວ ມີພຸທະລັກສະນະທີ່ງົດງາມ ສາມາດ ດົນບັນດານໃຫ້ຜູ້ທີ່ໄດ້ ສັກກະລະບູຊາ ປະສົບຜົນສຳເລັດສະເໝີຕາມຄວາມເຊື່ອດັ່ງເດີມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Anousone Manisouk