ເປີດ​ປະ​ເທດ​ປີໃໝ່​ນີ້! ສ​ປ​ປ ລາວ ຈະ​ເປີດ​ຮັບ​ນັກ​ທ່ອງ​ທ່ຽວ​ 17 ປະ​ເທດ.

SA Game

idsala.com

ສປປ ລາວ ກຽມພ້ອມເປີດປະເທດຮັບນັກທ່ອງທ່ຽວຈາກ 17 ປະເທດ​ໃນ​ເດືອນ ມັງກອນ 2022 ນີ້.

ອີງຕາມການລາຍງານຂອງໜັງສືພິມປະຊາຊົນໄດ້ລາຍງານ 17 ທັນວາ 2021 ຜ່ານ​ມາ​ນີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ​ ໄດ້ຖະແຫຼງຂ່າວ​ກຽມ​ພ້ອມ​ການ​ເປີດ​ປະ​ເທດ​ເພື່ອ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ການ​ທ່ອງ​ທ່ຽວ​ໂດຍ​ຈະເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ກ່າວວ່າ: ການຈັດຕັ້ງປະຕິບັດແຜນເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ແມ່ນບໍ່ສາມາດເປີດພ້ອມກັນໄດ້ໃນທົ່ວປະເທດ ຈະໄດ້ດໍາເນີນໄປເທື່ອລະບາດກ້າວດ້ວຍຄວາມລະມັດລະວັງ ມີຄວາມຮັບຜິດຊອບສູງ, ຮັບປະກັນຄວາມປະທັບໃຈ ແລະ ປອດໄພຂອງນັກທ່ອງທ່ຽວ ແລະ ຜູ້ບໍລິການ ໂດຍປະຕິບັດມາດຕະການຄວບຄຸມການລະບາດພະຍາດໂຄວິດ-19 ຢ່າງຮັດກຸມ ເຊິ່ງການກໍານົດໄລຍະເວລາເປີດຕ້ອນຮັບນັກທ່ອງທ່ຽວ 3 ໄລຍະຄື: ໄລຍະທີໜຶ່ງ ເລີ່ມແຕ່ວັນທີ 1 ມັງກອນ ຫາ ວັນທີ 30 ມີນາ 2022; ໄລຍະທີ 2 ເລີ່ມແຕ່ວັນທີ 1 ເມສາ ຫາ ວັນທີ 30 ມິຖຸນາ ແລະ ໄລຍະທີ 3 ເລີ່ມແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ.

SA Game
idsala.com

ເປົ້າໝາຍກຸ່ມນັກທ່ອງທ່ຽວເຂົ້າມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວ ສປປ.ລາວ ໄລຍະທີ 1 ລວມມີ 17 ປະເທດຄື: ສປ.ຈີນ, ສສ.ຫວຽດນາມ, ກໍາປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ເກົາຫຼີໃຕ້, ຍີ່ປຸ່ນ, ຝຣັ່ງ, ອັງກິດ, ເຢຍລະມັນ, ໂຮນລັງ, ແອັດສະປາຍ, ອິຕາລີ, ສ.ອາເມຣິກາ, ການາດາ, ແລະ ອົດສະຕຣາລີ.

ໂດຍມີເງື່ອນໄຂຄື: ຕ້ອງແມ່ນນັກທ່ອງທ່ຽວທີ່ມາເປັນໝູ່ຄະນະ, ຜ່ານການບໍລິການ ຂອງບໍລິສັດທ່ອງທ່ຽວຕາມລາຍການທີ່ໄດ້ກໍານົດໃນຂອບເຂດທ່ອງທ່ຽວສີຂຽວ. ຫ້າມບໍ່ໃຫ້ນໍາເຂົ້ານັກທ່ອງທ່ຽວແບບກະແຈກກະຈາຍ ໂດຍບໍ່ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ; ນັກທ່ອງທ່ຽວທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວຢູ່ ສປປ.ລາວ ຕ້ອງໄດ້ຮັບວັກແຊັງຄົບໂດສຫຼາຍກວ່າ 14 ວັນຂຶ້ນໄປ, ມີປະກັນຊີວິດ, ມີການຢັ້ງຢືນກວດຫາເຊື້ອດ້ວຍລະບົບ RT-PCR ທີ່ມີຜົນເປັນລົບ ບໍ່ເກີນ 72 ຊົ່ວໂມງກ່ອນວັນເດີນທາງ, ເມື່ອມາເຖິງ ສປປ.ລາວ ແລ້ວ ຕ້ອງໄດ້ຮັບກວດຫາເຊື້ອໂຄວິດ-19 ຢູ່ຕາມດ່ານສາກົນເຂົ້າ-ອອກ ແລະ ຈໍາກັດບໍລິເວນ 1 ວັນ ຫຼື 24 ຊົ່ວໂມງ ເພື່ອລໍຖ້າຜົນກວດ ເມື່ອຜົນກວດເປັນລົບສາມາດເດີນທາງທ່ອງທ່ຽວຕາມລາຍການໄດ້; ພ້ອມນັ້ນ ກ່ອນເດີນທາງມາເຖິງ ສປປ.ລາວ ນັກທ່ອງທ່ຽວຕ້ອງດາວໂຫຼດແອັບ LaoStaySafe ເພື່ອລົງທະບຽນ ແລະ ແຈ້ງຂໍ້ມູນການສັກວັກແຊັງຄົບໂດສ ແລະ ການກວດໂຄວິດກ່ອນ 72 ຊົ່ວໂມງເຂົ້າມາທ່ອງທ່ຽວ ສປປ.ລາວ ແລະ ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບທີ່ມີວົງເງິນຄໍ້າປະກັນຢ່າງຕໍ່່າ 50.000 ໂດລາ.

ສໍາລັບຂອບເຂດການທ່ອງທ່ຽວສີຂຽວໄດ້ກໍານົດເປັນ 2 ປະເພດຄື: ເຂດທ່ອງທ່ຽວສີຂຽວ (Green Travea Zone); ເສັ້ນທາງທ່ອງທ່ຽວສີຂຽວ (Green Travel Trail); ທີ່ກໍານົດເປີດໃຫ້ທ່ອງທ່ຽວໃນໄລຍະທີ 1 ມີ ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ເມືອງຕ່າງໆຂອງແຂວງຫຼວງພະບາງ,​ ເມືອງວັງວຽງ, ແຂວງວຽງຈັນ; ສໍາລັບເສັ້ນທາງທ່ອງທ່ຽວສີຂຽວໄດ້ກໍານົດຢູ່ແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ແລະ ແຂວງຈໍາປາສັກ.

ສ່ວນກໍານົດເປີດເຂດທ່ອງທ່ຽວສີຂຽວໄລຍະ 2 ມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ແລະ ເສັ້ນທາງທ່ອງທ່ຽວສີຂຽວກໍານົດຢູ່ 4 ແຂວງຄື: ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ເຊກອງ ແລະ ແຂວງສາລະວັນ.

ການກໍານົດເປີດດ່ານສາກົນເຂົ້າ-ອອກ ເພື່ອຕ້ອນຮັບນັກທ່ອງທ່ຽວມາທ່ຽວໃນເຂດທ່ອງທ່ຽວສີຂຽວໄລຍະທີ 1 ມີ ສະໜາມບິນສາກົນວດໄຕ ແລະ ດ່ານສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ-ໜອງຄາຍ); ສ່ວນການເປີດດ່ານເພື່ອຕ້ອນຮັບດັ່ງກ່າວໄລຍະ 2 ມີ ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ດ່ານບໍ່ຫ່ານ-ບໍ່ເຕ່ນ (ລາວ-ຈີນ), ຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ, ຂົວມິດຕະພາບທ່າແຂກ-ນະຄອນພະນົມ, ຂົວມິດຕະພາບສະຫວັນນະເຂດ-ມຸກດາຫານ, ດ່ານຊ່ອງເມັກ ປາກເຊ-ອຸບົນລາຊະທານີ, ດ່ານລາວບາວ ແລະ ດ່ານຫຼັກຊາວ (ລາວ-ຫວຽດນາມ).

ເງື່ອນໄຂຂອງຜູ້ປະກອບການທີ່ຈະເຂົ້າຮ່ວມຕ້ອນຮັບນັກທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ: ປະຊາກອນທີ່ຢູ່ພາຍໃນແຂວງທີ່ຈະຕ້ອນຮັບນັກທ່ອງທ່ຽວໄລຍະທີ 1 ຕ້ອງໄດ້ຮັບການສັກຢາວັກແຊັງຄົບ ໂດສ ຫຼາຍກວ່າ 70% ຂຶ້ນໄປ; ສໍາລັບພະນັກງານນຳທ່ຽວ, ພະນັກງານຂັບລົດ ແລະ ຜູ້ບໍລິການບັນດາສະຖານທີ່ທ່ອງທ່ຽວຕ່າງໆເຊັ່ນ: ໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ໃນເຂດທ່ອງທ່ຽວສີຂຽວຕ້ອງໄດ້ຮັບການສັກຢາວັກແຊັງຄົບໂດສ 95% ຂຶ້ນໄປ; ບັນດາສະຖານທີ່ບໍລິການທ່ອງທ່ຽວຕ່າງໆໃນເຂດທ່ອງທ່ຽວສີຂຽວຕ້ອງໄດ້ປັບປຸງສະຖານທີ່ບໍລິການ ກະກຽມອຸປະກອນຮັບໃຊ້ພ້ອມທັງໄດ້ຮັບການຝຶກອົບຮົມມາດຕະຖານ (LaoSafe) ໃຫ້ພະນັກງານບໍລິການພ້ອມທັງໄດ້ຮັບການປະເມີນ ແລະ ຢັ້ງຢືນ (LaoSafe) ຈຶ່ງສາມາດບໍລິການໃນເຂດທ່ອງທ່ຽວສີຂຽວໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງສືພິມປະຊາຊົນ