ປະຫວັດຄວາມເປັນມາຂອງວັດ​ນາຫຼວງ ນະ​ຄອນ​ຫລວງ​ພະ​ບາງ

SA Game

ຫຸມເພັັດ ມະນີສຸກ

​ມາ​ຮູ້​ຈັກ​ກັບວັດນາຫຼວງ ຫຼວງພຣະບາງ ແລະ ປະຫວັດຄວາມເປັນມາຂອງວັດ​ແຫ່ງ​ນີ້.

ຕອນ​ນີ້​ຈະ​ມາ​ເວົ້າ​ເຖິງ ວັດ​ນາຫຼວງ ແຕ່ກ່ອນແຕ່ເດີມມານັ້ນ ແມ່ນຕັ້ງຢູ່ໃນບໍລິເວນກາງ ບ້ານ ນາຫຼວງ ທີ່ມີເຢົ້າເຮືອນປະຊາຊົນອ້ອມຮອບ, ຫຼັງຈາກບ້ານເມືອງຈະເລີນຮຸ່ງເຮືອງ ແລະ ມີຜູ້ຄົນມາອາໄສເພີ່ມຂຶ້ນ ທາງວັດ ແລະ ແນວໂຮມບ້ານ ຈຶ່ງໄດ້ມີມະຕິ ພາກັນຍ້າຍຈາກດິນວັດບ່ອນເກົ່າ ຂຶ້ນໄປຢູ່ທີ່ເທິງໂນນພູ “ວັດນາຫຼວງ” ທີ່ຕັ້ງຢູ່ ບ້ານ ນາຫຼວງ, ນະຄອນຫຼວງພຣະບາງ, ແຂວງ ຫຼວງພຣະບາງ

ເຊິ່ງບໍລິເວນຂອງ ບ້ານ ນາຫຼວງ ແຫ່ງນີ້ ໃນອະດິດນັ້ນ ແມ່ນເປັນຜືນນາທີ່ປູກເຂົ້າຂອງເຈົ້າມະຫາຊິວິດ ຈຶ່ງເປັນດິນດຳ-ນ້ຳຊຸ່ມ, ອຸດົມສົມບູນ ແລະ ທັງເປັນບ່ອນລ້ຽງຊ້າງ, ບ່ອນພັກເຊົາຂອງຊ້າງ ໃນພິທີກຳຕ່າງໆ ກໍຈະມາພັກເຊົາຢູ່ ນາຫຼວງແຫ່ງນີ້, ກ່ອນຈະເຄື່ອນໄປໃນພຣະຣາຊະວັງ.

ເມື່ອປີ 1960 ວັດນາຫຼວງ ຈຶ່ງຍົກຍ້າຍຈາກກາງບ້ານ ຂຶ້ນມາຕັ້ງຢູ່ເທິງໂນນພູ (ດັ່ງທີ່ເຫັນປັດຈຸບັນນີ້) ມີແຜ່ນຈາລຶກຕິດໄວ້ໃນອາຮາມຂອງ ວັດນາຫຼວງ ເຊິ່ງມີເນື້ອໃນດັ່ງນີ້ :

SA Game
ຫຸມເພັັດ ມະນີສຸກ

“ຂ້າພຣະເຈົ້າທິດອ່ອນ ເພັຽອິດທະຮັກສາ, ຕາແສງນາຫຼວງ ເປັນຜູ້ນຳພາ ໂດຍມີທິດມີ ນາຍບ້ານນາຫຼວງ ແລະ ແສນບຸນນາຄ່າ ພ້ອມດ້ວຍເຖົ້າແກ່ ຍິງ-ຊາຍ ຊາວບ້ານນາຫຼວງ ທັງລາວລຸ່ມ-ລາວເທິງ ໄດ້ມີຈິດໃຈເຫຼື້ອມໃສ ພ້ອມໃຈກັນສ້າງ ອາຮາມຫຼັງນີ້ຂຶ້ນໄວ້ທີ່ ບ້ານນາຫຼວງ ມີພຣະຄຳດີ, ພຣະເຜີຍ ເປັນເຈົ້າອະທິການ ໄດ້ເລີ່ມມາກໍ່ສ້າງວັດທີ່ ໂນນພູນາຫຼວງ ແຫ່ງນີ້ ມາແຕ່ປີ ຄສ 1958 ເຖິງປີ 1960 ຈຶ່ງສຳເຣັດ, ຂໍກຸສົນຜົນບຸນອັນນີ້ ຈົ່ງເປັນອຸປະນິສັຍ ຄ້ຳຊູຂ້າພະເຈົ້າທັງຫຼາຍ ກໍຂ້າເທີ້ນ. ອີທັງ ເມທານັງ ອາສະວັກຂະຍາວະຫັງ ໂຫຕຸ ອະນາຄະເຕກາເລ.”

SA Game
ຫຸມເພັັດ ມະນີສຸກ

ເຈົ້າອະທິການວັດນາຫຼວງ ອົງປັດຈຸບັນນີ້ແມ່ນ ສາທຸກຸດ ພຸທທະສາໂຣ, ຄະນະບໍລິຫານງານປະຈຳການ ອພສ ແຂວງ ຫຼວງພຣະບາງ, ປະທານ ອພສ ເມືອງ ຈອມເພັດ, ຫົວໜ້າໂຮງຮຽນປະຖົມສົງວັດມະໂນຣົມ.

ວັດນາຫຼວງ ຍັງມີທາດທີ່ບັນຈຸອັດຖິຂອງ ເຈົ້າຄຳໝັ້ນ ວົງກົດຣັດຕະນະ (1890-1972) ເຊິ່ງເພິ່ນເປັນນັກບັນທຶກເຫດການປະຫວັດສາດຂອງລາວເຮົາ ປັດຈຸບັນນີ້ ຜູ້ທີ່ຮຽນຮູ້ປະຫວັດສາດ ກໍຍັງອາໄສການບັນທຶກຂອງເພິ່ນໃນການສຶກສາຮ່ຳຮຽນ.

SA Game
ຫຸມເພັັດ ມະນີສຸກ

ນອກນັ້ນຍັງມີທາດອັດຖິ ຂອງສາທຸພໍ່ອົ້ນ ສີສະຫວັດ ໃນອະດີດສາທຸພໍ່ອົ້ນ ສີສະຫວັດ ເປັນຜູ້ນຳຄວານຊ້າງໃນພິທີສຳຄັນຕ່າງໆ ໃນພຣະຣາຊວັງ ແລະ ພິທີກຳຕ່າງໆ, ເມື່ອກ່ອນເພິ່ນມີຊື່ວ່າ ເພັຽອົ້ນ ສີສະຫວັດ (ເກີດວັນທີ 05 ກຸມ 1917 ມໍຣະນະພາບ ວັນທີ 19 ຕຸລາ 2006 ) ນາມມະຍົສ ຄໍາວ່າ ໝື່ນ, ແສນ, ເພັຽ, ພະຍາ … ໂດຍແມ່ນພຣະເຈົ້າມະຫາຊີວິດ ເປັນຜູ້ອອກພຣະຣາຊະອົງການແຕ່ງຕັ້ງ ເພັຽອົ້ນ ສີສະຫວັດ ເພິ່ນໄດ້ເລື່ອນມານາມມະຍົດຈາກ ແສນໃໝ່ ຂື້ນເປັນນາມມະຍົດເປັນ ເພັຽ ເມື່ອທ້າຍປີ ຄສ 1972 ຊື່ງແມ່ນ ທ່ານພະຍາ ບຸນຄົງ ປະດີຈິດ ເປັນຜູ້ມອບ; ຫຼັງຈາກປົດປ່ອຍປະເທດຊາດແລ້ວ ແລະ ເພິ່ນກໍສະສຽນແລ້ວກໍໄດ້ມາບວດເປັນສາທຸພໍ່ ຢູ່ວັດນາຫຼວງແຫ່ງນີ້ ແລະ ມໍຣະນະພາບທີ່ ວັດນາຊາງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  ນະຄອນຫຼວງພຣະບາງ Luangprabang City