ກວ່າ 40 ປີ ບັນກວນ ບ້ານ​ໜອງ​ຈັນ​ກັບ​ຄວາມ​ແຊບ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ

SA Game

ອິນ​ໄຊ​ລາວ

​ບັນ​ກວນ​ເຈົ້າ​ເກົ່າ​ບ້ານ​ໜອງ​ຈັນຕົ້ນຕຳຫຼັບຄວາມແຊບ​ທີ່​ຢູ່​ກັບ​ປະ​ຊາ​ຊົນ​ນະ​ຄອນ​ຫລວງວຽງ​ຈັນ

​ຫາກ​ຈະ​ເວົ້າ​ເຖິງ “ບັນກວນ” ແລ້ວ​ທີ່​ຈິງເປັນອາຫານຫວຽດນາມ ທີ່ຄົນລາວນິຍົມກິນກັນໃນຕອນເຊົ້າ ເຊິ່ງບັນກວນ ຈະ​ເປັນ​ອາ​ຫານ​ເຊົ້າ​ທີ່​ຄົນ​ເຮັດ​ວຽກ​ຫລາຍໆ​ຄົນ​ອາດ​ຈະ​ເຄີຍ​ໄດ້​ແວ​ຊື້​ກິນ​ເນື່ອງ​ຈາກ​ເປັນ​ອາ​ຫານ​ທີ່​ງາຍ ແລະ ແຊບ, ເຊ​ິງແຕ່ລະບ່ອນກໍມີທີ່ໄປທີ່ມາ ແລະ ມີສູດທີ່ບໍ່ຄືກັນ

ໂດຍ​ອີງ​ຕາມ​ຂໍ້​ມູນ​ຂອງ Inside Laos ​ທີ່ໄດ້ມີໂອກາດໄປສຳພາດເຈົ້າຂອງຮ້ານບັນກວນເຈົ້າເກົ່າ ທີ່ບ້ານ ໜອງຈັນ, ເມືອງ ສີສັດຕະນາກ, ນະຄອນຫຼວງ ວຽງຈັນ ເຊິ່ງເພິ່ນເປີດມາໄດ້ 40 ປີແລ້ວ.

ນາງ ສຸກສີ ຊຽນວິໄລທອງ, ອາຍຸ 52 ປີ ຜູ້ສືບທອດຮ້ານບັນກວນລຸ້ນທີ່ 3 ກ່າວວ່າ ເພິ່ນໄດ້ສືບທອດຮ້ານບັນກວນນີ້ຕໍ່ຈາກ ນາງ ພອນທິບ ຜູ້ເປັນລູກສາວຂອງແມ່ຕູ້ປີກ, ຫຼັງຈາກທີ່ເພີ່ນໄດ້ໄປເຮັດທຸລະກິດສ່ວນຕົວກັບຄອບຄົວຂອງເພິ່ນ ຮ້ານບັນກວນນີ້ເລີຍຕົກທອດ ມາຫາຜູ້ເປັນລູກໃພ້ ເຊິ່ງເປັນຜູ້ສືບທອດລຸ້ນທີ່ 3 ໃນປັດຈຸບັນ, ຈາກທີ່ແມ່ຕູ້ປີກ ເຄີຍເລົ່າໃຫ້ເພິ່ນຟັງວ່າ:

SA Game
ອິນ​ໄຊ​ລາວ

ສູດຂອງ ບັນກວນ ມີເອກະລັກສະເພາະກຂອງມັນ, ເປັນສູດທີ່ແມ່ຕູ້ປິກເປັນຄົນຄິດຄົ້ນຂຶ້ນມາເອງ ແລະ ເພິ່ນເລີ່ມຕົ້ນຂາຍບັນກວນຢູ່ຈຸດນີ້ ເປັນຄົນທຳອິດ.

ແຕ່ກ່ອນຮ້ານເຮົາຈະເປີດແຕ່ 5:00 ໂມງ – 9:00 ໂມງ ເພາະໃນໄລຍະນັ້ນ ຈະໃຊ້ວິທີດັງໄຟດ້ວຍຟືນ ເພື່ອເຮັດບັນກວນໃຫ້ລູກຄ້າ, ມາໃນຊ່ວງ 2-3 ເດືອນກ່ອນໜ້ານີ້ ໄດ້ຫັນມາໃຊ້ເຕົາແກ໊ດແທນການດັງໄຟ ເພາະວ່າຄວນໄຟເຂົ້າເຮືອນ ແລະ ເຫັນວ່າການໃຊ້ແກ໊ດມີຜົນດີກວ່າ ເພາະມັນສາມາດເຮັດບັນກວນ ໃຫ້ລູກຄ້າໄດ້ຕະຫຼອດ ຕາມທີ່ລູກຄ້າສັ່ງ ຫຼື ຕອນທີ່ບໍ່ມີລູກຄ້າກໍສາມາດປິດໄວ້ໄດ້, ມັນສະດວກ ແລະເຮັດໃຫ້ເຮົາບໍ່ເສຍລູກຄ້າອີກ.

SA Game
ອິນ​ໄຊ​ລາວ

ຖ້າຈະທຽບໃສ່ຕອນທີ່ໃຊ້ຟືນດັງໄຟ ເມື່ອເວລາດັບໄຟແລ້ວ ລູກຄ້າມາຊ້າ ກໍຈະບໍ່ໄດ້ກິນ ເພາະກ່ອນຈະດັງໄຟຕິດ ຖ້າໃຫ້ໝໍ້ຮ້ອນ ກໍໃຊ້ເວລາໄປດົນເຕີບ ຈຶ່ງເຮັດໃຫ້ເສຍລູກຄ້າໄປ, ປັດຈຸບັນ ຮ້ານເຮົາເປີດແຕ່ 5:00 ໂມງ ຫາ 14:00 ໂມງ, ລູກຄ້າສ່ວນຫຼາຍຈະນິຍົມມາປະມານ 6:00 ໂມງ ຫາ 8:00 ໂມງ ແລະ 11:00 ໂມງ ຫາ 13:00 ໂມງ.

ຈຸດເດັ່ນຂອງຮ້ານເຮົາຈະເປັນການບໍລິການ, ຣົດຊາດ ແລະ ສູດທີ່ເປັນເອກະລັກ ຂອງຮ້ານທີ່ມີມາແຕ່ດົນນານ, ເຄີຍມີລູກຄ້າ ຖາມວ່າເປັນຫຍັງຄືບໍ່ໃສ່ເຫັດຫູໜູຄືຮ້ານອື່ນ ເພິ່ນບອກລູກຄ້າໄດ້ເລີຍວ່າ “ນີ້ເປັນສູດຂອງຮ້ານເຮົາ ທີ່ສືບທອດກັນມາ ແລະ ຈະເຮັດສູດນີ້ ສືບຕໍ່ໆໄປ ແບບສະເໝີຕົ້ນສະເໝີປາຍ ເພື່ອຮັກສາຄວາມເປັນເອກະລັກຂອງເຮົາໄວ້”.

ນາງ ສຸກສີ ຍັງເວົ້າອີກວ່າ: ສີ່ງທີ່ຍາກທີ່ສຸດໃນການຮຽນເຮັດບັນກວນເທື່ອທຳອິດ ຈະເປັນການປະສົມແປ້ງ, ຕີແປ້ງ; ຖ້າຫາກເຮົາຕີແປ້ງ ຫຼື ປະສົມແປ້ງບໍ່ຖືກວິທີ ຈະເຮັດໃຫ້ ແປ້ງແຂງ ຫຼື ແຫຼວເກີນໄປ, ຈະຕ້ອງປະສົມແປ້ງໃຫ້ຖືກຕາມສູດ ຈຶ່ງຈະເຮັດໃຫ້ແປ້ງໜຽວນຸ້ມ.

SA Game
ອິນ​ໄຊ​ລາວ

ຈາກການຂາຍບັນກວນ ມັນໄດ້ເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວດີຂຶ້ນ, ສາມາດສົ່ງລູກຮຽນຕ່າງປະເທດໄດ້ (ຮຽນຢູ່ປະເທດຫວຽດນາມ) ປັດຈຸບັນ ລູກຂອງ ເພິ່ນກໍຍັງຮຽນຢູ່ປີ 3.

ປັດຈຸນັນນີ້ ເມນູຂອງຮ້ານເຮົາມີ: ບັນກວນທຳມະດາ, ບັນກວນໄຂ່ມ້ວນ, ບັນກວນໄຂ່ດາວ ແລະ ສ້າງເມນູໃໝ່ ເຂົາໃນຮ້ານເຊັ່ນ:  ເຂົ້າປຽກເຂົ້າ, ເຂົ້າປຽກເສັ້ນ ແລະ ເຂົ້າຈີ່ໄຂ່ດາວ ອານະຄົດ ກິດຈະການທີ່ເຮົາສືບທອດມາ ກໍຄົງຈະສົ່ງຕໍ່ໃຫ້ກັບລູກຊາຍ ແລະ ລູກໃພ້ ສືບທອດຕໍ່ໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ