ນ້ຳ​ຕົກ​ຕາດ​ຮ້ອຍ​ຄົວ ສະ​ຖານ​ທີ່​ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ປັບ​ປ​ຸງ​ສວຍ​ງາມ

SA Game

ຮູບ: Green Jungle Park-Hoi khua Waterfall.

ຊົມຄວາມງາມ ສວນດອກໄມ້ໃນປ່າໃຫຍ່ທີ່ “ນໍ້າຕົກຕາດຮ້ອຍຄົວ” Green Jungle Park-Hoi khua Waterfall.

ຫາກ​ຄິດ​ເຖິງ​ການ​ທ່ອງ​ທ່ຽວ​ໃນ​ ສ​ປ​ປ ລາວ ແນນອນ ຫລາຍໆ​ຄົນ​ຄົງ​ຕ້ອງ​ໄດ້​ຄິດ​ເຖິງ​ການ​ໄປ​ທ່ຽວ​ຫລວງ​ພະ​ບາງ ແລະ ແຂວງຫລວງພະບາງຂຶ້ນຊື່ດ້ານສະຖານທີ່ທ່ອງທ່ຽວທີ່ສວຍງາມຢູ່ແລ້ວ ບໍ່ວ່າຈະເປັນຄວາມສວຍງາມທາງດ້ານວັດທະນະທໍາ ແລະ ປະຫວັດສາດຄວາມເປັນມາທີ່ຊົງຄຸນຄ່າ ຫລື ສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍສົດງົດງາມ ຂຶ້ນຊື່ລືນາມເປັນເມືອງມໍລະດົກໂລກ.

ສວນດອກໄມ້ໃນປ່າໃຫຍ່ທີ່ “ນໍ້າຕົກຕາດຮ້ອຍຄົວ’’Green Jungle Park-Hoi khua Waterfall ແຂວງຫລວງພະບາງ ແລະ ລະດູການຕອນນີ້ແມ່ນດອກໄມ້ກຳລັງເບັ່ງບານ  ແລະ ສວຍ​ງາມ​ຫລາຍ, ທີ່ “ນໍ້າຕົກຕາດຮ້ອຍຄົວ    ” ນີ້ແມ່ນເຕັມໄປດ້ວຍສວນດອກໄມ້ທີ່ສວຍງາມ ດອກໄມ້ມີການປ່ຽນພັນທຸກໆສາມເດືອນຕາມລະດູຂອງນາໆພັນ ແລະ ທີ່ສໍາຄັນຍັງມີນໍ້າຕົກຕາດທີ່ງົດງາມ ລໍຖ້າການຢ້ຽມຢາມຂອງບັນດານັັກທ່ອງທ່ຽວສາຍທໍາມະຊາດທັງຫລາຍ. ເມື່ອທ່ານໄດ້ມາສໍາຜັດດ້ວຍຕົນເອງ ທ່ານຈະຮູ້ສຶກ ສົດຊື່ນເຫມືອນດັ່ງກັບເຈົ້າຍິງ ເຈົ້າຊາຍກໍາລັງຍ່າງຫລິ້ນຢູ່ທ່າມກາງສວນດອກໄມ້ຫລາຍພັນຕົ້ນ ທີ່ເບັ່ງປານສວຍງາມຫລາກຫລາຍສີ ໃຫ້ຄວາມຮູ້ສຶກສົດຊື່ນຜ່ອນຄາຍກັນເລີຍ.

SA Game
ຮູບ: Green Jungle Park-Hoi khua Waterfall.

ສິ່ງສໍາຄັນຄື ເມື່ອທ່ານມາທີ່ຕາດຮ້ອຍຄົວ ທີ່ນີ້ແມ່ນໄດ້ຮວບຮວມໄວ້ທັງທໍາມະຊາດຂອງຕົ້ນໄມ້ໃບຫຍ້າ, ພູເຂົາທີ່ຂຽວສະອຸ່ມອຸດົມສົມບູນ ສວນດອກໄມ້ພຶກສານາໆພັນ ທີ່ຕົບແຕ່ງໄວ້ຢ່າງສວຍງາມ ແລະ ທີ່ສໍາຄັນກໍຄື ມີນໍ້າຕົກຕາດຮ້ອຍຄົວທີ່ໃຫ້ຄວາມສົດຊື່ນເຢັນສະບາຍທຸກຄັ້ງເມື່ອທ່ານໄດ້ມາທີ່ນີ້.

ນະທີ່ຕາດຮ້ອຍຄົວແຫ່ງນີ້ ໄດ້ສົມຍານາມວ່າເປັນສວນດອກໄມ້ໃນປ່າໃຫຍ່ ເພາະທາງເຈົ້າຂອງກິດຈະການໄດ້ຮວບຮວມສາຍພັນໄມ້ໄວ້ຢ່າງຫລາກຫລາຍສາຍພັນມາປູກຢູ່ທີ່ນີ້ ທັງສາຍພັນຈາກພາຍໃນ  ແລະ ຕ່າງປະເທດ ເພື່ອໃຫ້ບັນດານັກທ່ອງທ່ຽວ ທີ່ໄດ້ມາໄດ້ຊື່ນຊົມຄວາມສວຍງາມທີ່ຫາເບິ່ງໄດ້ໂດຍບໍ່ຕ້ອງໄປໄກເຖິງຕ່າງປະເທດເລີຍ.

SA Game
ຮູບ: Green Jungle Park-Hoi khua Waterfall.

ສະຖານທີ່ຕັ້ງຂອງສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ ແມ່ນຕັ້ງຢູ່ບ້ານ ປາກຫຼືງ, ເມືອງ ຈອມເພັດ , ແຂວງຫລວງພະບາງ ເສັ້ນທາງໄປແມ່ນມີຄວາມສະດວກສະບາຍ ເປັນທາງປູຢາງ ແຕ່ຕ້ອງໄດ້ຂ້າມບັກໄປຊຽງແມນກ່ອນ ຈາກຊຽງແມນໄປຫາຕາດປະມານ 15 ກິໂລແມັດກໍຮອດແລ້ວ.

ປັດຈຸບັນນີ້ ທີ່ຕາດຮ້ອຍຄົວແມ່ນໄດ້ເປີດໃຫ້ບໍລິການແລ້ວ ໂດຍພາຍໃຕ້ການຮັກສາມາດຕະການ ການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ແລະ ມາທີ່ນີ້ແມ່ນມີຄົບທຸກຢ່າງໄວ້ຄອຍບໍລິການທ່ານ

ແນ່ນອນໄລຍະນີ້ ແມ່ນມີສ່ວນຫລຸດກັບຫຼາຍກິດຈະກຳເຊັ່ນ: ຊິບລາຍ (ຂີ່ສະລິງ), ຂີ່ຊ້າງຊົມສວນ, ເຂົ້າຊົມສະຖານທີ່ທ່ອງທ່ຽວ…

SA Game
ຮູບ: Green Jungle Park-Hoi khua Waterfall.

ມາທີ່ນີ້ບ່ອນດຽວຈົບມີຄົບທຸກຢາງເລີຍ ຢ່າລືມເດີ ສາຍທ່ອງທ່ຽວ, ສາຍຖ່າຍຮູບທັງຫລາຍຕ້ອງຫາໂອກາດມາໃຫ້ໄດ ພາຄອບຄົວ, ຫມູ່ເພື່ອນ ແລະ ຄົນທີ່ທ່ານຮັກຢ້ຽມຊົມຄວາມສວຍງາມຂອງສວນດອກໄມ້ຫລາຍພັນຕົ້ນ ຊົມທໍາມະຊາດນໍ້າຕົກຕາດຮ້ອຍຄົວ ພ້ອມຊີມອາຫານລົດແຊບ ຂີ່ຊ້າງຊົມສວນ ຫລື ຈະພະຈົນໄພດ້ວຍການຂີ່ສະລິງກໍໄດ້ ແລະ ນອກນີ້ຍັງມີກິດຈະກໍາອີກຫລາກຫລາຍຢ່າງ ເພື່ອໃຫ້ທຸກທ່ານໄດ້ຮ່ວມສ້າງຄວາມມ່ວນຊື່ນ ແລະ ເພີດເພີນ ເຕີມພະລັງບວກໃຫ້ກັບຊີວິດ ຫາຄວາມສຸກ ແລະ ພາຮ່າງກຍໄປສໍາຜັດ ແລະ ຢູ່ໃກ້ຊິດກັບທໍາມະຊາດ ຢູ່ທີ່ນີ້ ສວນດອກໄມ້ໃນປ່າໃຫຍ່ “ນໍ້າຕົກຕາດຮ້ອຍຄົວ” Green Jungle Park-Hoi khua Waterfall.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com