ນໍ້າຕົກຕາດຊ່ວງ ໜຶ່ງໃນນໍ້າຕົກຕາດທີ່ງົດງາມບໍ່ໄກຈາກນະຄອນຫຼວງວຽງຈັນ

SA Game

laoedaily.com.

ຄວ​າມ​ສວຍ​ງາມ​ຂອງ “ນໍ້າຕົກຕາດຊ່ວງ” ບ້ານຖໍ້າ ເມືອງ ນາຊາຍທອງນະຄອນຫລວງວຽງຈັນ.

ໂຄວິດ-19 ເປັນ​ເຫດ​ໃຫ້​ທຸກ​ຢ່າງ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຕ້ອງ​ໄດ້​ຢຸດ​ສະ​ງັດ​ລົງ, ສະ​ຖານ​ທີ່​ສວຍ​ງາມ​ຫລາຍໆ​ບໍ່​ຕ້ອ​ງ​ຢູ່​ໃນ​ຄວາມ​ຫງຽບ​ເຫງົາ, ແຕ່​ກ​ໍ​ຢາກ​ສະ​ເໜີ່​ໃຫ້​ຮູ້​ອີກ​ສະ​ຖານ​ທີ່​ໜຶ່ງ​ຂອງ​ນະ​ຄອນ​ຫລວງວຽງ​ຈັນ, ນັ້ນ​ກໍ​ຄື ນ້ຳ​ຕົກຕາດຊ່ວງ ໃນລະດູການທີ່ມີນ້ຳ ຫລື ບໍ່ມີນ້ຳກໍງາມແນວລະແບບ ຖ້າຮ່າງກາຍຕ້ອງການສໍາຜັດບັນຍາກາດ ທີ່ບໍລິສຸດ ມັກການເດີນທາງທີ່ມີຄວາມທ້າທາຍ ແນະນໍານໍ້າຕົກຕາດທີ່ມີຄວາມສວຍງາມ ໃກ້ຕົວເມືອງ ເຊັ່ນດັ່ງນໍ້າຕົກຕາດຊ່ວງແຫ່ງນີ້.

ຕາດຊ່ວງ ແມ່ນຕາດທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດພູພະນັງ ເປັນໜຶ່ງໃນນໍ້າຕົກຕາດທີ່ງົດງາມ ແລະ ເໝາະກັບການໄປກິນເຂົ້າປ່າກັບໝູ່ຄູ່ ແຖມສະຖານທີ່ກໍບໍ່ໄກຈາກນະຄອນຫຼວງວຽງຈັນ ໃຜທີ່ກໍາລັງຫາສະຖານທີ່ພັກຜ່ອນຢ່ອນໃຈແບບໃກ້ຊິດກັບທໍາມະຊາດໃນມື້ພັກເສົາ-ອາທິດ ສະຖານທີ່ນີ້ເປັນອີກໜຶ່ງຈຸດທີ່ເໝາະສົມ.

SA Game
laoedaily.com.

ສະຖານທີ່ຕັ້ງຂອງ “ຕາດຊ່ວງ’’ ແມ່ນຢູ່ບ້ານຖໍ້າ ເມືອງ ນາຊາຍທອງນະຄອນຫລວງວຽງຈັນ ຫ່າງຈາກຕົວເມືອງ ປະມານ 40 ກວ່າກິໂລແມັດ ການເດີນທາງໃນຕອນເຊົ້າແມ່ນສະດວກດີ ສາມາດຂີ່ລົດຈາກຈຸດທາງດ່ວນຂອງນະຄອນຫລວງວຽງຈັນ ແລ້ວໄປລົງສະຖານີບ້ານບົວ ຫລັງຈາກນັ້ນ ກໍຂີ່ລ້ຽວຂວາກັບມາທາງນະຄອນຫລວງວຽງຈັນ ປະມານ 500 ແມັດ ແລ້ວລ້ຽວຂວາເຂົ້າທາງບ້ານນໍ້າຊ່ວງກໍຈະຮອດບ້ານຖໍ້າ ອາດຈະຍ່າງຊົມປ່າໄມ້, ຂີ່ລົດຈັກ ຫລື ຈະເຊົ່າລົດໄຖນາຂອງປະຊາຊົນຢູ່ເຂດນັ້ນໄປກໍໄດ້.

ທ່ານທີ່ໄດ້ໄປທ່ອງທ່ຽວຕາດແຫ່ງນີ້ ຈະໄດ້ເຫັນຄວາມສວຍງາມຂອງທໍາມະຊາດ, ໄດ້ສໍາຜັດກິ່ນອາຍທີ່ສົດຊື່ນບໍລິສຸດຈາກຕົ້ນໄມ້, ສາຍນໍ້າທີ່ອຸດົມສົມບູນ ຕະຫລອດການເດີນທາງຈະເຫັນວິຖີຊີວິດອັນລຽບງ່າຍຂອງປະຊາຊົນຢູ່ເຂດນັ້ນ ແລະ ຍັງຈະໄດ້ຊົມສວຍງາມກວ້າງຂວາງຂອງອ່າງນໍ້າຊ່ວງອີກດ້ວຍ.

SA Game
laoedaily.com.

ແຕ່ຂໍແນະນໍານັກທ່ອງທ່ຽວທຸກຄົນດ້ວຍວ່າ ຢູ່ຕາດແຫ່ງນີ້ແມ່ນບໍ່ມີຮ້ານອາຫານ, ຕ້ອງໄດ້ກຽມໄປເອງ ແນ່ນອນວ່າການກິນເຂົ້າປ່າແມ່່ນແຊບຊ້ອຍທັງໄດ້ຄວາມສາມັກຄີ ແລະ ປ່ຽນແປງບັນຍາກາດໄປນໍາດ້ວຍ ທີ່ສໍາຄັນຢ່າລືມຮັກສາຄວາມສະອາດຊ່ວຍກັນ ເພື່ອເຮັດໃຫ້ທໍາມະຊາດທີ່ສວຍງາມຄົງຢູ່ ແລະ ຄຽງຄູ່ໃຫ້ເຮົາໄດ້ຊື່ນຊົມຕະຫລອດໄປ.

ເມື່ອໄປສະຖານທີ່ແຫ່ງນີ້ ທີ່ພາດບໍ່ໄດ້ເລີຍນັ້ນກໍຄືການເກັບພາບ ຂອງນໍ້າຕົກທີ່ສວຍງາມ ພ້ອມກັບວິວຂອງຕົ້ນໄມ້ໃບຫຍ້າທີ່ອຸດົມສົມບູນ ໃຊ້ເວລາຢູ່ກັບທໍາມະຊາດ ດື່ມດໍ່າຄວາມງົດງາມ ແລະ ອາກາດບໍລິສຸດໃຫ້ເຕັມປອດ ເປັນການສໍາຜັດ, ສໍາຫລວດ ຄວາມມະຫັດສະຈັນຂອງທໍາມະຊາດໄປໃນຕົວເລີຍ.

ນອກຈາກຄວາມງົດງາມຂອງຕາດຊ່ວງແລ້ວ ທຸກຄົນຍັງຈະໄດ້ເຫັນຄວາມງົດງາມຂອງອ່າງນຳ້ຊ່ວງທີ່ມີດອນຕ່າງໆຢູ່ກາງນໍ້າ ແລະ ຕົ້ນໄມ້ໃບຂຽວທີ່ອ້ອມຮອບຕາມແຄມນໍ້າ ເຕັມໄປດ້ວຍຄວາມສວຍງາມ ແລະ ສາມາດຊົມຕາເວັນຄ້ອຍຄໍ່າຍາມແລງທີ່ໃກ້ຈະຕົກດິນ ທໍ່ແສງລົງໃສ່ຫນ້ານໍ້າເປັ່ງປະກາຍລະຍິບ ລະຍັບ ໃຫ້ຄວາມຮູ້ສຶກຜ່ອນຄາຍຄວາມຕຶງຄຽດໄດ້.

SA Game
laoedaily.com.

ທຸກໆການເດີນທາງແມ່ນບໍ່ເຄີຍສູນເປົ່າ ອາດຈະອິດເມື່ອຍ ແຕ່ຢ່ງຫນ້ອຍເຮົາກໍໄດ້ເຫັນ,ໄດ້ຮຽນຮູ້ໃນສິ່ງທີ່ບໍ່ເຄີຍເຫັນມາກ່ອນ, ໄດ້ມິດຕະພາບຈາກເພື່ອນຮ່ວມທາງ ແລະ ທີ່ສໍາຄັນຄືການໄດ້ກໍາໄລຊີວິດ ໃນການທ່ອງທ່ຽວໃນໂລກກວ້າງອັຍສະຫຼັບຊັບຊ້ອນແຫ່ງນີ້ ວ່າມີອີກຫລາຍສິ່ງຫລາຍຢ່າງທີ່ເຮົາຈະຕ້ອງພົບພໍ້ ແລະ ຮຽນຮູ້ທີ່ຈະຢູ່ກັບມັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com