ທ່ຽວຊົມທຳມະຊາດຂອງນ້ຳຕົກຕາດແຊພະ-ເຊປ່ອງໄລ ອັດຕະປື

SA Game

ພາບ: laophattananews.com

ທ່ຽວຊົມທຳ​ມະ​ຊາດ​ນ້ຳຕົກຕາດແຊພະ-ເຊປ່ອງໄລ ທີ່​ສວຍ​ງາມ​ຂອງ ​ອັດ​ຕະ​ປື

ທຳ​ມະ​ຊາດ​ຂອງນໍ້າຕົກຕາດແຊພະ-ເຊ ປ່ອງໄລ ເປັນສະຖານທີ່ທ່ອງ ທ່ຽວທີ່ໂດດເດັ່ນ ແລະ ສວຍ ສົດງົດງາມອີກແຫ່ງໜຶ່ງທີ່ ຖືກອອ້ມຮອບໄປດ້ວຍທິວ ທັດທໍາມະຊາດອັນຂຽວງາມອຸ່ມທຸ່ມ ຈຶ່ງເຮັດໃຫ້ອາກາດ ເຂດນີ້ມີຄວາມປອດໂປ່ງສົດໄສດີ.

ນໍ້າຕົກຕາດແຊພະ- ເຊ ປ່ອງໄລ ຕັ້ງຢູ່ຕາມ ລໍາເຊນໍ້າ ປຽນ ເຂດບ້ານຫີນລາດ, ເມືອງສະໜາມໄຊ, ແຂວງ ອັດຕະປື ຫ່າງຈາກເທສະ ບານເມືອງໄປປະມານ 23 ກິໂລແມັດ, ເປັນນໍ້າຕົກ ຕາດ ທີ່ມີສະເໜ່ງົດງາມແບບທໍາມະຊາດ,ເໝາະແກ່ການມາ ທ່ຽວຊົມ ແລະ ພັກຜ່ອນຢ່ອນ ໃຈໃນຍາມຫວ່າງເພື່ອມາ ຍ່າງເລາະປ່າທ່ຽວຊົມທໍາມະ ຊາດ, ກິນເຂົ້າປ່າສາມັກຄີ ແລະ ລົງຫຼິ້ນນໍ້າຕົກຕາດ ແຊ່ ເຢັນໃຫ້ຊື່ນໃຈ ທ່ານໃດຫາກ ໄດ້ໄປທ່ຽວຊົມນໍ້າຕົກຕາດ ແຫ່ງນີ້ກໍຈະສັງເກດເຫັນນໍ້າຕົກ

SA Game
ພາບ: laophattananews.com

ຕາດທີ່ເປັນຊັ້ນຕົກລົງມາ ເຊິ່ງມີຄວາມສູງປະມານ 23ແມັດ ແລະ ກວ້າງ ກວ່າຮ້ອຍ ແມັດ ຕາມຕໍານານທີ່ໄດ້ເລົ່າ ຂານກັນມາວ່າ: ໃນເມື່ອກ່ອນ ຢູ່ບໍລີເວນຕາດແຫ່ງນີ້ແມ່ນມີຖໍ້າແຫ່ງໜຶ່ງ ແລະ ໄດ້ມີພະສັກສິດອົງໜຶ່ງທີ່ສາມາດສະ ເດັດໄປໃນທຸກຫົນແຫ່ງ.

ນອກນັ້ນ, ໃນຖໍ້າແຫ່ງນີ້ ຍັງ ມີແກ້ວ ແຫວນເງິນຄໍາ ແລະ ເພັດນິນ ຈິນດາຕ່າງໆ ເຊິ່ງປະຊາຊົນ ຢູ່ເຂດນີ້ເຄີຍມາຢືມເອົາ ເຄື່ອງ ເຫຼົ່ານີ້ໄປປະດັບເອ້ໃນຍາມ ມີງານບຸນຕ່າງໆແລ້ວກໍເອົາມາສົ່ງຄືນຄືເກົ່າ,ຕໍ່ມາໄດ້ມີ ກຸ່ມຄົນບໍ່ດີມາລັກເອົາເຄື່ອງຂອງທີ່ມີຄ່າຕ່າງໆເຫຼົ່ານັ້ນໄປ ແລະ ບາງຄົນເອົາໄປແລ້ວ ບໍ່ມາສົ່ງຄືນ ຈຶ່ງເຮັດໃຫ້ພະ ອົງດັ່ງກ່າວນັ້ນສະເດັດໄປ ປະດິດສະຖານຢູ່ແຫ່ງອື່ນ ແລ້ວຖໍ້າແຫ່ງນີ້ກໍໄດ້ຫັກເພ ພັງລົງມາຈົນບໍ່ມີໃຜສາມາດ ເຂົ້າໄປໃນຖໍ້ານີ້ໄດ້ ຈິ່ງເປັນ ທີ່ມາຂອງຊື່ຕາດແຊພະ ແຫ່ງນີ້.

SA Game
ພາບ: laophattananews.com

ນໍ້າຕົກຕາດແຊພະ- ເຊປ່ອງໄລ ໄດ້ຖືກຄົ້ນພົບມາ ດົນແລ້ວ, ແຕ່ມາຮອດປັດ ຈຸບັນນີ້ເສັ້ນທາງເຂົ້າ-ອອກຍັງບໍ່ທັນໄດ້ຮັບການພັດທະນາເທື່ອ ແລະ ຍັງເປັນເສັ້ນ ທາງລໍ້-ທາງກວຽນແບບ ດັ້ງເດີມຢູ່, ຖ້າໄປຍາມແລ້ງ ແມ່ນສະດວກແຕ່ຮອດຍາມລະດູຝົນມາ ເສັ້ນທາງບໍ່ສະ ດວກປານໃດ, ເຫັນຄວນ ໄດ້ຮັບການພັດທະນາຕື່ມ ອີກທັງນີ້ ກໍເພື່ອສ້າງຄວາມ ດຶງດູດໃຫ້ກັບບັນດານັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ຊົມຫຼາຍຂຶ້ນກວ່າເກົ່າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com