ບັນ​ດາຖ້ຳຂອງຜູ້ນຳລາວ ແລະ ເມືອງວຽງໄຊດິນແດນວິລະຊົນ

SA Game

ພາບ​: laophattananews.com

ຄວາມ​ອັດ​ສະ​ຈັນ​ຂອງຖ້ຳຜູ້ນຳ ແລະ ການປະຕິວັດລາວອັນຂຶ້ນຊື່ລືຊາ.

ຖ້າ​ຈະ​ເວົ້າ​ເຖິງເຂດທີ່ໝັ້ນຂອງການ ປະຕິວັດລາວອັນຂຶ້ນຊື່ລືຊາໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ ຫລື ເວົ້າ​ໄດ້​ວ່າ​ເປັນ​ບ່ອນ​ທີ່​ບັນ​ດາ​ທ່ານ​ຜູ້​ນຳ​ຕ່າງໆ​ໄດ້​ເອົາ​ເປັນ​ບ່ອນ​​ອາ​ໃສ ແລະ ການ​ເຮັດ​ວຽກ​ປືກ​ສາ​ຫາ​ລື​ລະ​ຫວ່າງ​ກັນ ແລະ ກັນ​ໃນ​ວຽກ​ງານ​ຕ່າງໆ, ບັນ​ດາ​ທ່ານ​ຜູ້​ນຳ​ແຕ່​ລະ​ທ່ານ​ກໍ່​ຈະ​ມີ​ຖ້ຳ​ຂອງ​ທ່ານເພື່ອ​ເປັນ​ບ່ອນ​ເຮັດ​ວຽກ ຫລື ຫ້ອງ​ການ​ຂອງ​ເພິນ​ນັ້ນ​ເອງ.

ເມືອງວຽງໄຊ, ແຂວງຫົວພັນ ມີບັນດາຖໍ້າປະຫວັດສາດ ອັນສໍາຄັນຂອງອະດີດທ່ານ ຜູ້ນໍາ ຂອງລາວຫຼາຍ ທ່ານ ໃນ ສະໄໝຕໍ່ສູ້ກູ້ຊາດເຊັ່ນ: ຖໍ້າ ທ່ານ ໄກສອນ ພົມວິຫານ, ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ຄໍາໄຕ ສີພັນດອນ, ທ່ານ ສີສະຫວາດ ແກ້ວບຸນພັນ, ທ່ານ ສີທົນ ກົມມະດໍາ, ທ່ານ ໄຟດ່າງ ລໍເບຣຍຢາວ ແລະ ທ່ານ ພູນ ສີປະເສີດ,

SA Game
ພາບ​: laophattananews.com

(ຖ້ຳ ທ່ານ ສຸພານຸວົງ)

ເຊິ່ງ ທັງໝົດເຫຼົ່ານີ້ ມາຮອດປັດຈຸ ບັນໄດ້ກາຍເປັນສະຖານທີ່ມີ ຄວາມໝາຍສໍາຄັນທາງປະ ຫວັດສາດ ໃນການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານຂອງການ ປະຕິວັດລາວ.

ດັ່ງທີ່ເຮົາຮູ້ແລ້ວວ່າ, ບັນ ດາຖໍ້າອະດີດຂອງທ່ານຜູ້ນໍາ ແຫ່ງ ນີ້, ທັງເປັນເຮືອນຢູ່, ທັງ ເປັນບ່ອນວາງແຜນຍຸດທະ ສາດເພື່ອນໍາພາປະຊາຊົນໃນ ການຕໍ່ສູ້ກູ້ຊາດຕ້ານພວກ ລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເຊິ່ງພັກເຮົາກໍໄດ້ວາງ ແນວທາງການປະຕິວັດລາວຕໍ່ ຕ້ານຍືດເຍື້ອຍາວນານ, ແບບ ປວງຊົນ ແລະ ຮອບດ້ານ.

ພຽງ ໄລຍະສັ້ນໆ ຖານທີ່ໝັ້ນການ ປະຕິວັດໄດ້ ເກີດຂຶ້ນຢູ່ໃນແຕ່ ລະເຂດ, ແຂວງ ຕ່າງໆ, ກໍາລັງ ປະກອບອາວຸດກໍໄດ້ຮັບການ ສ້າງຕັ້ງຂຶ້ນເປັນກອງຮ້ອຍ ເຊັ່ນ: ກອງໄຊ ຈັກກະພັດ, ກອງ ສາມແສນໄທ, ກອງຟ້າງຸ່ມ, ກອງປັດໄຈ ແລະ ອື່ນໆ.

SA Game
ພາບ​: laophattananews.com

(ທາງເຂົ້າໄປໃນຖ້ຳ ທ່ານ ໄກສອນ ພົມວິຫານ)

ມາຮອດປັດຈຸບັນ, ສະ ຖານທີ່ແຫ່ງນີ້ຈຶ່ງກາຍເປັນ ແຫຼ່ງທ່ອງທ່ຽວທີ່ມີຄວາມ ໝາຍສໍາຄັນທາງປະຫວັດ ສາດ, ເຊິ່ງໄດ້ຈາລຶກໄວ້ໃນ ຄວາມຊົງຈໍາຂອງທົ່ວປວງ ຊົນລາວ ສໍາລັບ ປີ 2018 ນີ້, ອົງການຈັດຕັ້ງພັກ-ລັດ ເພິ່ນ ກໍໄດ້ຫ້າງຫາກະກຽມເພື່ອຈັດ ຕັ້ງການສະເຫຼີມສະຫຼອງວັນ ສ້າງຕັ້ງ ເມືອງ ວຽງໄຊ ເຂດທີ່ ໝັ້ນຂອງການ ປະຕິວັດລາວ ຄົບຮອບ 50 ປີ ຄື: 30/11/ 1968-30/11/ 2018 ທີ່ຈະ ມາເຖິງ ນີ້ໃຫ້ມີຄວາມໝາຍ ສໍາຄັນ ແລະ ມີບັນຍາກາດ ຄຶກຄື້ນ, ເຊິ່ງການກະກຽມ ດັ່ງກ່າວ, ມາຮອດປັດຈຸບັນໄດ້ ມີຄວາມພ້ອມເກືອບທຸກດ້ານ ແລ້ວຄື: ວຽກງານກໍ່ສ້າງຖະ ໜົນຫົນທາງ, ການກໍ່ສ້າງວົງ ວຽນ, ປັບປຸງໜອງນໍ້າ, ສ້າງ ສວນສາທາລະນະໄດ້ ສໍາເລັດ ແລ້ວເປັນສ່ວນໃຫຍ່, ເຊິ່ງຍັງ ພວມດໍາເນີນຢູ່ແມ່ນການປັບ ປຸງກໍ່ສ້າງສະໜາມຫຼວງ, ຫໍ ວັດທະນະທໍາຄາດວ່າ: ໃຫ້ ສໍາເລັດໃນມໍ່ໆນີ້. ສ່ວນການອະ ນາໄມ, ປະດັບປະດາຕົວເມືອງ, ການປະດິດຄິດແຕ່ງບົດກອນ, ບົດເພງ ແລະ ຂັບລໍາ ຕ່າງໆ ກໍພວມດໍາເນີນຢູ່ຢ່າງເຄັ່ງ ຮ້ອນ, ພ້ອມນັ້ນ, ໃນວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມ ສະຫງົບ ກໍໄດ້ເອົາໃຈໃສ່ຢ່າງ ເຂັ້ມງວດເພື່ອຮັບປະກັນໃຫ້ ງານສະເຫຼີມສະຫຼອງໃຫຍ່ ດັ່ງ ກ່າວໄດ້ດໍາເນີນໄປດ້ວຍຄວາມ ສະຫງົບປອດໄພ.

SA Game
ພາບ​: laophattananews.com

(ຖ້ຳ ທ່ານ ໜູຮັກ ພູມສະຫວັນ)

ໃນໂອກາດນີ້ , ທ່ານ ເຈົ້າ ແຂວງຫົວພັນ ວັນໄຊ ແພງຂຸມ ມາ ກໍໄດ້ເຊີນຊວນ ປະຊາຊົນ ບັນດາເຜົ່າ, ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໂດຍ ສະເພາະຄົນຮຸ່ນໃໝ່ເຂົ້າມາ ຮ່ວມງານໃນຄັ້ງນີ້, ຈະໄດ້ຮຽນ ຮູ້ປະຫວັດສາດອັນປິຊາສາ ມາດຂອງພັກ ໃນການນໍາ ພາການປະຕິວັດຕໍ່ສູ້ກູ້ຊາດ ແລະ ຕ້ານຈັກກະພັດຜູ້ຮຸກ ຮານຢ່າງພິລະອາດຫານ ແລະ ສາມາດຍາດໄດ້ໄຊຊະນະເປັນ ກ້າວໆມາຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ ໃນປີ 1975 ແລະ ສາມາດປະ ກາດເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ແນໃສ່ເອົາຂະບວນການ ສະຫຼອງເມືອງວຽງໄຊ-ຖານ ທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນຄັ້ງນີ້ເປັນ ຂະບວນການປຸກລະດົມກໍາລັງທຸກພາກສ່ວນ ເພື່ອພ້ອມກັນ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກໃຫ້ສໍາ ເລັດຜົນຢ່າງຈົບງາມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com