ທ່າແຕງຟາມ ອີກໜຶ່ງສະຖານທີ່ທ່ອງທ່ຽວຂອງເມືອງທ່າແຕງ

SA Game

ພາບ: news.com.la

ທ່າແຕງຟາມ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວຂອງເມືອງທ່າແຕງໄປແລ້ວ.

ທ່າແຕງ ແຂວງເຊກອງ ທີ່ຕັ້ງຢູ່ພາກໃຕ້ຂອງປະເທດລາວ ທີ່ມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ທໍາມະຊາດ ແລະ ວັດທະນະທໍາ  ເຊິ່ງເປັນທ່າແຮງໜຶ່ງທີ່ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ທ່າແຕງ ຟາມຣີສອດ ກໍເປັນສະຖານທີ່ໜຶ່ງທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ສະຖານທີ່ແຫ່ງນີ້ແຕ່ກ່ອນແມ່ນເປັນສວນກາເຟ ແລະ ລ້ຽງປາຂາຍ ຕໍ່ມາຜູ້ສຳປະທານເຫັນວ່າມີຄວາມເໝາະສົມແກ່ການພັດທະນາເປັນແຫຼ່ງທ່ອງທ່ຽວ ເນື່ອງຈາກສະພາບອາກາດທີ່ດີ ແລະ ທິວທັດທໍາມະຊາດສວຍງາມເໝາະແກ່ການທ່ອງທ່ຽວ ແລະ ພັກຜ່ອນ. ຈາກທ່າແຮງຄວາມເປັນໄປໄດ້ບວກກັບຄຳແນະນຳແນະນຳຈາກໝູ່ຄູ່ທີ່ຮັກແພງ ຕໍ່ມາກໍ່ໄດ້ສ້າງຕູບຂຶ້ນຢູ່ແຄມໜອງ ເພື່ອໃຫ້ຜູ້ຄົນໄດ້ເຂົ້າມາພັກຜ່ອນ, ທ່ຽວຊົມ ແລະ ສໍາຜັດກັບອາກາດທີ່ບໍລິສຸດຊຸ່ມເຢັນ ແລະ ສົດຊື່ນ ໄປຄຽງຄູ່ກັບການບໍລິການອາຫານຕາມສັ່ງ.

SA Game
ພາບ: news.com.la

ຜ່ານການເປີດບໍລິການໄປໄລຍະໜຶ່ງ ເມື່ອເຫັນວ່າໄດ້ຮັບການຕອບຮັບຈາກຜູ້ຄົນ ແລະ ແຂກທີ່ເຂົ້າມາທ່ຽວຫຼາຍຂຶ້ນ ຈຶ່ງໄດ້ນໍາເຮືອເປັດເຂົ້າມາໃຫ້ບໍລິການຕື່ມອີກຈໍານວນ 5 ລໍາ ເຊິ່ງເຫັນວ່າຜູ້ບໍລິການທີ່ເຂົ້າມາທ່ຽວຊົມກໍ່ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ມາຮອດປີ 2016 ຈຶ່ງໄດ້ເລີ່ມພັດທະນາ ແລະ ໄດ້ຂະຫຍາຍກິດຈະການ ລວມທັງການເປີດບໍລິການໄປພ້ອມໆກັນ.

ປັດຈຸບັນໄດ້ສ້າງຕູບຮອງຮັບນັກທ່ຽວທັງໝົດ 39 ຕູບ ເຮືອເປັດ 16 ລໍາ, ເຮືອຂະຍັກ 5 ລໍາ ແລະ ສາລາໃຫຍ່ 1 ຫຼັງ.

SA Game
ພາບ: news.com.la

ຜູ້ອໍານວຍການ ທ່າແຕງຟາມ ຣີສອດ ໄດ້ໃຫ້ຮູ້ວ່າ: ປັດຈຸບັນການບໍລິການ ເຊິ່ງນອກຈາກອາຫານທີ່ຖືກ, ແຊບແລ້ວ ກໍ່ຍັງມີເຄື່ອງດື່ມ ແລະ ມີກິດຈະກໍາອື່ນໆທີ່ພ້ອມໃຫ້ບໍລິການແກ່ນັກທ່ອງທ່ຽວ ເປັນຕົ້ນແມ່ນບໍລິການຂີ່ສະລິງ, ເຮືອຖີບ, ເຮືອຂະຍັກ, ສວນສະໜຸກ ແລະ ຊົມສັດລ້ຽງ ເຊິ່ງບັນດານັກທ່ອງທ່ຽວແມ່ນຈະມາທ່ຽວສະຖານທີ່ແຫ່ງນີ້ບໍ່ຂາດແຕ່ລະມື້ຈະມີປະມານ 200 ຫາ 300 ຄົນ ແລະ ຈະຫຼາຍໄປໃນໄລຍະໃນເທດສະການ ປະມານ 3.000ຄົນ ໂດຍສະເລ່ຍໃນປີໜຶ່ງມີນັກທ່ອງທ່ຽວເຂົ້າມາທ່ຽວຊົມປະມານ 80 ພັນ ຫາ 1 ແສນຄົນ.

ທ່າແຕງຟາມຣິສອດເປັນອີກສະຖານທີ່ໜຶ່ງທີ່ສ້າງຄວາມສົນໃຈ ແລະ ດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ຜູ້ປະກອບການໄດ້ເປັນຢ່າງດີ ທັງເປັນການສ້າງວຽກເຮັດງານທໍາໃຫ້ ກັບຜູ້ວ່າງງານທີ່ຢູ່ເຂດໃກ້ຄຽງ.

SA Game
ພາບ: news.com.la

ຜູ້ອໍານວຍການທ່າແຕງຟາມ ຣິສອດ ຍັງໄດ້ໃຫ້ຮ້ອີກວ່າ ໃນອະນາຄົນຕໍ່ໜ້າ ຍັງຈະຂະຫຍາຍກິດຈະການຕື່ມອີກ ເປັນຕົ້ນແມ່ນການຂະຫຍາຍດ້ານອາຄານສະຖານທີ່ພັກ, ກິດຈະກໍາສົ່ງເສີມຜະລິດຕະພັນທີ່ເປັນສິນຄ້າຂອງຊົນເຜົ່າ ແລະ ສ້າງຫໍວາງສະແດງຮູບພາບ ທາງດ້ານປະຫວັດຄວາມເປັນມາຂອງທ່າແຕງຟາມຣີສອດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: news.com.la