ເງື່ອນໄຂສປປ ລາວ ທີ່ຈະມອບສັນຊາດລາວໃຫ້ຄົນຕ່າງປະເທດ.

SA Game

ພາບ: targetlaos.com

ຄົນຕ່າງປະເທດທີ່ອາໄສຢູ່ລາວເງື່ອນໄຂທີ່ຈະໄດ້ສັນຊາດລາວ.

ດັ່ງທີ່ເຮົາຮູ້ກັນດີຢູ່ແລ້ວມັນຍາກຫລາຍທີ່ຄົນຕ່າງດ້າວ ຫລື ຄົນປະເທດໃດໜືງຈະໄດ້ຮັບການອະນຸຍາດໃຫ້ໄດ້ອີກສັນຊາດໜຶ່ງ ຫລື ອາດຈະຫລາຍໆສັນຊາດ, ເຮົາມາເບິ່ງລະບຽບ ແລະ ວິທີການທີ່ ສປປ ລາວ ຈະມອບສັນຊາດລາວໃຫ້ບຸກຄົນຕ່າງປະເທດທີ່ອາໃນຢູ່ໃນປະເທດລາວ.

ຫາກຄົນຕ່າງປະເທດທີ່ຢູ່ອາໄສຢູ່ໃນ ສປປ ລາວ ຕ້ອງການທີ່ຈະໄດ້ສັນຊາດລາວຕ້ອງມີຂັ້ນຕອນລາຍລະອຽດແນວໃດນັ້ນ, ໃນກົດໝາຍຂອງ ສປປ ລາວ ວ່າດ້ວຍສັນຊາດລາວໃນມາດຕາ 14,  ເງື່ອນໄຂການໄດ້ສັນຊາດລາວຂອງພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດ ພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດອາດຈະໄດ້ສັນຊາດລາວຕາມຄໍາຮ້ອງຂໍຂອງຜູ້ກ່ຽວຖ້າຫາກວ່າມີເງື່ອນໄຂຄົບຖ້ວນດັ່ງນີ້:

SA Game
ພາບ: targetlaos.com
  1. ຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປໃນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ
  2. ເຄົາລົບລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ
  3. ເວົ້າ, ອ່ານ ແລະ ຂຽນພາສາລາວໄດ້ໃນລະດັບອັນແນ່ນອນ
  4. ມີຫຼັກຖານວ່າຕົນໄດ້ເຊື່ອມເຂົ້າສັງຄົມ ແລະ ວັດທະນະທໍາລາວ, ຮູ້ ແລະ ເຄົາລົບຮີດຄອງປະເພນີດີງາມຂອງລາວ
  5. ມີສຸຂະພາບດີ, ບໍ່ເປັນພະຍາດຕິດຕໍ່ຮ້າຍແຮງ, ບໍ່ຕິດຢາເສບຕິດ
  6. ບໍ່ຖືກສານຕັດສິນລົງໂທດຕັດອິດສະລະພາບ
  7. ໄດ້ປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ
  8. ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ
  9. ໄດ້ປະສັນຊາດເດີມຂອງຕົນ (ຍົກເວັ້ນຄົນບໍ່ມີສັນຊາດ)
  10. ໄດ້ຢູ່ ສປປ ລາວ ຢ່າງຕໍ່ເນື່ອງແຕ່ສິບປີຂຶ້ນໄປກ່ອນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ, ສໍາລັບຜູ້ມີຄວາມຮູ້ດ້ານວິຊາສະ ເພາະຂັ້ນຊ່ຽວຊານກໍານົດເວລາດັ່ງກ່າວນີ້ອາດຈະສັ້ນກວ່າ
  11. ມີວິຊາສະເພາະ, ວິຊາຊີບໃດໜຶ່ງທີ່ແນ່ນອນ, ມີຖານະດ້ານເສດຖະກິດທີ່ໝັ້ນຄົງ

ໃນວັນທີ 10 ມັງກອນ ທີ່ຜ່ານມາ, ພະ​ແນກ​ພາຍ​ໃນນະ­ຄອນ­ຫຼວງ​ວຽງ​ຈັນ ກໍໄດ້ຈັດ​ພິ­ທີ​ມອບ​ສັນ­ຊາດ​ລາວ​ໃຫ້​ຄົນ​ຕ່າງ­ປະ­ເທດ ຫຼື ຄົນ​ທີ່​ບໍ່​ມີ​ສັນ­ຊາດ​ທີ່​ອາ­ໄສ​ຢູ່ ສປປ ລາວ ແລະ ມີ​ເງື່ອນ­ໄຂ​ຄົບ​ຖ້ວນ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ສັນ­ຊາດ​ລາວ, ​ມອບ​ໂດຍ​ ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ຫົວ­ໜ້າ​ພະ​ແນກ​ພາຍ​ໃນນະຄອນຫຼວງ, ມີ​ທ່ານ ວັນ​ດີ ຈັນ­ທະ​ວີ​ເດດ ຮອງ​ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ພົນ­ລະ­ເມືອງ ກະ­ຊວງ​ພາຍ​ໃນ, ຕາງ­ໜ້າ ປກສ ນວ ປກສ ເມືອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງເຂົ້າ​ຮ່ວມ.

ການ​ມອບ​ສັນ­ຊາດ​ລາວ​ໃຫ້​ຄົນ​ຕ່າງ­ປະ­ເທດ​ຄັ້ງ​ນີ້ແມ່ນ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ລັດ​ຖະບານ, ກົດ­ໝາຍ​ວ່າ​ດ້ວຍ​ສັນ­ຊາດ​ລາວ ແລະ ອີງ​ຕາມ​ໜັງ­ສື​ສະ­ເໜີ​ຂອງ​ກະ­ຊວງ​ຍຸ­ຕິ​ທຳ. ດັ່ງ­ນັ້ນ ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ​ຈຶ່ງ​ໄດ້​ອອກ​ຂໍ້​ຕົກ­ລົງ​ໃຫ້​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີປະ­ສານ​ສົມ­ທົບ​ກັບ​ກະ­ຊວງ​ພາຍ​ໃນ, ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ, ກະ­ຊວງ​ການ​ຕ່າງ­ປະ­ເທດ, ກະ­ຊວງ​ຍຸ­ຕິ​ທຳ ແລະ ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ເພື່ອ​ປະ­ຕິ­ບັດ​ຂໍ້​ຕົກ­ລົງ​ສະ­ບັບ​ດັ່ງ­ກ່າວ ຊຶ່ງ​ໄດ້​ເຫັນ​ດີ​ອະ­ນຸ­ມັດ​ໃຫ້​ສັນ­ຊາດລາວ 8 ຄົນ. ໃນ​ນີ້ ມີ​ຄົນ​ເຊື້ອ​ຊາດ ແລະ ສັນ­ຊາດ​ຫວຽດ­ນາມ 4 ຄົນ, ຍິງ 1 ຄົນ, ຈີນ 2 ຄົນ, ຍິງ 1 ຄົນ, ອິນ​ເດຍ 1 ຄົນ ແລະ ປາ​ກິ​ສ​ຖານ 1 ຄົນ.

ດັ່ງນັ້ນຫາກວ່າຄົນປະເທດໃດໆທີ່ອາໄສຢູ່ໃນ ສປປ ລາວ ຫລື ບຸກຄົນທີ່ຍັງບໍ່ມີສັນຊາດຕ້ອງການຢາກໄດ້ສັນຊາດລາວກໍຕ້ອງມີເງືອນໄຂໃຫ້ຄົບຕາມລະບຽບການແລ້ວກໍບໍ່ມີບັນຫາໃນການທີ່ຈະໄດ້ສັນຊາດລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: targetlaos.com