ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມເຮັດວຽກທີ່ແຂວງສາລະວັນ

SA Game

ຂປລ.

ແຂວງສາລະວັນຕ້ອນ​ຮັບ​ການ​ມາ​ເຮັດ​ວຽກ​ຂອງປະທານປະເທດ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມເຮັດວຽກທີ່ແຂວງສາລະວັນໃນວັນທີ 25 ມີນາ 2023 ນີ້, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງ ແຂວງສາລະວັນ, ພ້ອມດ້ວຍບັນດາທ່ານ ການນຳຂອງແຂວງ. ຈາກນັ້ນ ກໍໄດ້ໄປຢ້ຽມຢາມໂຮງງານຈຸງຢາງອິຊີ ຊີມັງລາວ.

ໂອກາດນີ້, ທ່ານ ຢຽນຮົວະ ປະທານ ບໍລິສັດ ຈຸງຢາ ອິຊີ ຊີມັງລາວ ຈຳກັດຜູ້ດຽວ ກໍໄດ້ລາຍງານໃຫ້ຮູ້ວ່າ:

ບໍລິສັດ ຈຸງຢາ ອິຊີ ຊີມັງລາວ ຈຳກັດຜູ້ດຽວ ລົງທຶນໂດຍນັກລົງທຶນຈາກ ສປ ຈີນ 100%, ທຶນໃນການ ກໍ່ສ້າງ ແລະ ຂະຫຍາຍກິດຈະການມາຮອດປັດຈຸບັນ ລວມມູນຄ່າທັງໝົດ 300 ລ້ານກວ່າໂດລາສະຫະລັດ, ສາຍການຜະລິດທີ່ 1 ທີ່ສ້າງສຳເລັດແລ້ວ ແມ່ນມີກຳລັງແຮງງານຜະລິດ 500.000 ໂຕນຕໍ່ປີ, ສ່ວນສາຍທີ 2 ການກໍ່ສ້າງຍັງບໍທັນສຳເລັດ, ສາຍນີ້ມີກຳລັງການຜະລິດ 1.00.000 ໂຕນຕໍ່ປີ ແລະ ມີໜ່ວຍງານຜະລິດໄຟຟ້າມີກຳລັງຜະລິດ 15 ເມກາວັດ, ມີພະນັກງານທັງໝົດ 421 ຄົນ.

SA Game
ຂປລ.

ໃນນັ້ນ, ພະນັກງານຄົນຈີນ 50 ຄົນ, ຄົນລາວ 371 ຄົນ. ຕະຫລອດໄລຍະ 10 ປີຜ່ານມາ ບໍລິສັດໄດ້ປະຕິບັດຕາມ ການຊີ້ນຳ-ນໍາພາຂອງພັກ-ລັດ ກໍຄື ກົດໝາຍແຫ່ງ ສປປ ລາວ ໂດຍສະເພາະແມ່ນກົດໝາຍວ່າດ້ວຍສວຍສາອາກອນ, ນັບແຕ່ປີ 2012

ມາຮອດປັດຈຸບັນ ໄດ້ມອບອາກອນທັງໝົດ 90 ຕື້ກວ່າກີບ ແລະ ໄດ້ຝຶກອົບຮົມດ້ານວຽກງານວິຊາການໃຫ້ແກ່ພະນັກງານ, ສ້າງວຽກເຮັດ ງານທຳໃຫ້ແກ່ແຮງງານລາວ ຄຽງຄູ່ກັບການພັດທະນາເສດຖະກິດຂັ້ນ ທ້ອງຖິ່ນ ກໍຄື ແຂວງສາລະວັນ.

ພ້ອມນັ້ນ, ຍັງໄດ້ປະກອບສ່ວນທຶນ ແລະ ວັດຖຸອຸປະກອນຊ່ວຍເຫລືອສັງຄົມທັງພາຍໃນແຂວງ ແລະ ຕ່າງແຂວງ ເປັນຕົ້ນ ແມ່ນພະແນກການຕ່າງໆ, ບ້ານ, ວັດ, ຖະໜົນຫົນທາງອື່ນໆ.

ໃນໄລຍະ 10 ຜ່ານມານີ້, ບໍລິສັດ ໄດ້ຈຳໜ່າຍຊີມັງອອກໄປມີ 6 ແຂວງ ທາງພາກກາງ-ພາກໃຕ້ ແລະ ສ່ວນໜຶ່ງໄດ້ສົ່ງອອກໄປຈຳໜ່າຍໄປປະເທດ ກຳປູເຈຍ ແລະ ໃນອະນາຄົດທາງບໍລິສັດ ມີແຜນຈະສົ່ງອອກຈຳໜ່າຍ ສູ່ຕະຫລາດໄທ, ເພາະວ່າການກໍ່ສ້າງບັນດາໂຄງການໃຫຍ່ທາງພາກໃຕ້ ເຊັ່ນ:

ໂຄງການກໍ່ສ້າງເຄື່ອນໄຟຟ້າຕ່າງໆ, ໂຮງງານເຈ້ຍສະຫວັນນະເຂດ ແລະ ໂຄງການອື່ນໆ ລ້ວນແຕ່ນຳໃຊ້ຊີມັງຂອງພວກເຮົາ ແລະ ໄດ້ຄວາມໄວ້ວາງ ໃຈຈາກລູກຄ້າ ກໍຍ້ອນວ່າຜະລິດຕະພັນມີຄຸນນະພາບໄດ້ ມາດຕະຖານ ສາກົນ.

SA Game
ຂປລ.

ໃນໂອກາດດຽວກັນນີ້, ທ່ານປະທານປະເທດ ກໍໄດ້ເນັ້ນໃຫ້ເອົາໃຈໃສ່ ຜະລິດຊີມັງ ໃຫ້ໄດ້ຄຸນນະພາບ ມີມາດຕະຖານສູງໃຫ້ແກ່ລູກຄ້າ ແລະ ຕະຫລາດຮອງຮັບໄດ້. ພ້ອມນັ້ນ, ກໍຕ້ອງໄດ້ມີປະກອບສ່ວນພັດທະນາ ແຂວງສາລະວັນ ແລະ ປະຊາຊົນໃນການສ້າງວຽກງເຮັດງານທຳໃຫ້ຫລາຍ ຂຶ້ນ. ຈາກນັ້ນ, ທ່ານເຈົ້າແຂວງສາລະວັນ ພ້ອມທີມງານ ກໍໄດ້ນຳພາ ທ່ານປະທານປະເທດ ແຫ່ງ ສປປ ລາວ ທ່ຽວຊົມ ຫໍໄຕປີດົກ ວັດກາງ ເທສະບານ ເມືອງສາລະວັນ ທີ່ເປັນແຫ່ງທ່ອງທ່ຽວທາງດ້ານວັດທະນະທໍາ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.