ທຳມະຊາດອັນສວຍງາມຂອງເມືອງພູຄູນ ເມືອງທະເລໝອກ

SA Game

ພາບ​: laophattananews.com

ເມືອງພູຄູນກັ​ບ​ທຳ​ມະ​ຊາດ​ອັນ​ສວຍ​ງາມປົກ​ຄຸ່ມ​ດ້ວຍທະເລໝອກ

ເມືອງພູຄູນ ຕັ້ງຢູ່ເສັ້ນທາງ 13ເໜືອ ໃນຈຸດ3ແຍກໄປແຂວງ ຊຽງຂວາງ ແລະ ຫຼວງພະບາງ ,ເປັນຈຸດທີ່ສູງຊັນຈົນກາຍເປັນ ເມືອງຍຸດທະສາດສໍາຄັນອີກ ແຫ່ງໜຶ່ງຂອງແຂວງຫຼວງພະ ບາງ. ຖ້າທຽບກັບລະດັບນໍ້າ ທະເລແລ້ວຈະມີຄວາມສູງປະ ມານ 1.500ແມັດ, ແລະ ມີຈຸດ ພິເສດພົ້ນເດັ່ນຄືມື້ໜຶ່ງມີສາມ ລະດູເຊັ່ນ:

ຝົນຕົກ, ມີໝອກ ແລະ ແດດ. ອຸ່ນນະພູມໃນລະດູໜາວ ບາງປີມີພຽງ 0 ອົງສາ ແລະ ລະດູຮ້ອນຈະບໍ່ເກີນ 30 ອົງສາ.

ເມືອງພູຄູນ ເປັນພູມລໍາ ເນົາ ຂອງພີ່ນ້ອງເຜົ່າມົ້ງ ແລະ ເຜົ່າກຶມມຸ ເປັນສ່ວນໃຫຍ່ໂດຍ ອາໄສການເຮັດໄຮ່ ແລະ ເຮັດ ສວນ, ຖ້າໃຜຫາກໄດ້ຜ່ານໄປ ມາກໍສາມາດສັງເກດເຫັນໄດ້ ຈາກພູຫົວໂລ້ນຫຼາຍໜ່ວຍ ຍ້ອນການຖາງປ່າເຮັດໄຮ່ຂອງ ປະຊາຊົນເຂດນີ້

SA Game
ພາບ​: laophattananews.com

ໃນເມື່ອກ່ອນ ແລະ ແຕ່ໃດໆມາ ປະຊາຊົນເຂດ ນີ້ ມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານເພີ່ມພູນ ຜະລິດຜົນທີ່ອາໃສຄວາມອຸດົມ ສົມບູນຂອງທໍາມະຊາດທີ່ອໍາ ນວຍຄວາມສະດວກໃຫ້ແກ່ ຜົນລະປູກຂອງເຂົາເຈົ້າ ເຊັ່ນ:

ຜັກກາດ, ໝາກເຜັດ, ໝາກແຕງ ແລະ ອື່ນໆ. ນອກນັ້ນ, ພວກ ເຂົາຍັງໄດ້ອາໃສເຄື່ອງປ່າຂອງດົງເພື່ອການລ້ຽງຊີບເຊັ່ນ: ຍັງ ໄດ້ເອົາຕົ້ນແຂມມາເຮັດຟອຍ ຂາຍເປັນລາຍຮັບເສີມໃຫ້ ຄອບຄົວນໍາອີກ.

SA Game
ພາບ​: laophattananews.com

ໃນເມື່ອກ່ອນ ເມືອງພູຄູນ ເປັນພຽງຕົວເມືອງນ້ອຍໃນເຂດຊົນນະບົດແຕ່ມາຮອດປັດຈຸບັນ, ແມ່ນໄດ້ຮັບການປົວແປງໃຫ້ ເປັນສະຖານທີ່ທ່ອງທ່ຽວ, ເຊິ່ງ ເປັນເມືອງທີ່ອຸດົມສົມບູນໄປ ດ້ວຍທໍາມະຊາດປ່າໄມ້ຂຽວ ງາມ, ມີຖໍ້ານໍ້າຕົກ ແລະ ວັດ ຖຸບູຮານເກົ່າແກ່ຄືຢູ່ຫ່າງຈາກ ຕົວເມືອງພູຄູນໄປທາງທິດ ເໜືອປະມານ 50 ກິໂລແມັດ, ຈະມີໄຫຫີນນັບຮ້ອຍໜ່ວຍ ຢັງຢາຍກັນໄປໃນປ່າເລິກ ແລະ ຢູ່ເມືອງພູຄູນຍັງມີ ຮ່ອງຮອຍປະຫວັດສາດ ອື່ນໆ ອີກຫຼາຍແຫ່ງ.

SA Game
ພາບ​: laophattananews.com

ຖ້າໃຜໄດ້ໄປແຂວງ ຫຼວງ ພະບາງກໍຢ່າລືມໄປແວ່ຊົມ ເມືອງພູຄູນໃຫ້ຊື່ນໃຈ, ເຊິ່ງ ນອກຈາກທ່ານຈະໄດ້ສໍາພັດກັບ ທໍາມະຊາດ ແລະ ກິນອາກາດທີ່ ສົດໃສແລ້ວ ທ່ານຍັງຈະໄດ້ ຮຽນຮູ້ເຖິງວິຖີຊີວິດຂອງຊົນ ເຜົ່າມົ້ງ ແລະ ເຜົ່າກຶມມຸອີກ ດ້ວຍ, ເມື່ອຮອດເດືອນ 11-12 ລະດູເກັບກູ້ຜົນຜະລິດແລ້ວ ພວກເຮົາສາມາດຮ່ວມມ່ວນ ຊື່ນໃນບຸນກິນຈຽງ ແລະ ບຸນ ເກີຣ ຂອງເຂົາເຈົ້າອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com