ແຫຼ່ງທ່ອງທ່ຽວທໍາມະຊາດ ຕາດນໍ້າລອງ ແລະ ເຂື່ອນໄຟຟ້ານ້ຳລອງ

SA Game

ພາບ fb: Muanglong Tourism

ເຂື່ອນໄຟຟ້າ ແລະ ຕາດນໍ້າລອງແຫຼ່ງທ່ອງທ່ຽວແບບທໍາມະຊາດທີ່​ສວຍ​ງາມ.

ນໍ້າຕົກຕາດນໍ້າລອງຕັ້ງຢູ່ ທິດເໜືອຕິດ ກັບ ເຂືອນໄຟຟ້ານໍ້າລອງ ທິດຕາເວັນຕົກ ຕິດກັບ ບ້ານນໍ້າໂບ ທິດຕາ ເວັນອອກ ແລະ ທິດໃຕ້ຕິດກັບ ປ່າສະຫງວນຂອງເມືອງ ຕາດນໍ້າລອງເປັນນໍ້າຕົກທີ່ ມີຄວາມສູງ 36 ແມັດ ນອນຢູ່ໃນຂອບເຂດປ່າສະຫງວນຂອງເມືອງ.

ໃນບໍລິເວນນໍ້າຕົກ ຕາດ ຍັງເຕັມໄປດ້ວຍຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ມີທິວທັດທີ່ສວຍງາມ ມີປ່າດົງອັນຕຶບໜາ ສັດສາວາສິ່ງນາໆຊະນິດ ທີ່ອາໃສ່ຢູ່ຮ່ວມກັນເຊັ່ນ: ເຍືອງ, ກວາງ, ຟານ, ລີງ, ກະຮອກ ແລະ ສັດຫາຍາກນາໆຊະນິດ.

SA Game
ພາບ fb: Muanglong Tourism

ປະຫວັດແຫລ່ງທ່ອງທ່ຽວ: ຕາດນໍ້າລອງເປັນສະຖານທີ່ທ່ອງທ່ຽວ ທາງດ້ານທໍາມະຊາດແຫ່ງໜຶ່ງ ທີ່ມີຄວາມສວຍງາມ ເປັນນ້ຳຕົກຕາດທີ່ມີຂະໜາດໃຫຍ່ກວ່າໝູ່ ໃນບັນດານໍ້າຕົກຕາດຢູ່ພາຍໃນເມືອງ ຕາດນໍ້າລອງເອີ້ນຊື່ ຕາມສາຍແມ່ນໍ້າ

SA Game
ພາບ fb: Muanglong Tourism

ນໍ້າຕົກແຫ່ງນີ້ໄດ້ຮັບການສໍາຫຼວດ ຄັ້ງທໍາອິດໃນ ປີ 2009 ໂດຍທີມງານຫ້ອງການ ທ່ອງທ່ຽວເມືອງລອງ ແລະ ເປີດນໍາໃຊ້ບໍລິການ ເປັນລາຍການທ່ອງທ່ຽວເຊີ່ງອານຸລັກ (ທ່ອງທ່ຽວຍ່າງປ່າ) ໃນລາຍການ 2 ວັນ 1 ຄືນ ຂອງຫ້ອງການທ່ອງທ່ຽວ ໃນເມືອກ່ອນ

ມາຮອດວັນທີ່ 13 ມີນາ 2011 ໄດ້ມີພິທີເຊັນສັນຍາ (CA) ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍນໍ້າລອງ ລະຫວ່າງ ລັດຖະບານ ແຫ່ງ ສປປລາວ ກັບ ບໍລິສັດ ນໍ້າລອງ ພາວເວີ ຈໍາກັດ ເຊີ່ງ ນໍ້າຕົກຕາດດັ່ງກ່າວໄດ້ນອນຢູ່ໃນຂອບເຂດສຳປະທານ ຂອງບໍລິສັດ ນໍ້າລອງ ພາວເວີ

ແລະ ໄດ້ຮັບການສຳປະທານເພື່ອສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນ ໃນອານາຄົດ ຕາມບົດວິພາກເສດຖະກິດຂອງບໍລິສັດດວງປະເສີດການຄ້າ ແລະ ທ່ອງທ່ຽວ

SA Game
ພາບ fb: Muanglong Tourism

ທ່າແຮງ

ທາງດ້ານເສດຖະກິດ: ແຫຼ່ງທ່ອງທ່ຽວແຫ່ງນີ້ຫາກໄດ້ຮັບການພັດທະນາຕາມບົດວິພາກເສດຖະກິດເພື່ອສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນຂອງບໍລິສັດ ດວງປະເສີດ ທ່ອງທ່ຽວ (ບໍລິສັດນໍ້າລອງ ພາວເວີ ຈໍາກັດ) ຈະກາຍເປັນສ່ວນໜຶ່ງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງເມືອງລອງ ສາມາດສ້າງລາຍຮັບທັງທາງກົງ ແລະ ທາງອ້ອມໄດ້ເປັນຢ່າງດີ ຈະເກີດໃຫ້ມີການສ້າງວຽກເຮັດງານທໍາ ການນໍາໃຊ້ສີມືແຮງງານຂອງປະຊາຊົນທີ່ເຂົ້າຮ່ວມກິດຈະກໍາ ເຊັ່ນ:

ການທໍາການຜະລິດກະສິກໍາເພື່ອຕອບສະໜອງໃຫ້ແກ່ນັກທ່ອງທ່ຽວ, ການຜະລິດເຄື່ອງຫັດຖະກໍາຂອງເຜົ່າ, ເຄື່ອງທີລະນຶກ ແລະ ເຮືອນພັກແຮມຊາວບ້ານ (Home stay) ເຊີ່ງຈະກາຍເປັນສ່ວນໜຶ່ງໃນການສ້າງລາຍຮັບໃຫ້ປະຊາຊົນທີ່ອາໃສ່ຢູ່ບໍລິເວນໃກ້ຄຽງ.

ດ້ານວັດທະນະທໍາ – ສັງຄົມ: ປະຊາຊົນທີ່ອາໃສ່ຢູ່ໃກ້ບໍລິເວນໃກ້ໃນເຂດສໍາປະທານຂອງບໍລິສັດນໍ້າລອງພາວເວີ ຈໍາກັດ ເພື່ອສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນ ປະກອບມີ 2 ບ້ານຄື: ບ້ານນໍ້າໂບ (ເຜົ່າມົ້ງ ແລະ ລາຮູ), ບ້ານພິນຮໍ້ (ເຜົ່າມົ້ງ) ທີ່ຮັກສາໄດ້ວັດທະນະທໍາຮີດຄອງປະເພນີອັນດີງາມຂອງເຜົ່າໄດ້ເປັນຢ່າງດີ, ມີສິ່ງອໍານວຍຄວາມສະດວກເຊັ່ນ:

ຕັ້ງຢູ່ເສັ້ນທາງຜ່ານຈາກເມືອງລອງ-ເມືອງວຽງພູຄາ, ມີເສັ້ນທາງການຍ່າງປ່າ, ສານມາດສື່ສານຜ່ານລະບົບສັນຍານ ETL ແລະ ໄດ້ຮັບນາມມະຍົດເປັນບ້ານແບບຢ່າງໃນດ້ານຕ່າງໆເຊັ່ນ: ບ້ານແບບຢ່າງດ້ານສາທາລະນະສຸກ, ບ້ານແບບຢ່າງໃນການປະຕິບັດກົດໝາຍ ແລະ ບ້ານວັດທະນະທໍາ.

SA Game
ພາບ fb: Muanglong Tourism

ດ້ານທໍາມະຊາດ: ໃນຂອບເຂດແຫຼ່ງທ່ອງທ່ຽວເຂື່ອນໄຟຟ້າ ແລະ ນໍ້າຕົກຕາດນໍ້າລອງ ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ມີປ່າດົງທີ່ຕຶບໜາ ສັດສາວາສິງນາໆຊະນິດອາໃສ່ຢູ່ ມີທິວທັດທີ່ມີຄວາມສວຍສົດງົດງາມອາກາດຊົດຊື່ນຮົ່ມເຢັນດີ ແຫຼ່ງທ່ອງທ່ຽວແຫ່ງນີ້ແມ່ນມີທີ່ຕັ້ງ ຢູ່ໃນເຂດປ່າສະຫງວນຂອງເມືອງ ແລະ ອີກສ່ວນໜຶ່ງແມ່ນນອນຢູ່ໃນຂອບເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ fb: Muanglong Tourism