ທາງ​ລົດ​ໄຟ​ລາວ-ຈີນ ຈະ​ເປີດ​ໃນ​ວັນ​ທີ່ 2 ທັນ​ວາ​ນີ້​ເນັ້ນ​ສົ່ງສິນ​ຄ້າກ່ອນ

SA Game

laoedaily.com.

​ສ​ປ​ປ ລາວ ຈະ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ ລາວ-ຈີນ ທີ 2 ທັນວາ 2021 ໂດຍຈະເນັ້ນການສົ່ງສິນຄ້າເປັນຫຼັກ.

ຈາກ​ສະ​ຖາ​ນະ​ການ​ຂອງ​ປະ​ຈະ​ບັນ​ທີ່​ມີ​ພະ​ຍາດ​ໂຄວິດ-19 ກຳ​ລັງ​ລະ​ບາດ​ຢ່າງ​ໜັກ​ຢູ່​ນີ້, ຫລາຍໆ​ຝ່າຍ​ບໍ່​ວ່າ​ຈະ​ເປັນ​ປະ​ຊາ​ຊົນ​ລາວ​ເອງ ຫລື ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ກໍ​ຄົງ​ຍັງ​ຄິດ​ກັນ​ຢູ່​ວ່າ​ເສັ້ນ​ທາງ​ລົດ​ໄຟ​ ລາວ-ຈີນ ນີ້ ຈະ​ສາ​ມາດ​ເປີດ​ໄດ້​ຕາມ​ກຳ​ນົດ​ການ​ຢູ່​ບໍ່, ແລະ ເຊື່ອວ່າຫຼາຍຄົນ ໂດຍສະເພາະປະຊາຊົນລາວ ກໍ່ຄົງຈະຄອງຄອຍກັບສິ່ງໃໝ່ທີ່ຈະເກີດຂຶ້ນນີ້ໂດຍສະເພາະທາງລົດໄຟລາວ-ຈີນ ເຊິ່ງຫຼ້າສຸດນີ້ແມ່ນໄດ້ມີການຢືນຢັນຈາກລັດຖະບານແລ້ວວ່າ 2 ທັນວາ ທີ່ຈະມາຮອດນີ້ແມ່ນຈະເປີດນຳໃຊ້ຢ່າງເປັນທາງການຢ່າງແນ່ນອນ.

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດພົບປະກັບສື່ມວນຊົນທົ່ວປະເທດ ໂດຍຜ່ານລະບົບທາງໄກຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນວັນທີ 6 ຕຸລາ 2021 ວ່າ: ທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງແນ່ນອນໃນວັນທີ 2 ທັນວາປີນີ້.

SA Game
laoedaily.com.

ທາງລົດໄຟດັ່ງກ່າວ ຖ້າໃນສະພາບປົກກະຕິ ຈະນໍາເອົາຜົນປະໂຫຍດຕົວຈິງຢ່າງຫລວງຫລາຍມາໃຫ້ປະເທດລາວ ເພາະຈະໃຊ້ເພື່ອຮັບເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວລາວ, ລວມເຖີງການສົ່ງອອກສິນຄ້າປະເພດຕ່າງໆ ຈາກລາວອອກສູ່ຕ່າງປະເທດ ແລະ ຈາກຕ່າງປະເທດເຂົ້າມາລາວ ແລະ ອື່ນໆ.

ທ່ານກ່າວຕື່ມວ່າ: ປັດຈຸບັນ ລັດຖະບານ ພວມວາງແຜນເພື່ອເປີດເດີນລົດໄຟລາວ-ຈີນ ຢ່າງມີຈຸດສຸມ ແລະ ຮັບປະກັນຄວາມປອດໄພໃນທຸກດ້ານ, ໂດຍເບື້ອງຕົ້ນຈະເນັ້ນໃສ່ການຂົນສົ່ງສິນຄ້າ, ຈາກນັ້ນ ຈະເບິ່ງເງື່ອນໄຂຕົວຈິງເພື່ອຂົນສົ່ງນັກທ່ອງທ່ຽວ ເຊີ່ງມັນຮຽກຮ້ອງໃຫ້ຜູ້ປະກອບການດ້ານການທ່ອງທ່ຽວຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ, ໃນນີ້ ກະຊວງທີ່ກ່ຽວຂ້ອງຕ້ອງເປັນເຈົ້າການໃນດ້ານນີ້ໃນການຕິດຕາມ ແລະ ສົ່ງເສີມເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ, ທັງເປັນການນໍາເອົາເງິນຕາຕ່າງປະເທດເຂົ້າມາລາວ ແຕ່ຕ້ອງຮັບປະກັນດ້ານຄວາມປອດໄພ ແລະ ໃຫ້ປະຊາຊົນມີສ່ວນຮ່ວມນໍາ.

SA Game
laoedaily.com.

ທ່ານນາຍົກກ່າວອີກວ່າ: ເພື່ອຮອງຮັບໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ໃນທ້າຍປີນີ້ ພາກສ່ວນທີ່ຮັບຜິດຊອບໄດ້ມີແຜນ ແລະ ກະກຽມວຽກງານຕ່າງໆ ທີ່ກ່ຽວຂ້ອງໄວ້ໝົດແລ້ວ.

ສໍາລັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ວາງສີລາລຶກການກໍ່ສ້າງຢ່າງເປັນທາງການໃນວັນທີ 2 ທັນວາ ປີ 2015 ເພື່ອເປັນຂອງຂວັນສະເຫລີມສະຫລອງວັນສະຖາປະນາ ສປປລາວ ຄົບຮອບ 40 ປີ, ຕະຫຼອດເສັ້ນທາງລົດໄຟມີຄວາມຍາວ 400 ກວ່າກິໂລແມັດ, ຜ່ານ 5 ແຂວງຂອງລາວ ຄື: ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ.

SA Game
laoedaily.com.
SA Game
laoedaily.com.

ເຊີ່ງແມ່ນສ່ວນໜຶ່ງໃນການຈັດຕັ້ງ ແລະ ຜັນຂະຫຍາຍແຜນຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ກໍ່ຄື ຍຸດທະສາດການຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີທາງເຊື່ອມຈອດຂອງ ສປປ ລາວ ແລະ ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ ທີ່ສອດຄ່ອງກັບແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນໃນປີ 2025.

ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ນອກຈາກເປັນການປະກອບສ່ວນສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ, ວັນທີ 2 ທັນວາ ຄົບຮອບ 46 ປີ ຍັງເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ, ວັນທີ 25 ເມສາ ຄົບຮອບ 60 ປີ ຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com