ຄວາມສວຍງາມເປັນເອກະລັກທາງດ້ານທຳມະຊາດຂອງ​ ຕາດ​ຫານ​ແຈະ

SA Game

ສະຖາວິທະຍຸ ໂທລະພາບ ແຂວງ ອຸດົມໄຊ

ນ້ຳຕົກຕາດຫານແຈະ ນ້ຳ​ຕົກ​ຕາດ​ທີ່​ມີ​ເອ​ກະ​ລັກ ແລະ ຄວາມ​ສວຍ​ງາມ​ທີ່​ເຫັນ​ພາບ​ແລ້ວ​ຢາກ​ຈະ​ໄປ.

ນ້ຳຕົກຕາດຫານແຈະ ເປັນອີກໜຶ່ງສະຖານທີ່ ທີ່ສວຍ​ງາມ​ຫລາຍ ແລະ ຫລາຍໆ​ຄົນ​ເຫັນພາບແລ້ວຢາກຈະໄປສຳຜັດດ້ວຍຕົນເອງ ເນື່ອງຈາກເປັນສະຖານທີ່ໆມີຄວາມອຸດົມສົມບູນ ແລະ ມີຄວາມສວຍງາມເປັນເອກະລັກທາງດ້ານທຳມະຊາດ. ນ້ຳຕົກຕາດ ຫານແຈະ ເກີດຈາກສາຍນ້ຳປານທີ່ນອນຢູ່ໃນຂອບເຂດປ່າສະຫງວນຂອງແຂວງ, ເຂດບ້ານ ຕະນອງປໍ ເມືອງຫຼາ ແຂວງອຸດົມໄຊ.

​ໄດ້​ມີ​ຕຳ​ນານການບອກເລົ່າຂອງຊາວບ້ານຕະນອງປໍສືບຕໍ່ກັນມາຫຼາຍເຊັ່ນຄົນກ່ຽວກັບຊື່ເອີ້ນຂອງຕາດໃຫ້ຮູ້ວ່າ: ໃນສະໄໝກ່ອນຫຼາຍເຊັ່ນຄົນມາແລ້ວໄດ້ມີຄົນຊົນເຜົ່າລາວລຸ່ມຜູ້ໜຶ່ງໄປຫາກິນຢູ່ເຂດປ່າດັ່ງກ່າວ ແລ້ວຖືກເສືອໄລ່ກັດ ເມື່ອແລ່ນໜີເສືອມາຮອດຫົວຕາດ ຜູ້ກ່ຽວບໍ່ມີທາງເລືອກກໍເລີຍຕັດສິນໃຈໂດດລົງນ້ຳຕົກຕາດເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່ຈົນມາເຖິງປະຈຸບັນຈິ່ງເລົ່າຂານກັນວ່າຕາດຫານແຈະຍ້ອນແມ່ນຄົນລາວລຸ່ມມາເສຍຊີວິດຢູ່ນ້ຳຕົກຕາດແຫ່ງນີ້.

SA Game
ສະຖາວິທະຍຸ ໂທລະພາບ ແຂວງ ອຸດົມໄຊ

ຈຸດເດັ່ນຂອງນ້ຳຕົກຕາດຫານແຈະ ເປັນນ້ຳຕົກທີ່ມີຄວາມສູງປະມານ 25-30 ແມັດ, ນໍ້າຕົກເປັນລັກສະນະຍ້ອຍ ເປັນສາຍຍາວ ເຮັດໃຫ້ເກີດມີຄວາມງົດງາມທີ່ສຸດ, ບໍລິເວນໜ້າຕາດຈະເປັນພະລານຫິນຮາບພຽງ ສາມາດນັ່ງຫຼີ້ນ ຫຼື ກາງເຕັ້ນນອນພັກຜ່ອນຢ່ອນກາຍໄດ້. ຢູ່ໃກ້ກັບຕາດໃຫຍ່ຍັງມີຕາດນ້ອຍເປັນຊັ້ນໆ ລັກສະນະພະລານຫິນທີ່ມີຄວາມສວຍງາມ,ບໍລິເວນນ້ຳຕົກເປັນເຂດປ່າດົງຕຶບໜາ, ມີສັນພູເປັນຊັ້ນໆທີ່ມີຄວາມອຸດົມສົມບູນທີ່ສຸດ.

SA Game
ສະຖາວິທະຍຸ ໂທລະພາບ ແຂວງ ອຸດົມໄຊ

ສຳລັບການເດີນທາງໄປຊົມນ້ຳຕົກຕາດຫານແຈະ ແມ່ນສາມາດເດີນທາງດ້ວຍລົດ ໄປທາງເລກ 2E ຈາກເທດສະບານແຂວງອຸດົມໄຊໄປ ຫາ ເມືອງຫຼາປະມານ 17 ກິໂລແມັດ ແລ້ວຈະມີທາງແບ່ງ ເປັນທາງສຳຮອງຂຶ້ນສູ່ບ້ານ ຕະນອງປໍປະມານ 3 ກິໂລແມັດ ຈາກນັ້ນ ຈະມີທາງລົດທະລຸໄປຫາເຂດການຜະລິດຂອງປະຊາຊົນປະມານ 6 ກິໂລແມັດ ແລ້ວຈະມີຈຸດພັກລົດ.

SA Game
ສະຖາວິທະຍຸ ໂທລະພາບ ແຂວງ ອຸດົມໄຊ

ຖັດຈາກນັ້ນ ຈະເປັນທາງຍ່າງໄປຕາມເຂດການຜະລິດຂອງຊາວບ້ານແລ້ວຈະລຽບເລາະຂຶ້ນຕາມສາຍນ້ຳໂດຍໃຊ້ເວລາປະມານ 2-3 ຊົ່ວໂມງກໍຈະເຖິງນໍ້າຕົກຕາດຫານແຈະ. ການເດີນທາງຈະມີຄວາມຫຍຸ້ງຍາກໄລຍະທີ່ຍ່າງປ່າ ເນື່ອງຈາກຍັງເປັນເສັ້ນທາງຫາກິນຂອງປະຊາຊົນ ພ້ອມທັງເປັນເຂດພູຊັນ ເຊິິ່ງຕ້ອງໃຊ້ຄວາມແຂງແຮງຂອງຮ່າງກາຍ ແລະ ເວລາໃນການເດີນທາງ ແຕ່ເມື່ອໄປຮອດແລ້ວ ຮູ້ສຶກວ່າ ມັນຄຸ້ມຄ່າທີ່ສຸດກັບການທຸ້ມເທ ເພື່ອເດີນທາງໄປຊົມນ້ຳຕົກຕາດແຫ່ງນີ້.

ສັງລວມແລ້ວ ການເດີນທາງໄປຊົມນ້ຳຕົກຕາດ ຫານແຈະເຫັນວ່າບໍ່ໄດ້ໄກຢ່າງທີ່ຄິດ ພຽງແຕ່ໃຊ້ເວລາ 1 ມື້ກໍສາມາດໄປຊົມຄວາມງົດງາມຂອງຕາດ ແລະ ຄວາມອຸດົມສົມບູນຂອງຊີວະນາໆພັນເຂດດັ່ງກ່າວໄດ້ຢ່າງປະທັບໃຈ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ສະຖາວິທະຍຸ ໂທລະພາບ ແຂວງ ອຸດົມໄຊ