ຕົ້ນຄູນ ກັບ​ປະ​ໂຫຍດ​ທີ່​ຫລາກ​ຫລາຍ​ໃນ​ການ​ນຳ​ມາ​ໃຊ້​ຂອງ​ຄົນ​ລາວ

SA Game

ອິນ​ໄຊ​ລາວ

​ປະ​ຊາ​ຊົນລາວ​ສາ​ມາດ​ສ້າງປະໂຫຍດຈາກ ຕົ້ນຄູນ ໄດ້​ຢ່າງ​ຫລວງ​ຫລາຍ

ດັ່ງ​ທີ່​ເຮົາ​ຮູ້​ກັນ​ດີ​ຢູ່​ແລ້ວ, ທຸກໆໜ້າຮ້ອນ  ເຮົາມັກຈະເຫັນຕົ້ນຄູນອອກດອກສີເຫຼືອງຢ່າງສວຍງາມ ຍິ່ງໃນຊ່ວງທີ່ມີການສະເຫຼີມ ສະຫຼອງ “ບຸນປີໃໝ່ລາວ” ຫຼື ກຸດສົງການ ຢູ່ຕາມສະຖານທີ່ຕ່າງໆຈະຖືກຕົບແຕ່ງດ້ວຍ ດອກຄູນ” ເຊິ່ງບໍ່ພຽງແຕ່ເປັນການສ້າງສີສັນໃຫ້ກັບສະຖານທີ່ເທົ່ານັ້ນ, ແຕ່ຍັງເຊື່ອກັນວ່າ ຕົ້ນຄູນ” ເປັນຕົ້ນໄມ້ມຸງຄຸນທີ່ສະແດງເຖິງຄວາມເປັນໃຫຍ່,​ຄວາມມີອຳນາດວາດສະໜາ, ມີໂຊກມີໄຊ ນອກຈາກນີ້, ຍັງມີຄວາມໜ້າສົນໃຈອີກຫຼາຍຢ່າງ ຂອງ ຕົ້ນຄູນ” ທີ່ເຊື່ອວ່າ ມີອີກຫຼາຍຄົນທີ່ຍັງບໍ່ເຄີຍຮູ້ຈັກມາກ່ອນ.

ດອກຄູນ: ມີສານ ຄາຣ໌ທາມີດີນ (Carthamidine) ທີ່ອອກລິດຕ້ານອະນຸມູນອິດສະຫຼະ ແລະ ມີສານອອກລິດຕ້ານການອັກເສບ ແລະ ແບັກທີເຣຍ, ຊ່ວຍລໍ່ລື້ນລຳໄສ້, ປິ່ນປົວໂຣກກ່ຽວກັບກະເພາະອາຫານ ແລະ ບາດແຜຊຳເຮື້ອ ແຕ່ສ່ວນທີ່ຖືກ ບົດເປັນຜົງໃຊ້ພອກບັນເທົາອາການປວດຂໍ້ ຫຼື ເຮັດຊາໃບຄູນ ເພື່ອຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ, ແກ້ອຳມະພຶກ ອຳມະພາດໄດ້.

SA Game
ອິນ​ໄຊ​ລາວ

ນອກຈາກນີ້ ທຸກສ່ວນຂອງຕົ້ນຄູນຍັງສາມາດນຳມາເຮັດເປັນຢາໄດ້ອີກ ບໍ່ວ່າຈະເປັນ ເປືອກ, ຝັກ, ແກ່ນ, ຮາກ ແລະ ສ່ວນອື່ນໆ ໂດຍຈັດໃຫ້ເປັນສະໝຸນໄພທີ່ມີຜົນຂ້າງຄຽງທີ່ເປັນອັນຕະລາຍຕ່ຳ ຈົນສະຖາບັນບາງແຫ່ງລະບຸວ່າ ບໍ່ມີອັນຕະລາຍໆຫຍັງ.

ໄມ້ຄູນ: ເປັນໄມ້ທີ່ມີຄວາມແຂງແຮງ ສາມາດນຳມາໃຊ້ເປັນໄມ້ກໍ່ສ້າງໄດ້ ໄມ້ເສົາ, ໄມ້ຄ້ຳ ແລະ ເຟີນິເຈີຕ່າງໆ ໄດ້ດີ ບໍ່ວ່າຈະເປັນໄມ້ຄູນອາຍຸຫຼາຍທີ່ລົ້ມຕາຍແລ້ວ ກໍຍັງມີເລື່ອງເລົ່າກ່ຽວກັບການນຳມາເຮັດເປັນປະຫຼັກແຂນ ທີ່ນຳພາແຕ່ເລື່ອງມຸງຄຸນມາສູ່ຜູ້ທີ່ໄດ້ໃສ່ອີກດ້ວຍ.

ທັງນີ້,​ ໃນແງ່ຂອງຄວາມມຸງຄຸນມີຄວາມເຊື່ອອື່ນໆ ກ່ຽວກັບ “ຕົ້ນຄູນ” ອີກວ່າຄວນປູກໄວ້ຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງເຮືອນ ແລະ ຄວນປູກໃນມື້ວັນເສົາ ແລະ ຈະຍິ່ງເປັນມຸງຄຸນຂຶ້ນໄປອີກ ກໍຄວນປູກໂດຍຜູ້ຫຼັກຜູ້ໃຫຍ່ ທີ່ມີຄຸນງາມຄວາມດີ ແລະ ມີຜູ້ນັບຖື.

ຊາວມອນ ໃນປະເທດມຽນມາ ເອີ້ນຕົ້ນຄູນວ່າ: ປະກາວຊັງກຣານ (ပ္ကဴသၚ်ကြာန်) ຫຼື ດອກສົງກຣານ ເພາະມັກຈະອອກດອກໃນຊ່ວງສົງກຣານ (ປີໃໝ່ລາວ) ພໍດີ ໂດຍຊາວມອນຈະປູກຕົ້ນຄູນໄວ້ໃນເຂດທີ່ພັກອາໄສ ແລະ ນຳດອກຄູນມາປະດັບສານສົງກຣານ ຫຼື ຮ້ອຍຊັງກຣານ ເພື່ອບູຊາເທສົງກຣານ ຫຼື ຊະເມີນຊັງກຣານ ເຊິ່ງໃນປີນີ້ ປະເທດມຽນມາ ຈະເລີ່ມເທດສະການສົງກຣານກັນຕັ້ງແຕ່ວັນທີ 9 ເມສາ 2023 ເປັນຕົ້ນໄປ.

ແກ່ນຄູນ: ທີ່ມີນວນສີດຳໜຽວ ມີຣົດຫວານ ເມື່ອນຳມາປຸງເປັນຢາ ມັກຈະໃຊ້ທັງຟັກ ສາມາດເປັນຢາລະບາຍ ອອກລິດກະຕຸ້ນການເຮັດວຽກຂອງລຳໄສ້ ແລະ ບັນເທົາອາການຈຸກແໜ້ນ ແລະ ຍັງມີລາຍງານການວິໄຈວ່າ ສານທີ່ສະກັດຈາກແກ່ນຄູນ ມີລິດຊ່ວຍຫຼຸດລະດັບ ຄໍເຣສເຕີຣອລ

SA Game
ອິນ​ໄຊ​ລາວ

ໃນຂະນະທີ່ຝັກແກ່ ມີສານອອກລິດທີ່ສົ່ງຜົນຕໍ່ລະບົບປະສາດຂອງແມງໄມ້ ໂດຍນຳຝັກມາບົດປະສົມກັບນ້ຳປະໄວ້ 2-3 ມື້ ແລ້ວກອງເອົາແຕ່ນ້ຳໄປສີດພົ່ນ ຈະຊ່ວຍກຳຈັດໜອນ ແລະ ແມງໄມ້ ໃນໜານຜັກໄດ້. ສ່ວນຝັກອ່ອນມີຣົດຫວານອົມສົ້ມ ໃຊ້ຂັບຂີ້ກະເທີ່ໄດ້ ແຕ່ຫຼາຍໆຄົຮບອກກົງກັນວ່າ ກິ່ນມັນບໍ່ຄ່ອຍດີປານໃດ.

ຄວາມຈິງແລ້ວ ຍັງມີປະໂຫຍດທັງດ້ານທາງຢາ, ການດຳລົງຊີວິດ ແລະ ຄວາມເຊື່ອ ກ່ຽວກັບຕົ້ນຄູນຢູ່ອີກຫຼາຍ ທັງຢູ່ໃນບ້ານເຮົາໄປຈົນຮອດປະເທດອິນເດຍ ແຕ່ບໍ່ວ່າຜູ້ໃດທີ່ຄິດຈະໃຊ້ຕົ້ນຄູນເປັນຢາ ຂໍໃຫ້ສຶກສາສັບພະຄຸນຂອງແຕ່ລະສ່ວນທີ່ນຳມາໃຊ້ໃຫ້ດີ ແລະ ໃຊ້ໃນປະລິມານທີ່ເໝາະສົມ ທີ່ສຳຄັນ ຄວນປຶກສາແພດແຜນບູຮານກ່ອນທຸກຄັ້ງ ແລະ ບໍ່ຄວນໃຊ້ກັບແມ່ຍິງທີ່ຖືພາ ແລະ ເດັກນ້ອຍ ຈະໄດ້ບໍ່ມີບັນຫາຈາກຜົນຂ້າງຄຽງທາງສຸຂະພາບອື່ນໆ ທີ່ອາດຄາດບໍ່ເຖິງໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.