ຄອບໄຂ່ວອົງພຣະເຈົ້າໃຫຍ່ ອົງຫລວງ ເມືອງເກົ່າສຸວັນນະໂຄມຄຳ

SA Game

Art and Culture of Laos

ພິທີສົມມາຄອບໄຂ່ວແປງໂຄງສ້າງ ຂອງອົງພຣະເຈົ້າໃຫຍ່ ອົງຫລວງ ເມືອງເກົ່າສຸວັນນະໂຄມຄຳ

ພິທີຄັ້ງນີ້, ພຣະອາຈານ ຈຸ່ມ ວັດຊະຣະ ໄດ້ນໍາພາໄຫວ້ພຣະ, ກ່າວສົມມາຄາລະວະຄອບໄຂວ່ ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ແລະ ມະເຫສັກເຈົ້າຖິ່ນເຈົ້າຖານ ສິ່ງສັກສິດທີ່ປົກປັກຮັກສາແຫຼ່ງປະຫວັດສາດເມືອງເກົ່າສຸວັນນະໂຄມຄຳ ພ້ອມທັງສົງນໍ້າອົງພະເຈົ້າໃຫຍ່ ເພື່ອກະກຽມສ້ອມແຊມໂຄງສ້າງຂອງອົງພຣະ ເພື່ອໃຫ້ມີຄວາມຄົງທົນຕໍ່ສະພາບແວດລ້ອມ ດິນຟ້າອາກາດ ກວ່າເກົ່າ ແລະ ສືບຕໍ່ປົກປັກຮັກສາໃຫ້ເປັນໃຫ້ເປັນມິ່ງຂວັນຂອງປະຊາຊົນຊາວແຂວງ ບໍ່ແກ້ວ ກໍ່ຄືເປັນມໍລະດົກທາງວັດທະນະທຳຂອງຊາດສືບໄປ

ພາກສ່ວນກ່ຽວຂ້ອງ ຈັດພິທີສົມມາຄອບໄຂ່ວ ເພື່ອກະກຽມປົວແປງໂຄງສ້າງ ຂອງອົງພຣະເຈົ້າໃຫຍ່ ອົງຫລວງ ເມືອງເກົ່າສຸວັນນະໂຄມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຕອນເຊົ້າ, ວັນທີ 24 ເມສາ 2023 ນີ້, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍ່ແກ້ວ ສົມທົບກັບຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ແລະ ກຳມາທິການສາທາລະນູປະການ ອພສ ແຂວງ ໂດຍການນໍາພາຂອງ
SA Game
Art and Culture of Laos
– ພຣະອາຈານ ຈຸ່ມ ວັດຊະຣະ ຫົວໜ້າກຳມາທິການສາທາລະນູປະການ ເຈົ້າອະທິການວັດສີບຸນເຮືອງ,
– ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທ ແຂວງ,
– ທ່ານ ແສງເງິນ ອຳພອນໄຊ ຮັກສາການຫົວໜ້າຫ້ອງການ ຖວທ ເມືອງ ຕົ້ນເຜິ້ງ,
– ອຳນາດການປົກຄອງ ເຖົ້າແກ່ແນວໂຮມບ້ານຮົ່ມເຢັນ.

 ເຊິ່ງການສ້ອມແຊມໂຄງສ້າງອົງພະເຈົ້າໃຫຍ່ຈະໄດ້ດຳເນີນໂດຍການນໍາພາຂອງ ພຣະອາຈານ ຈຸ່ມ ວັດຊະຣະ ຫົວໜ້າກຳມາທິການສາທາລະນູປະການ ອພສ ແຂວງ ໂດຍຈະໄດ້ນໍາໃຊ້ເຕັກນິກ ວິຊາການສ້ອມແຊມແຫຼ່ງບູຮານຄະດີທີ່ກໍ່ສ້າງດ້ວຍດິນຈີ່ ເຊິ່ງເປັນເຕັກນິກທີ່ນິຍົມໃຊ້ໃນການບູລະນະສ້ອມແຊມແຫຼ່ງບູຮານຄະດີ

SA Game
Art and Culture of Laos

ໂດຍຈະໄດ້ນໍາເອົາກ້ອນດິນເກົ່າທີ່ພັງລົງຈາກແຫຼ່ງປະຫວັດສາດດັ່ງກ່າວ ມາຈັດວາງໃສ່ສ່ວນທີ່ຊໍາລຸດຫັກພັງ ຕາມຮູບແບບໂຄງສ້າງເດີມ ແລ້ວນໍາໃຊ້ຊິມັງກາວສິດໃສ່ຊ່ອງຮອຍຕໍ່ຂອງດິນຈີ່ແຕ່ລະກ້ອນ ໂດຍສະເພາະແມ່ນສ່ວນທີ່ຈະເຮັດໃຫ້ໂຄງສ້າງຂອງອົງພຣະມີຄວາມຄົງທົນກວ່າເກົ່າ ເຊັ່ນ: ສ່ວນຖານໜ້າຕັກ ສ່ວນແອວ ເພື່ອບໍ່ໃຫ້ອົງພຣະເຈົ້າໃຫຍ່ຫັກພັງລົງມາ ເຊິ່ງການສ້ອມແຊມດ້ວຍເຕັກນິກດັ່ງກ່າວແມ່ນຕ້ອງໄດ້ດຳເນີນດ້ວຍຄວາມລະອຽດອ່ອນ ແລະ ຄ່ອຍເປັນຄ່ອຍໄປ ປະຈຸບັນແມ່ນພວມລໍຖ້າຂໍ້ຕົກຢ່າງເປັນທາງການຈາກກະຊວງ, ກົມ ແລະ ພະແນກການກ່ຽວຂ້ອງ ຈຶ່ງຈະເລີ່ມດຳເນີນການສ້ອມແຊມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Art and Culture of Laos.