ຕາດຫົວເສືອ ສະ​ຖານ​ທີພັກຜ່ອນກິນເຂົ້າປ່າ ນັ່ງຊົມທຳມະຊາດ

SA Game

ພາບ: ​ Thankhao.com

ຕາດຫົວເສືອ ເປັນສະ​ຖານ​ທີ່​ທຳ​ມະ​ຊາດສວຍງາມ ແລະ ​ເໝາະສຳ​ລັບ​ການ​ພັກ​ຜ່ອນ.

ຫລັງ​ຈາກ​ການ​ໃຊ້​ຊິ​ວິດ​ກັບການ​ຫຍຸ້ງ​ກັບ​ວຽກ​ງານ​ຫາ​ເງິນ​ຫາ​ທອງ​, ຢູ່​ກັບ​ບັນ​ຫາ​ລົດ​ຕິດ, ໝອກ​ຄັວນ​ຕ່າງໆ ຫລາຍໆ ທ່ານ​ກໍ່​ຫາ​ໂອ​ກາດ​ເພື່ອ​ໄປ​ພັກ​ຜ່ອນ​ຢ່ອນ​ໃຈ​ເພື່ອ​ໃຫ້​ມີ​ແຮງ​ໃນ​ການ​ເຮັດ​ວຽກ ແລະ ຊິ​ວິດ​ບໍ່​ໜ້າ​ເບື່ອ​ຂອງ​ແຕ່​ລະ​ອາ​ທິດ​ຂອງ​ການ​ເຮັດ​ວຽກ, ຕາດ​ຫົວເສືອ​ກໍ່​ເປັນ​ອີກ​ໜື່ງ​ສະ​ຖານ​ທີ່​ທີ່​ໜ້າ​ໄປ​ພັກ​ຜ່ອນ​ທີ່​ສຸດ.

ຊັບພະຍາກອນການທ່ອງທ່ຽວທີ່ເກີດຂຶ້ນເອງຈາກທຳມະຊາດ ເປັນມໍລະດົກອັນລ້ຳຄ່າຂອງໂລກກໍຄືຂອງຄົນໃນພື້ນທີ່, ທຳມະຊາດໄດ້ສ້າງສະຖານທີ່ພິເສດທີ່ແຕກຕ່າງຈາກສະຖານທີ່ອື່ນ ເຊິ່ງໄດ້ກາຍເປັນຈຸດພິເສດທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຢາກເຂົ້າມາສຳຜັດ ດ້ວຍຄວາມງາມຂອງສາຍນ້ຳ ແລະ ຄວາມເປັນເອກະລັກທີ່ໂດດເດັ່ນ ໜັງສືພິມສະບັບມື້ນີ້ຂໍແນະນຳສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ຢູ່ບໍ່ໄກຈາກຕົວເມືອງນະຄອນຫຼວງ ນັ້ນກໍຄື     “ ຕາດຫົວເສືອ ”.

SA Game
ພາບ: ​ Thankhao.com

ຕາດຫົວເສືອຕັ້ງຢູ່ບ້ານດ່ານຊີເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເສັ້ນທາງເຂົ້າຫາຕາດສາມາດໄປໄດ້ທັງລົດໃຫຍ່ ແລະ ລົດຈັກ, ຕາດແຫ່ງນີ້ແມ່ນບໍ່ມີປ້າຍບອກທາງທີ່ຊັດເຈນ, ຜູ້ທີ່ໄປທ່ຽວຊົມກັນສ່ວນຫຼາຍແມ່ນປະຊາຊົນບໍລິເວນອ້ອມຂ້າງເມືອງນາຊາຍທອງ ແລະ ເມືອງໃກ້ຄຽງ, ຕາດຫົວເສືອແຫ່ງນີ້ຖ້າເຮົາເດີນທາງມາຕາມເສັ້ນທາງ 13 ເໜືອ ກາຍບ້ານຫົວຂົວ ເມືອງນາຊາຍທອງ ຂຶ້ນໄປສັງເກດງ່າຍໆໃຜທີ່ເຄີຍໄປຕາດຍາວ ແມ່ນເສັ້ນທາງດຽວກັນທີ່ຈະເຂົ້າໄປຫາຕາດຫົວເສືອ ແຕ່ວ່າຈະຮອດຕາດຍາວກ່ອນຮອດຕາດຫົວເສືອ.

ຕັ້ງແຕ່ທາງຫຼວງເຂົ້າໄປບ້ານດ່ານຊີຈົນເຖິງຕາດຫົວເສືອ ແມ່ນໃຊ້ເວລາປະມານ 30 – 45 ນາທີ ເພາະບາງຄົນທີ່ບໍ່ເຄີຍໄປແມ່ນຕ້ອງໄດ້ຈອດລົດຖາມທາງເປັນຄັ້ງຄາວເພາະບໍ່ມີປ້າຍບອກຢ່າງຊັດເຈນປານໃດ, ແຕ່ປະຊາຊົນແຖວນັ້ນຮູ້ຈັກຕາດແຫ່ງນີ້ດີບໍ່ຕ້ອງຢ້ານທີ່ຈະຫຼົງທາງ, ໃນໄລຍະວັນພັກຜ່ອນເສົາ – ອາທິດ ກໍມີຜູ້ຄົນຫຼາຍຄົນໄປທ່ຽວຊົມ, ພັກຜ່ອນກັບຄອບຄົວ ແລະ ໝູ່ເພື່ອນເປັນຈຳນວນຫຼາຍ.

SA Game
ພາບ: ​ Thankhao.com

ຕາດຫົວເສືອ ຖືໄດ້ວ່າເປັນອີກສະຖານທີ່ໜຶ່ງທີ່ມີຄວາມສວຍງາມຫຼາຍ ແລະ ຫຼາຍທ່ານກໍບໍ່ຄິດວ່າຈະຢູ່ນະຄອນຫຼວງວຽງຈັນ ຫຼາຍຄົນທີ່ເຫັນພຽງຮູບກໍຄິດວ່າຕ້ອງຢູ່ໄກຈາກນະຄອນຫຼວງ, ແຕ່ຕາດແຫ່ງນີ້ແມ່ນຢູ່ນະຄອນຫຼວງວຽງຈັນນີ້ເອງ, ຕາດແຫ່ງນີ້ມີລັກສະນະພິເສດຢູ່ບ່ອນໂຕນ້ຳຕົກແມ່ນມີຄວາມສູງປະມານ 20 – 30 ແມັດ, ສາຍນ້ຳທີ່ຕົກລົງມາແມ່ນມີຄວາມສວຍງາມຍາມກະທົບໃສ່ກັບໂງ່ນຫີນ, ທາງດ້ານລຸ່ມກໍມີພື້ນທີ່ກວ້າງພໍທີ່ຈະລົງຫຼິ້ນນ້ຳ, ໃຜທີ່ໄດ້ໄປຮັບຮອງວ່າຈະບໍ່ຜິດຫວັງແນ່ນອນ, ເດີນທາງກໍບໍ່ດົນທັງຍັງຢູ່ທ່າມກາງທຳມະຊາດທີ່ສວຍງາມ.

ບັນຍາກາດທ່າມກາງທຳມະຊາດພາຍໃນບໍລິເວນນ້ຳຕົກຕາດເປັນທີ່ນິຍົມຊົມຊອບສຳລັບນັກທ່ອງທ່ຽວອະນຸຮັກ, ທິວທັດທຳມະຊາດທີ່ສວຍງາມ, ອາກາດບໍລິສຸດ ກໍແມ່ນທ່າແຮງອັນອຸດົມສົມບູນຂອງສະຖານທີ່ທ່ອງທ່ຽວໃນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວອີກດ້ວຍ.

ນີ້ກໍເປັນອີກສະຖານທີ່ໜຶ່ງທີ່ສາມາດຜ່ອນຄາຍໃຫ້ກັບຫຼາຍທ່ານທີ່ໄດ້ໄປຜັດ. ສຳລັບຜູ້ທີ່ເດີນທາງໄປທ່ຽວໃນລະດູຝົນຄືແບບນີ້ກໍຕ້ອງໄດ້ລະມັດລະວັງກັນແດ່ຈັກໜ້ອຍໃນການລົງຫຼິ້ນນ້ຳຢູ່ຕາມບໍລິເວນນ້ຳຕົກ ຫຼື ຕາດແຫ່ງຕ່າງໆ ເພາະຝົນໄດ້ກັດເຊາະເອົາສິ່ງຕ່າງໆຢູ່ຈຸດສູງລົງມາສູ່ຫ້ວຍນ້ຳລຳເຊ ເຖິງວ່າບາງແຫ່ງໃນລະດູຝົນນ້ຳຈະບໍ່ປ່ຽນສີກໍຕາມແຕ່ກໍຕ້ອງໄດ້ລະວັງ ແລະ ສຶກສາຢ່າງຄັກແນ່ກ່ອນລົງຫຼິ້ນ ເພື່ອ ຄວາມປອດໄພ ແລະ ສຸຂະພາບຂອງທ່ານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Thankhao.com