ເມືອງປາກແບງ ເມືອງແຫ່ງການ ທ່ອງທຽວທາງເຮືອທີ່ລືຊື່

SA Game

ພາບ​: laophattananews.com

ເມືອງປາກແບງ ແຂວງ ອຸດົມໄຊ ເມືອງ​ທ່າເຮືອທີ່ຫລາຍ​ຄົນ​ຢາກ​ໄປ.

ເມືອງປາກແບງ ແຂວງ ອຸດົມໄຊ ມີຊື່ສຽງ ແລະ ໄດ້ຮັບ ຄວາມນິຍົມຈາກບັນດານັກທ່ອງທ່ຽວທີ່ໄດ້ລ່ອງ  ເຮືອ ໄປ-ມາຕາມແມ່ນໍ້າຂອງເພື່ອ ທ່ຽວຊົມທັດສະນີຍະພາບ ທໍາມະຊາດອັນສວຍສົດງົດງາມຂອງສອງຟາກຝັ່ງແມ່ນໍ້າຂອງຈາກຫຼວງພະບາງ ຫາ ເມືອງປາກແບງ.

ເມືອງປາກແບງຍັງເປັນ ສະຖານທີ່ໃຫ້ບັນດານັກ ທ່ອງທ່ຽວທັງຫຼາຍໄດ້ມາ ແວ່ພັກເຊົາ-ແຮມຄືນ, ເຊິ່ງ ພາຍໃນເທສະບານເມືອງ ປາກແບ່ງໄດ້ມີໂຮງແຮມ- ເຮືອນພັກ ແລະ ຮ້ານອາຫານ ໄວ້ຄອຍບໍລິການ ແລະ ຮອງ ຮັບນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ຢູ່ ຫຼາຍແຫ່ງ.

SA Game
ພາບ​: laophattananews.com

ເມືອງປາກແບງ ເປັນ ຊື່ທີ່ມາຈາກປາກຂອງ ແມ່ ນໍ້າແບງເຊິ່ງຕັ້ງຢູ່ລະຫວ່າງ ແມ່ນໍ້າຂອງ ແລະ ແມ່ນໍ້າ ແບງ ທາງທິດຕາເວັນຕົກ ສ່ຽງໃຕ້ຂອງແຂວງອຸດົມໄຊ ເປັນເມືອງທີ່ອຸດົມສົມບູນໄປ ດ້ວຍວັດວາອາຮາມ ແລະ ປູ ລິຍະນິສະຖານອັນເກົ່າແກ່ ແລະ ສັກສິດຢູ່ຫຼາຍແຫ່ງ ອັນເປັນເອກະລັກງົດງາມ

ຕາມແບບສະຖາປັດຕະຍະ ກໍາບູຮານລາວຈຶ່ງໄດ້ເຮັດ ໃຫ້ບັນດານັກທ່ອງທ່ຽວ ແລະ ພຸດທະສາສະນິກະຊົນ ສາມາດເຂົ້າໄປທ່ຽວຊົມ, ບູ ຊາ, ຂາບໄຫ້ວ ແລະ ຂໍພອນ ເພື່ອຄວາມເປັນສີລິມຸງຄຸນ ແກ່ຕົນເອງ ແລະ ຄອບຄົວ.

ຈາກບັນຫາທີ່ ກ່າວມານັ້ນ, ຈຶ່ງໄດ້ເຮັດ ໃຫ້ ນັກທ່ອງທ່ຽວນິຍົມກັນມາ ແວ່ພັກເຊົາ-ແຮມຄືນສະ ຖານທີ່ແຫ່ງນີ້ໃນທຸກຄັ້ງທີ່ ໄດ້ລ່ອງເຮືອໄປ-ມາ. ເພາະ ສະນັ້ນ, ເພື່ອເປັນການຊຸກ ຍູ້ສົ່ງເສີມທາງດ້ານແຫຼ່ງ ທ່ອງທ່ຽວໃຫ້ຍືນຍົງ

SA Game
ພາບ​: laophattananews.com

ໃນຍຸກ ແຫ່ງການເຊື່ອມໂຍງກັບສາກົນໂດຍສະເພາະແມ່ນປີນີ້ ກໍເປັນປີແຫ່ງການທ່ອງທ່ຽວ ລາວເປັນເຈົ້າພາບເພື່ອເປັນ ການຮອງຮັບບັນດານັກທ່ອງ ທ່ຽວທີ່ມາພັກຜ່ອນຢ່ອນ ໃຈໃຫ້ມີຄວາມສະດວກສະ ບາຍວ່ອງໄວທັນໃຈ ແລະ ຖືກ ໃຈບໍ່ວ່າທາງດ້ານການບໍລິ ການ, ດ້ານລົດຊາດເມນູອາ ຫານ-ເຄື່ອງດື່ມ ແລະ ສະ ຖານທີ່ພັກຜ່ອນຕ່າງໆນັ້ນ, ເຊິ່ງມາຮອດປັດຈຸບັນນີ້ຈຶ່ງ ໄດ້ມີບັນດາເຈົ້າຂອງທຸລະ ກິດໂຮງແຮມ-ເຮືອນພັກຕະ ຫຼອດຮອດຮ້ານອາຫານບັນ ເທີງຕ່າງໆແມ່ນໄດ້ປັບປຸງ ປົວແປງ ແລະ ຂະຫຍາຍ ສະຖານທີ່ອອກຢ່າງກວ້າງ ຂວາງ, ປັບປຸງດ້ານເມນູອາ ຫານໃຫ້ມີສີສັນ, ມີຄຸນນະ ພາບດີ, ມີຄວາມສະອາດ ແລະ ມີລົດຊາດແຊບອັນ ເປັນເອກະລັກສະເພາະຂອງແຂວງ ແລະ ການບໍລິການ ທຸກຢ່າງໃຫ້ໄດ້ມາດຕະຖານວ່ອງໄວທັນໃຈ.

ທ່ານໃດໄດ້ໄປ ທີ່ເມືອງ ປາກແບງກໍຈະໄດ້ສໍາພັດກັບທີວທັດທໍາມະຊາດຂອງສອງ ຟາກຝັ່ງດ້ວຍການຂີ່ເຮືອ ພາຍຊົມວິວ, ຫຼັງຈາກນັ້ນ ແລ້ວ ທ່ານສາມາດແວ່ພັກ ແຮມຄືນຢູ່ພາຍໃນເມືອງ ປາກແບງເຊິ່ງທ່ານສາມາດ ເລືອກໃຊ້ບໍລິການອາຫານ-ກິນດື່ມໄດ້ຕາມຮ້ານຕ່າງໆ, ຊິມລົດຊາດອາຫານທີ່ເປັນ ເອກະລັກສະເພາະຂອງ ແຂວງ, ທ່ານຈະໄດ້ທ່ຽວຊົມ ທິວທັດຍາມຫັດສະດົງລົງ ແລງ ແສງແດດສອດສ່ອງ ລົງຕ້ອງໃສ່ສາຍນໍ້າແບງ- ນໍ້າຂອງກໍຈະປະກາຍເປັນສີ ທອງເຫຼື້ອມລະຍິບລະຍັບ ອັນແສນງົດງາມ ທ່າມກາງ ຍາມລາຕີການທ່ານກໍສາ ມາດນອນລັບສະບາຍຜ່ອນຄາຍອາລົມຢູູ່ທີ່ໂຮງແຮມ- ເຮືອນພັກທີ່ໄດ້ມາດຕະຖານ ສາກົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ: laophattananews.com