ຊຽງຂວາງ ເກມເລີ່ມແລ້ວ! ກິ​ລາ​ໃນ​ຮົ່ມ ບານ​ສົ່ງ​ຫາດ​ຊາຍ ຍິງ-ຊາຍ

SA Game

ກິລາບານ​ສົ່ງຫາຍ​ຊາຍໃນຮົ່ມ ປະເພດທີມຍິງ ແລະ ທີມຊາຍ ເລີມ​ຕົ້ນແຂງ​ຂັນ​ແລ້ວ​ ຊຽງຂວາງ ເກມ

ໃນຕອນເຊົ້າວັນທີ 12 ທັນວາ 2022 ທີ່ສະຫນາມບານສົ່ງໃນຮົ່ມ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ໄດ້​ເລີ່ມຂຶ້ນແລ້ວກາຍແຂ່ງຂັນຢ່າງເປັນທາງການກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ທັງປະເພດທີມຍິງ ແລະ ທີມຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງ ເກມ

ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນໄຄ່ ສຸດທິຈັກ ຄະນະປະຈຳພັກແຂວງ, ປະທານອົງການກວດກາພັກ-ລັດແຂວງຊຽງຂວາງ, ທ່ານ ກະເສມ ອິນທະລາ ຮອງຫົວໜ້າກຳມະການເຕັກນິກ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດບັນດາຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ-ເຊຍ ຢ່າງຫຼວງຫຼາຍ.​

SA Game

ລາຍການດັ່ງກ່າວ ຈະມີການຊີງໄຊທັງໝົດ 4 ຫຼຽນຄຳ ສຳລັບບານສົ່ງໃນຮົ່ມມີການຊີງໄຊ 2 ຫລຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-21 ທັນວາ 2022 ແລະ ບານສົ່ງຫາດຊາຍ ຊີງໄຊ 2 ຫລຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-18 ທັນວາ 2022 ສະເພາະກິລາບານສົ່ງຮົ່ມທີມຍິງມີ 4 ພາກສ່ວນ ໃນນັ້ນ ມີ 1 ກະຊວງ ແລະ 3 ແຂວງ ຈັດກຸ່ມດຽວແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1 ໄປພົບກັບ ທີ 4 ແລະ ທີ 2 ພົບກັບ ທີ 3 ທີມໃດຊະນະໄປຊີງຫລຽນຄຳ ປະກອບມີ: ກະຊວງປ້ອງກັນປະເທດ, ແຂວງຊຽງຂວາງ ເຈົ້າພາບ, ແຂວງສະຫວັນນະເຂດ ແລະ ແຂວງໄຊຍະບູລີ.ສ່ວນທີມຊາຍ ມີ 9 ພາກສ່ວນເຂົ້າຮ່ວມ ປະກອບມີ 1 ກະຊວງ, 1 ນະຄອນຫລວງ ແລະ 7 ແຂວງ ແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ ກ ແຊ໋ມເກົ່າ ກະຊວງປ້ອງກັນປະເທດ, ນະຄອນຫລວງວຽງຈັນ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ; ກຸ່ມ ຂ ປະກອບມີ ແຂວງບໍ່ແກ້ວ, ແຂວງຊຽງຂວາງ ເຈົ້າພາບ, ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ.

SA Game

ຂະນະທີ່ ບານສົ່ງຫາດຊາຍ ທີມຊາຍ ປະກອບມີ 10 ພາກສ່ວນ ຄື: 2 ກະຊວງ, 1 ນະຄອນຫລວງ ແລະ 7 ແຂວງ ແບ່ງອອກເປັນສອງກຸ່ມ ກຸ່ມ ກ ປະກອບມີ ແຂວງເຊກອງ, ແຂວງຄຳມ່ວນ, ແຂວງອັດຕະປື, ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ. ສ່ວນກຸ່ມ ຂ ປະກອບມີ ກະຊວງສາທາລະນະສຸກ, ນະຄອນຫລວງວຽງຈັນ, ແຂວງໄຊຍະບູລີ, ແຂວງຈຳປາສັກ ແລະ ເຈົ້າພາບ ແຂວງຊຽງຂວາງ; ບານສົ່ງຫາດຊາຍ ທີມຍິງ ມີ 2 ກະຊວງ ແລະ 5 ແຂວງ ແບ່ງສອງກຸ່ມ ກຸ່ມ ກ ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ, ແຂວງຄຳມ່ວນ ແລະ ແຂວງຫລວງພະບາງ; ກຸ່ມ ຂ ເຈົ້າພາບ ແຂວງຊຽງຂວາງ, ກະຊວງສາທາລະນະສຸກ ແລະ ແຂວງອັດຕະປື.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.