ຊົງຊາ ສູ່ຄວາມປອງດອງ ແລະ ກວາງຊີທີ່ສະຫງ່າງາມ ຮອບພິເສດ

SA Game

ຂປລ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດກິດຈະກໍາ ຊົງຊາ ສູ່ຄວາມປອງດອງ

ໃນວັນທີ 20 ພຶດສະພາ 2023 ຜ່ານມາ, ທີ່ສູນວັດທະນະທໍາຈີນ ປະຈໍາລາວ, ສະມາຄົມແລກປ່ຽນ ວັດທະນະທໍາຈີນກັບຕ່າງປະເທດ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ພະແນກວັດທະນະທໍາ ແລະ ທ່ອງທ່ຽວ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ໄດ້ກິດຈະກໍາ “ຊາ ສູ່ຄວາມປອງດອງ” ແລະ ງານພົບປະແລກປ່ຽນ “ກວາງຊີທີ່ສະຫງ່າງາມ” ຮອບພິເສດເປີດໃຫ້ມວນຊົນຊາວນະຄອນຫລວງວຽງຈັນ ແລະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າຊົມ.

ພາຍໃນງານຜູ້ເຂົ້າຮ່ວມ ໄດ້ສໍາຜັດກັບວັດທະນະທໍາທີ່ງົດງາມຂອງສປ ຈີນ ໂດຍຜ່ານກິດຈະກຳ “ຊາສູ່ຄວາມປອງດອງ” ໂດຍມີທ່ານ ສືຫລູເຟີຍ ແລະ ທ່ານ ໂຈວ ຫລີເຫວີຍ ຕົວແທນຜູ້ສືບທອດມໍລະ ດົກວັດທະນະທໍາ ນາມມະທໍາຂັ້ນແຂວງຂອງປະເທດຈີນ ສາຂາຮີດຄອງປະເພນີຊານໍ້າມັນເຜົ່າຢ້າວ ມາສາ ທິດເຕັກນິກການຊົງຊາລິ້ວປາວ ແລະ ປະເພນີຊານໍ້າມັນຂອງເຜົ່າຢ້າວ.

SA Game
ຂປລ

ພ້ອມນີ້ກໍໄດ້ຮັບຊົມການສະແດງສິລະປະຊາ ແລະ ຊີມລົດຊາດຂອງຊາໄປພ້ອມໆກັນ, ຖືເປັນກິດຈະກໍາທີ່ງົດງາມໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ຊົມ. ຫລັງຈາກໄດ້ສໍາຜັດກັບສິລະປະ ແລະ ຮີດຄອງປະເພນີການຊົງຊາ, ມວນຊົນຕ່າງໆກໍໄດ້ຮ່ວມກັນສະແດງຄວາມຄິດ ຄວາມເຫັນ, ຂຽນຄວາມຮູ້ສຶກ ຄວາມປະທັບໃຈ ແລະ ຄວາມມັກຮັກ ທີ່ມີຕໍ່ຊາ ໄປຕິດໃສ່ໃນກະດານກິດຈະກຳ.

ນອກຈາກການສະແດງສິລະປະຊົງຊາ ຍັງມີກິດຈະກຳການວາງ ສະແດງຜະລິດຕະພັນ ສ້າງສັນດ້ານວັດທະນະທໍາ, ການວາງສະແດງປຶ້ມກວາງຊີ ແລະ ງານດົນຕີກວາງ ຊີທີ່ສະຫງ່າງາມ. ຜ່ານກິດຈະກໍາດັ່ງກ່າວຜູ້ຊົມ ໄດ້ຮູ້ຈັກກັບວັດທະນະທຳ, ປະຫວັດສາດທີ່ຍາວນານຂອງປະເທດຈີນຫລາຍຂຶ້ນ, ຊື່ນຊົມອະລິຍະທໍາທ້ອງຖິ່ນ ທີ່ມີເອກະລັກສະເພາະຂອງເຜົ່າຈ້ວງກວາງຊີ.

ທ່ານ ໂຈວ ຫລີເຫວີຍ ໃຫ້ຮູ້ວ່າ: ຮີດຄອງປະເພນີຊານໍ້າມັນເຜົ່າຢ້າວ ເປັນຮີດຄອງດ້ານອາຫານ ທີ່ສ້າງຂຶ້ນ ເພື່ອຕອບໂຕ້ກັບດິນຟ້າອາກາດທີ່ມີຄວາມຊຸ່ມຊື່ນ, ມີໝອກໜາ ແລະ ມີອຸນຫະພູມທີ່່ປ່ຽນແປງຜິດປົກກະຕິ ໃນເຂດພູດອຍ ຢູ່ພາກໃຕ້ຂອງປະເທດຈີນ ເຊິ່ງໄດ້ກໍາເນີດຂຶ້ນໃນສະໄໝລາຊະວົງຖັງໃນປີ (618-907).

ປັດຈຸບັນກາຍເປັນຮູບແບບພົວພັນທາງສັງຄົມ ອັນສໍາຄັນຂອງເຜົ່າຢ້າວ, ກາຍເປັນຂັ້ນຕອນສໍາຄັນໃນການຈັດພິທີແຕ່ງງານ ແລະ ພິທີມ້ຽນຄາບອາບສົງກາຍເປັນກິລິຍາສູງທີ່ສຸດ ໃນການຕ້ອນຮັບແຂກທີ່ມີກຽດ.

SA Game
ຂປລ

ຊານໍ້າມັນຂອງເຜົ່າຢ້າວແມ່ນການເອົາໃບຊານໍ້າມັນ, ຂີງສົດ, ຜັກທຽມ ແລະ ວັດຖຸດິບ ອື່ນໆມາປະສົມປະສານກັນໃສ່ໝໍ້ເຫລັກແລ້ວທຸບຊໍ້າໆ ຫລັງຈາກນັ້ນຕົ້ມດ້ວຍນໍ້າຮ້ອນເປັນອັນສິ້ນສຸດການຕົ້ມຊາ.

ສໍາລັບຊານໍ້າມັນທີ່ຕົ້ມອອກມານັ້ນຈະມີສີເຫລືອງ, ລົດຊາດເຂັ້ມຂຸ້ນ, ມີຊັບພະຄຸນຊ່ວຍຍ່ອຍອາ ຫານ, ບໍາລຸງຮ່າງກາຍ, ດັບຮ້ອນດັບໜາວ, ຫລູດຄວາມຊຸ່ມ ແລະ ກັນແມງໄມ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.