ຈັດກິດຈະກໍາສະຫລອງວັນຊາສາກົນສູນວັດທະນະທຳຈີນປະຈຳລາວ

SA Game

ຂປລ

ສູນວັດທະນະທຳຈີນປະຈຳລາວ ຈັດງານພົບປະແລກປ່ຽນ ແລະ ກິດຈະກໍາສະຫລອງວັນຊາສາກົນ

ການຈັດງານຄັ້ງນີ້ ເພື່ອສະເຫລີມສະຫລອງທີ່ “ເຕັກນິກການເຮັດຊາແບບດັ້ງເດີມຂອງຈີນ ແລະ ຮີດຄອງປະເພນີທີ່ກ່ຽວຂ້ອງ” ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ ມໍລະດົກວັດທະນະທໍານາມມະທໍາຂອງມວນມະນຸດ ຈາກອົງການ ອຸຍແນັສໂກ(UNESCO ) ໃນປີ 2022 ແລະ ສະເຫລີມສະຫລອງ ວັນຊາສາກົນ.

ສະມາຄົມແລກປ່ຽນ ວັດທະນະທໍາຈີນກັບຕ່າງປະເທດ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ພະແນກວັດທະນະທໍາ ແລະ ທ່ອງທ່ຽວເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຈັດກິດຈະກໍາ “ຊາສູ້ຄວາມປອງດອງ” ແລະ ງານພົບປະແລກປ່ຽນ “ກວາງຊີທີ່ສະຫງ່າງາມ”ວັນທີ 19 ພຶດສະພາ 2023 ຜ່ານມາ, ໃນໂອກາດສະຫລອງວັນຊາສາກົນ ໂດຍເນັ້ນໃສ່ການແນະນໍາ “ເຕັກນິກການຊົງຊາລິ້ວປາວ” ແລະ “ຮີດຄອງປະເພນີຊານໍ້າມັນ” ຂອງເຜົ່າຢ້າວ ກວາງຊີ.

ນອກນີ້, ພາຍໃນງານຍັງປະກອບມີກິດຈະກໍາວັດທະນະທໍາ ທີ່ຫລາກຫລາຍສີສັນໃຫ້ໄດ້ສໍາຜັດ.

SA Game
ຂປລ

ເນື້ອ​ໃນ​ຂອງ​ການ​ຈັດ​ງານ

ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ລາວ ກ່າວວ່າ: ເພື່ອສືບຕໍ່ເສີມຂະຫຍາຍການຮຽນຮູ້ ແລກປ່ຽນເຊິ່ງກັນ ແລະ ກັນ ຂອງອະລິຍະທໍາທົ່ວໂລກ ໂດຍໃຫ້ຊາເປັນສື່ກາງ, ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ ຈີນ ໄດ້ສົມທົບກັບອົງການສາກົນ, ສະຖານທູດ, ສະຖານກົງສຸນຈີນ ປະຈໍາຕ່າງປະເທດ ຈັດກິດຈະກຳ “ຊາສູ່ຄວາມປອງດອງ” ຂຶ້ນຢູ່ 41 ປະເທດໃນທົ່ວໂລກ ໃນວັນທີ 21 ພຶດສະພາ ຫລື “ວັນຊາສາກົນ” ສູນວັດທະນະທໍາຈີນ ປະຈໍາລາວ ຈະໄດ້ຈັດກິດຈະກໍາ “ຊາສູ່ຄວາມປອງດອງ” ໃນຮູບແບບອອນລາຍ ແລະ ເຊິ່ງໜ້າ

ເຊິ່ງກິດຈະກຳດັ່ງກ່າວ ເນັ້ນໃສ່ການສໍາຜັດຕົວຈິງກັບ ວິທີການຊົງຊາລິ້ວປາວ ແລະ ປະເພນີຊານໍ້າມັນ ຂອງເຜົ່າຢ້າວ ເປັນຈຸດເດັ່ນຂອງກິດຈະກໍາຄັ້ງນີ້ ໂດຍໄດ້ເຊື້ອເຊີນຕົວແທນຜູ້ສືບທອດມໍລະດົກ ວັດທະນະທໍານາມມະທໍາຂັ້ນແຂວງຂອງຈີນ ມາສາທິດເຕັກນິກການຊົງຊາລິ້ວປາວ ແລະ ປະເພນີຊານໍ້າມັນຂອງເຜົ່າຢ້າວ, ແນະນໍາເບື້ອງຫລັງຂັ້ນຕອນການຊົງຊາ ແລະ ປະເພນີວັດທະນະທໍາທີ່ກ່ຽວຂ້ອງໃຫ້ແກ່ຜູ້ຊົມ

ພ້ອມເຊີນຊວນແຂກພາຍໃນງານຊິມຊາພື້ນເມືອງ ເຊິ່ງໄດ້ສໍາຜັດການຊິມນໍ້າຊາ ອັນເປັນມໍລະດົກວັດທະນະທໍານາມມະທໍາຈີນ, ສຳຜັດກັບປະຫວັດສາດອັນຍາວນານ ແລະ ຄວາມຍິ່ງໃຫຍ່ຂອງວັດທະນະທຳຊາຈີນຢ່າງໃກ້ຊິດ.

ທ່ານ ນາງ ຫລີຢີ່ຜິງ ຍັງໃຫ້ຮູ້ອີກວ່າ: ຊາ ມີຕົ້ນກໍາເນີດຈາກປະເທດຈີນ ແລະ ເປັນທີ່ນິຍົມໃນທົ່ວໂລກ, ຊາບໍ່ພຽງແຕ່ເປັນເຄື່ອງດື່ມເທົ່ານັ້ນ, ຫາກຍັງເປັນວິທີການດໍາລົງຊີວິດ ແລະ ເປັນທີ່ນິຍົມ, ໄດ້ສືບສານຄ່ານິຍົມ “ບຸກ ຄົນເປັນພື້ນຖານ” ແລະ “ການຢູ່ຮ່ວມກັນຢ່າງກົມກຽວ” ໃນວັດທະນະທໍາຈີນ.

SA Game
ຂປລ

ຜົນ​ຮັບ​ຈາ​ກ​ການ​ຈັດ​ງານ

ກິດຈະກໍາໃນຄັ້ງນີ້, ຈະຮ່ວມກັນແບ່ງປັນ ແລະ ສືບສານວັດທະນະທໍາຊາຈີນ ຢ່າງເລິກຊຶ້ງກວ້າງໄກ, ຮ່ວມກັນຄົ້ນຄ້ວາ ແລະ ຊຸກຍູ້ຄວາມເປັນໄປໄດ້ ຂອງການຮ່ວມມືດ້ານວັດທະນະທໍາ ແລະ ທ່ອງທ່ຽວລະຫວ່າງ ສອງຊາດລາວ-ຈີນ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.