ຈັດ​ການ​ເດັດ​ຂາດ! ຫົວ​ພັນ​ປິດ​ການ​ເຂົ້າ​-ອອກ​ແຂວງບໍ່​ໃຫ້​ມີ​ໂຄວິດ-19ຈັກ​ຄົນ

SA Game

laoedaily.com.

ຫົວພັນແຈ້ງ​ການ​ເຂັ້ມ​ງວດ​ປິດ​ການ​ເຂົ້າ-ອອກ​ແຂວງ​ຈະ​ບໍ່​ໃຫ້​ມີ​ໂຄວິດ-19ແມ່ນ​ແຕ່​ຄົນ​ດຽວ.

ປະ​ຈ​ຸ​ບັນ​ແຂວງຫົວພັນເຖິງຈະເປັນແຂວງ ທີ່ປອດໂຄວິດກໍ່ຕາມ ແຕ່ຕໍ່ກັບການລະບາດຂອງໂຄວິດ19ໃນຕອນນີ້ ແມ່ນຍັງຕ້ອງ​ໄດ້​ເຂັ້ມ​ງວດ ຍິ່ງປອດເຊື້ອຍິ່ງຕ້ອງປ້ອງກັນໃຫ້ເຂັ້ມງວດໂດຍການປະຕິບັດມາດຕະການຕ່າງໆໃຫ້ດີ ແລະຮັດກຸມທີ່ສຸດ ເພື່ອບໍ່ໃຫ້ປະຊາຊົນໃນພື້ນທີ່ຕິດເຊື້ອແຂວງຫົວພັນຈິ່ງປະກາດລັອກດາວຮອບໃໝ່ຈົນຮອດວັນທີ 18 ຕຸລາ 2021.

ແຂວງ ຫົວພັນໄດ້ແຈ້ງການເພີ່ມເຕີມ ເລກທີ 306/ຈຂ.ຫພ ລົງວັນທີ 4 ຕຸລາ 2021 ໃນການສືບຕໍ່ ປິດການເຂົ້າ-ອອກ ແຂວງ ຫົວພັນຊົ່ວຄາວ ທັງນີ້ ກໍ່ເພື່ອເປັນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ນີ້ ບໍ່​ໃຫ້​ຫລຸດ​ລອດ​ເຂົ້າ​ມາ​ໄດ້​ແມ່ນ​ແຕ່​ຄົນ​ດຽວ, ເນືອງ​ຈາກ​ເຫັນ​ຕົວ​ຢ່າງ​ຫລາຍໆ​ເຫດ​ການ​ໃນ​ທຸກ​ມື້​ນີ້​ໂດຍ​ສະ​ເພາະ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ.

SA Game
laoedaily.com.

ໂດຍຈະໄດ້ປີດການເດີນທາງເຂົ້າ-ອອກແຂວງຫົວພັນ (Lockdown ) ນັບແຕ່ວັນທີ 05-18 ຕຸລາ 2021 ແລະ ຫ້າມບຸກຄົນ, ນິຕິບຸກຄົນ ຢູ່ພາຍໃນແຂວງຫົວພັນ ເດີນທາງອອກໄປຕ່າງແຂວງ ແລະ ຫ້າມຄົນຕ່າງເເຂວງເດີນທາງເຂົ້າມາແຂວງຫົວພັນ ຖ້າວ່າກໍລະນີບຸກຄົນ, ນິຕິບຸກຄົນ ທີ່ມີຄວາມຈໍາເປັນອັນຮີບດ່ວນ ຈະເດີນທາງເຂົ້າ-ອອກ ແຂວງຫົວພັນ ຕ້ອງໄດ້ອະນຸຍາດຈາກຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແຂວງຫົວພັນສາກ່ອນ.

ປິດການຂົນສົ່ງໂດຍສານ ທາງບົກ-ທາງອາກາດ, ປິດການຂົນສົ່ງສິນຄ້າເຂົ້າ-ອອກ ແຂວງຫົວພັນ ຍົກເວັ້ນລົດບັນທຸກສິນຄ້າປະເພດນໍ້າມັນ ຕ້ອງໄດ້ປະຕິບັດການຄ່ຽນຖ່າຍສິນຄ້າ ຫຼື ປ່ຽນໂຊເຟີລົດຢູ່ຈຸດກວດກາຂອງແຂວງ, ສ່ວນລົດປະເພດອື່ນໆ ແມ່ນບໍ່ອະນຸຍາດໃຫ້ເຂົ້າແຂວງຫົວພັນຢ່າງເດັດຂາດ.

SA Game
laoedaily.com.

ພ້ອມນີ້, ມອບໃຫ້ເຈົ້າຫນ້າທີ່ ປກຊ-ປກສ ແຂວງ-ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທຸກຂັ້ນເພີ່ມທະວີຈັດຕັ້ງເວນຍາມ, ລາດຕະເວນກວດກາຕະຫຼອດ 24 ຊົ່ວໂມງ, ຫາກພົບເຫັນບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທີ່ ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ແຂວງວາງອອກ ຕ້ອງປັບໃຫມ ພ້ອມທັງປະຕິບັດຕາມລະບຽບການກ່ຽວຂ້ອງທີ່ແຂວງກໍານົດໄວ້ຕາມກໍລະນີຫນັກ ຫຼື ເບົາ ຢ່າງເຂັ້ມງວດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com