ງານ​ວາງ​ສະ​ແດງ​ເຟີ​ນີ​ເຈີ​ ຄັ້ງທີ 5 ສິນ​ຄ້າຜ​ະ​ລິດ​ຕະ​ພັນ​​ຂອງຄົນ​ລາວ​​ທີ່ໄອ​ເຕັກ

SA Game

ພາບ​: laoedaily.com.

ກຽມຈັດງານວາງສະແດງສິນຄ້າເຟີນີເຈີ ຄັ້ງທີ 5 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ.

ຈະ​ມີ​ການຈັດງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 5 ປະຈຳປີ 2021 ຂຶ້ນລະຫວ່າງວັນທີ 20 – 28 ມີນາ 2021 ທີ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີໄມ້ລາວທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ແລະ ກ້າວເຂົ້າສູ່ການສ້າງຕານ່າງການວາງສະແດງຂາຍສິນຄ້າເຟີນີເຈີໄມ້ກັບພາກພື້ນ ແລະ ສາກົນໃນອະນາຄົດ.

ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງຂັ້ນເທິງວາງອອກໃຫ້ປາກົດຜົນເປັນຈິງໄປເທື່ອລະກ້າວ, ຜັນຂະຫຍາຍຕາມເນື້ອໃນຂອງແຈ້ງການເລກທີ 15/ນຍ ເພື່ອເປັນການອະນຸຮັກປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະ ໄມ້ປ່ອງ.

SA Game
ພາບ​: laoedaily.com.

ທັງ​ນີ້, ກໍເພື່ອໃຫ້ມີຫຼາກຫຼາຍຜະລິດຕະພັນຕາມທີ່ສັງຄົມປັດຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີລາວໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕາມ ຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມໃນອະນາຄົດ.

ທ່ານ ກອງມາລາ ພົມມາໄລ ກ່າວວ່າ: ເພື່ອເປັນການສົ່ງເສີມການປູກໄມ້ ແລະ ຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດ, ເຮັດໃຫ້ສັງຄົມຮູ້ຈັກກັບຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ ແລະ ກວ້າງຂວາງໄປເລື້ອຍໆ, ສົ່ງເສີມງານວາງສະແດງສິນຄ້າເຟີນີເຈີໄມ້ລາວໃຫ້ໂດດເດັ່ນມີຊື່ສຽງ ເປັນທີ່ຮູ້ຈັກ ແລະ ທັງເປັນການດຶງດູດເອົາລູກຄ້າເຂົ້າມາຊື້ – ຂາຍສິນຄ້າເຟີນີເຈີໃນ ສປປ ລາວ ຫຼາຍຂຶ້ນ.

ສຳລັບຜະລິດຕະພັນທີ່ນຳມາວາງສະແດງຈະມີເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆ, ຜະລິດຕະພັນຫັດຖະກຳ ແລະ ເຄື່ອງແກະສະຫຼັກ, ເຄື່ອງປະດັບຕົກແຕ່ງ ແລະ ເອ້ຍ້ອງພາຍໃນເຮືອນ ແລະ ອື່ນໆ.

ສຳລັບຫ້ອງວາງສະແດງ ທ່ານ ບຸນຖອງ ຫຼວງໂຄດ ຄະນະ ສຟລ ເປີດເຜີຍວ່າ: ແມ່ນມີທັງໝົດ 200 ຫ້ອງ, ໃນນັ້ນມີ 30 ຫ້ອງ ສຳລັບຫົວໜ່ວຍທຸລະກິດໂອດ໊ອບ, ປັດຈຸບັນການຈັບຈອງຫ້ອງຂາຍໄດ້ 90% ໂດຍຈະມີຫົວໜ່ວຍ ຫຼື ໂຮງງານທີ່ຈະເຂົ້າມາຮ່ວມ 70 ຫົວໜ່ວຍ ແລະ ຕ່າງແຂວງ 20 ຫົວໜ່ວຍ ຈາກ 10 ແຂວງ ເຊິ່ງຄາດຄະເນຕະຫຼອດການຈັດງານຈະມີການຈໍລະຈອນຊື້ – ຂາຍສິນຄ້າພາຍໃນງານ ປະມານ 10 ຕື້ກີບ ແລະ ຈະມີຜູ້ເຂົ້າທ່ຽວຊົມ ປະມານ 10 ພັນຄົນ.

ພາຍໃນງານວາງສະແດງນັບແຕ່ວັນທີ 20 – 28 ມີນາ ຍັງມີກິດຈະກຳຕ່າງໆ ເປັນຕົ້ນວາງສະແດງຊຶ້ – ຂາຍສິນຄ້າ, ສະແດງດົນຕີລາວ, ສະແດງກາຍະສິນ, ມິນິຄອນເສີດ, ຈັບສະຫຼາກມອບລາງວັນ ລວມມູນຄ່າຫຼາຍກວ່າ 30 ລ້ານກວ່າກີບ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.