ງານມະຫາກຳ ສົ່ງເສີມແຮງງານລາວ ປະຈໍາປີ 2022 ທີ່​ວຽງ​ຈັນ​ເຊັນ​ເຕີ້

SA Game

ອິນ​ໄຊ​ລາວ

ພິທີເປີດ ງານມະຫາກຳ ສົ່ງເສີມແຮງງານລາວ ປະຈໍາປີ 2022 Lao Employment Expo 2022

ງານມະຫາກຳ ສົ່ງເສີມແຮງງານລາວ ປະຈໍາປີ 2022, ເພື່ອໃຫ້ບັນລຸວິໃສທັດ ພວກເຮົາຈະບໍ່ປ່ອຍໃຜໄວ້ຂ້າງຫຼັງ “ອະນາຄົດຂອງຊາວໜຸ່ມ, ອະນາຄົດຂອງຊາດ ແມ່ນພາລະກິດຂອງພວກເຮົາ” ທາງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄູ່ຮ່ວມພັດທະນາ ຈື່ງໄດ້ຮ່ວມກັນຈັດ”ງານມະຫາກຳ ສົ່ງເສີມແຮງງານລາວ” (Lao Employment Expo 2022) ຂຶ້ນ ໃນວັນທີ 16 ມີນາ 2022 ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ.

ໃຫ້ກຽດເປີດງານໂດຍ ພະນະທ່ານ ສຈ. ປອ. ກິ ແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ປອ ຮສ ພຸດ ສີມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານ ສູນກາງສະຫະພັນກຳມະບານລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານປະຈໍາການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

SA Game
ອິນ​ໄຊ​ລາວ

ການຈັດງານດັ່ງກ່າວ ໄດ້ຮັບການສະໜັບສະໜູນຫຼັກ ໂດຍ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ທະນາຄານໂລກ, ອົງການແຮງງານສາກົນ, ບໍລິສັດ, ສະມາຄົມ, ກຸ່ມທຸລະກິດ, ຄູ່ຮ່ວມພັດທະນາຈາກພາກສ່ວນຕ່າງໆທີ່ເຫັນເຖິງຄວາມສໍາຄັນຂອງການມີວຽກເຮັດງານທຳຂອງກໍາລັງແຮງງານໃນອານາຄົດ.

ພາຍໃນງານຍັງໄດ້ມີເວທີ ສົນທະນາຄະນະນໍາຂັ້ນສູງ ເພື່ອຢາກເຫັນສິ່ງທີປັບປຸ່ງ, ປ່ຽນແປງ ແລະ ພັດທະນາຮ່ວມ ກັນໃນຫົວຂໍ້ “ການຟື້ນຟູ ນະໂຍບາຍດ້ານຕະຫຼາດແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ”

ແລະ ຍັງມີເວທີສົນທະນາຈາກເຈົ້າຂອງທຸລະກິດຫຼາກຫຼາຍຂະແໜ່ງການ, ພາກລັດ, ອົງການຈັດຕັ້ງສາກົນ ແລະ ເອກະຊົນ ທີ່ໄດ້ມາໃຫ້ຄວາມຮູ້ຫຼາກຫຼາຍຫົວຂໍ້ສົນທະນາ ເປັນຕົ້ນ:

ການໃຫ້ຄວາມຮູ້ດ້ານນິຕິກໍາຕິດພັນເພື່ອປົກປ້ອງ ແຮງງານ, ການນຳສະເໜີຄວາມຕ້ອງການແຮງງານຕໍ່ກັບການພັດທະຊັບພະຍາກອນມະນຸດ, ຄວາມຕ້ອງການພັດທະນາ ແຮງານໃນຂະແໜງກະສິກຳ, ການບໍລິການ, ເສດທະກິດພິເສດ ແລະ ອຸດສາຫະກຳ

ເພື່ອເປັນບາດກ້າວໃໝ່ໃນການເລີ້ມຕົ້ນຮ່ວມສ້າງແຜນນະໂຍບາຍ, ແຜນນໍາໃຊ້ ລະຫວ່າງຜູ້ສ້າງ, ຜູ້ໃຊ້ແຮງງານ, ຜູ້ປົກປ້ອງ ແລະ ຄູ່ຮ່ວມພັດທະນາ ໃຫ້ມີ ຄວາມສອດຄ່ອງ ເພື່ອລົດຊອງຫວ່າງບັນຫາ ແລະ ສະພາບການແຮງງານ ເຫຼືອບໍ່ພໍ, ຂາດແຮງງານທີ່ມີສີມືແຮງງານ, ພັດທະນາບໍ່ແທດເໝາະກັບຄວາມຕ້ອງການແຮງງານ.

SA Game
ອິນ​ໄຊ​ລາວ

ນາງ ຈັນນະພາ ສີຫາລາດ ນັກສືກສາ ມຊ ໄດ້ໃຫ້ສໍາພາດກັບທີມຂ່າວເຮົາວ່າ: ການທີ່ເພີ່ນຈັດງານ ມະຫາກໍາ ສົ່ງເສີມເເຮງງານລາວ ນີ້ຂຶ້ນມາ ຖືເປັນການເປີດໂອກາດໃຫ້ນ້ອງ ແລະ ນັກສືກສາຄົນອຶ້ນໆ ໄດ້ສຶກສາຂໍ້ມູນໃນສາຍງານຕ່າງໆ ຈາກຫຼາຍບໍລິສັດ ເຊິ່ງເປັນຜົນດີກັບນັກສຶກສາທີ່ຈົບໃໝ່ ຫຼື ກໍາລັງຈະຈົບ ເເລະ ຍັງມີການເເນະນໍາທຶນການສຶກສາໃຫ້ນ້ອງໆນັກຮຽນ ນັກສືກສາຜູ້ທີ່ມີຄວາມສົນໃຈອີກດ້ວຍ.

ພາຍໃນງານຍັງມີການວາງສະແດງຈາກ 65 ຂະແໜ່ງທຸລະກິດ ລວມມີ 68 ບຸດເຂົ້າຮ່ວມ ແລະ ໄດ້ມີການເກັບກໍາຂໍ້ມູນຄວາມຕ້ອງການ ແຮງງານຈາກບໍລິສັດ, ຕຳແໜ່ງຫວ່າງ, ການນໍາສະເໜີທຶນການສຶກສາ, ການທົດສອບສີມືແຮງງານ, ການສາທິດ ແລະ ການແຂງຂັນສີມືຂະແໜງລົດຍົນ, ຂະແໜງບໍລິການ, ຂະແໜງອຸດສະກຳປຸງແຕ່ງໄມ້ ເພື່ອຊິງທືນການສຶກສາ ແລະ ການບັນຈຸເຂົ້າເຮັດວຽກ,

ການມີສ່ວນຮ່ວມ ຈາກໂຮງຮຽນເຕັກນິກວິຊາຊີບ ແຂວງ ຫຼວງພະບາງ, ແຂວງ ຈຳປາສັກ, ແຂວງວຽງຈັນ ແລະ ສະຖາບັນພັດທະນາສີມືແຮງງານ ໃນນະຄອນຫຼວງວຽງຈັນ ໄດ້ມາສາທິດສີມືແຮງງານໃນສາຂາອາຊີບຕ່າງໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ