ກຽມ​ໄປ! ເທດສະການ “ຫຸ່ນເຟືອງ” ຄັ້ງທຳອິດໃນ ນະຄອນຫຼວງວຽງ​ຈັນ

SA Game

ອິນ​ໄຊ​ລາວ

ກະກຽມງານ ເທດສະການ “ຫຸ່ນເຟືອງ” ຄັ້ງທຳອິດໃນ ນະຄອນຫຼວງ.

ຖື​ວ່າ​ຈະ​ມີ​ອີກ​ເທ​ສະ​ການ​ໃໜ່​ໜຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ​, ເຊິງ​ເປັນ​ເທ​ສະ​ການ​ທີ່​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ໜ້າ​ຕືນ​ຕາ​ຕືນ​ໃຈ​ຫລາຍ ແລະ ຊາວນະຄອນຫຼວງ ວຽງຈັນ ກຽມທ່ຽວຊົມງານເທດສະການ “ຫຸ່ນເຟືອງທົ່ງນາແຊງບ້ານນາ” ໄດ້, ເຊີ່ງຈະຈັດຂຶ້ນຄັ້ງທຳອິດຢູ່ບ້ານ ໜອງບົວທອງເໜືອ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໃນລະຫວ່າງວັນທີ 21-29 ມີນາ 2022 ໂດຍຈະມີຫຼາຍກິດຈະກໍາເພື່ອທ່ຽວຊົມ.

ທ່ານ ນາງ ວົງຈັນ ບົວແພງ ຮອງຜູ້ຈັດການ ໂຮງແຮມລາວເທວ, ທັງເປັນຜູ້ຮັບຜິດຊອບການຈັດງານຄັ້ງນີ້ ກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນນະຄອນຫຼວງ ວຽງຈັນ ຫຼື ລາວທ່ຽວລາວ ໃຫ້ກັບມາມີບັນຍາກາດຄຶກຄື້ນອີກຄັ້ງໜຶ່ງ, ນອກຈາກນີ້ ຍັງເປັນການສົ່ງເສີມທຸລະກິດຊຸມຊົນ ໃຫ້ມີບ່ອນຊື້-ບ່ອນຂາຍ ຂອງປະຊາຊົນພາຍໃນເມືອງ ຈັນທະບູລີ ກໍຄື ນະຄອນຫຼວງ ວຽງຈັນ.

SA Game
ອິນ​ໄຊ​ລາວ

ໂດຍ​ທີ່ພາຍໃນງານ ແມ່ນຈະຈັດໃຫ້ມີຫຼາກຫຼາຍກິດຈະກໍາ ເຊັ່ນ: ການຖ່າຍຮູບກັບຫຸ່ນເຟືອງທີ່ເປັນສັດຫຼາຍປະເພດ ຄື: ຄວາຍ, ຊ້າງ, ສິງ, ເສືອ ແລະ ລິງ ການຂາຍສິນຄ້າຕ່າງໆ ຂອງປະຊາຊົນ, ລວມທັງຜູ້ປະກອບການທີ່ນໍາມາວາງສະແດງຂາຍພາຍໃນງານ.

ເຊິ່ງ​ຫລາຍໆ​ຢ່າງ​ກໍ​ໜ້າ​ສົນ​ໃຈ​ຫລາຍ ນີ້​ເປັນ​ພຽງ​ຄັ້ງ​ທຳ​ອິດ ແລະ ຄວາມ​ຄິດ​ສ້າງ​ສັນ​ໃນ​ຂັ້ນ​ຕອນ​ແລກໆ​ເທົ່າ​ນັ້ນ, ແລະ ເຊື​ອ​ແນ​ວ່າ​ໃນ​ລຳ​ດັບ ແລະ ຄັ້ງ​ຕໍ່​ໄປ​ຄົງ​ຈະ​ມີ​ຫລາກ​ຫລາຍ​ກວ່າ​ນີ້​ຢ່າງ​ແນນອນ.

SA Game
ອິນ​ໄຊ​ລາວ

ການຈັດງານໃນຄັ້ງນີ້ ຈະປະຕິບັດຄຽງຄູ່ກັບມາດຕະການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ແລະ ຖືເປັນຄັ້ງທໍາອິດ ທີ່ຈັດງານເທສະການຫຸ່ນເຟືອງທົ່ງນາແຊງບ້ານນາ ຢູ່ ນະຄອນຫຼວງວຽງຈັນ, ຖ້າຫາກໄດ້ຮັບຜົນດີຈະສືບຕໍ່ຈັດຂຶ້ນທຸກໆປີ ເພື່ອເປັນສ່ວນໜຶ່ງໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ ເມືອງ ຈັນທະບູລີ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.