ຄໍາວ່າ “ເກົາຫຼີ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເກົາຫຼີ” ມີຄວາມໝາຍແນວໃດ?

ຄໍາວ່າ “ເກົາຫຼີ” ໝາຍເຖິງຄົນເຊື້ອຊາດນຶ່ງ ເອີ້ນ ຄົນເກົາຫຼີ ຫຼື ຊາວເກົາຫຼີ ເປັນຄົນຢູ່ທະວີບອາຊີ ແລະ ມີຮູບຮ່າງໜ້າຕາເປັນເອກະລັກສະເພາະ, ຈັດໃນຄົນຜົມດໍາ, ຜິວເຫຼືອງ ຕາສີນໍ້າຕານ ລັກສະນະຄ້າຍຄົນຈີນ, ຄົນຍີ່ປຸ່ນ. ອາໃສຢູ່ແຫຼມເກົາຫຼີ. ປະຈຸບັນ ແບ່ງອອກເປັນສອງສັນຊາດ ຫຼື ສອງປະເທດ, ຊຶ່ງມີການປົກຄອງແຕກຕ່າງກັນ ຄື ຄົນເກົາຫຼີເໜືອ ແລະ ຄົນເກົາຫຼີໃຕ້ ໃນນັ້ນປະຊາກອນເກົາຫຼີເໜືອມີປະມານ 25 ລ້ານຄົນ ແລະ ເກົາຫຼີໃຕ້ຫຼາຍກວ່າ 51 ລ້ານ ຄົນ.

ດັ່ງທີ່ໄດ້ກ່າວແລ້ວ “ເກົາຫຼີ” ໄດ້ແບ່ງອອກເປັນສອງປະເທດ ພາຍຫຼັງສີ້ນສຸດສົງຄາມໂລກຄັ້ງທີ 2 ຊຶ່ງເກົາຫຼີເໜືອຖືກຄອບຄອງໂດຍສະຫະພາບໂຊວຽດ ແລະ ເກົາຫຼືໃຕ້ຖືກຄອບຄອງໂດຍສະຫະລັດ. ສໍາລັບເກົາຫຼີເໜືອ ກວມເອົາພື້ນທີ່ຕອນເໜືອຂອງຄາບສະມຸດເກົາຫຼີ ທິດໃຕ້ຕິດກັບປະເທດເກົາຫຼີໃຕ້, ເນື້ອທີ່ 120,540 ກິໂລຕາແມັດ, ມີເມືອງຫຼວງຊື່ “ພຽງຢາງ”. ສ່ວນເກົາຫຼີໃຕ້ຄວບຄຸມເອົາສ່ວນໃຕ້ຂອງຄາບສະມຸດເກົາຫຼີ ທິດເໜືອຕິດກັບປະເທດເກົາຫຼີເໜືອ, ເນື້ອທີ່ທົ່ວປະເທດມີ 100,363 ກິໂລຕາແມັດ, ມີເມືອງຫຼວງຊື່ “ເຊອູນ”.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເກົາຫຼີ”.

“ເກົາຫຼີ” (1. ຄໍານາມ) ຊື່ຄົນຊາດນຶ່ງ ແລະ ເປັນປະເທດນຶ່ງຢູ່ທາງຕາເວັນອອກຂອງປະເທດຈີນ.

ຕົວຢ່າງ:

  • ຄົນເກົາຫຼີ ມີອາຫານທີ່ມີຊື່ສຽງ ເປັນຕົ້ນຜັກກາດດອງກິມຈິ, ຖົ່ວເຫຼືອງໝັກແຫຼວ ທອນຈັງ, ເຫຼົ້າຂາວທີ່ເປັນເອກະລັກ.
  • ນັກຮ້ອງຄົນເກົາຫຼີໃຕ້ ມີຫຼາຍວົງໂດ່ງດັງໄປທົ່ວໂລກ ແລະ ເປັນທີ່ຮູ້ຈັກກັນດີ ເຊັ່ນ ເຄປອບ ເປັນຕົ້ນ.
  • ປະເທດເກົາຫຼີເໜືອ ແລະ ປະເທດເກົາຫຼີໃຕ້ ມີການປົກຄອງຄົນແຕກຕ່າງກັນຄົນລະຮູບແບບການເມືອງ ຊຶ່ງເຮັດໃຫ້ມັກເຂົ້າໃຈຜິດກັນເລື້ອຍໆ.

ສະຫຼຸບ.

ຄໍາວ່າ “ເກົາຫຼີ” ແມ່ນຄົນເຊື້ອຊາດນຶ່ງ ອາໃສຢູ່ຄາບສະມຸດເກົາຫຼີ ມີພົມແດນກັບປະເທດຈີນ ແລະ ລັດເຊຍ. ປະຊາກອນທັງໝົດຫຼາຍກວ່າ 75 ລ້ານຄົນ. ປະຈຸບັນ ແບ່ງອອກເປັນສອງສັນຊາດ ຫຼື ສອງປະເທດ ຄື: ຫຼີເໜືອ ແລະ ເກົາຫຼີໃຕ້, ໃນນັ້ນປະຊາກອນເກົາຫຼີເໜືອມີປະມານ 25 ລ້ານຄົນ ແລະ ເກົາຫຼີໃຕ້ຫຼາຍກວ່າ 51 ລ້ານ ຄົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo