ຄໍາວ່າ “ຢ່ອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຢ່ອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຢ່ອນ” ໝາຍເຖິງການຜ່ອນຜັນ, ນະໂຍບາຍ ຫຼື ບໍ່ເຄັ່ງໃສ່ກັນ ຊຶ່ງເປັນການຜ່ອນສັ້ນຜ່ອນຍາວ. ຖ້າເປັນລະບຽບການ ຫຼື ກົດໝາຍ ແມ່ນບໍ່ເຄັ່ງຕາມທີ່ໄດ້ກໍານົດໄວ້. ຖ້າເປັນຮິດເປັນຄອງແມ່ນໂຍະຍານ ກັນບໍ່ປັບໃໝໃສ່ໂທດ ຫຼື ບໍ່ ເອົາໂທດດັ່ງເຄີຍປະຕິບັດ ດັ່ງ ຢ່ອນໂທດ, ຢ່ອນຄວາມຜິດ, ຢ່ອນການຍິງ ກັນດ້ວຍການເຮັດຂໍ້ຕົກລົງພິເສດ ແລະ ອື່ນໆ.

ນອກຈາກນີ້, “ຢ່ອນ” ຍັງໝາຍເຖິງການຍານເຊືອກລົງບໍ່ໃຫ້ເຄັ່ງ ເອີ້ນ ຢ່ອນເຊືອກ ຫຼື ການເອົາເຊືອກ ມັດສິ່ງໃດນຶ່ງປ່ອນລົງຈາກທີ່ສູງໄປຫາທີ່ຕໍ່າກວ່າ ກະເອີ້ນ ຢ່ອນເຊັ່ນກັນ. ໃນກໍລະນີທີ່ຍົນ ຫຼື ເຄື່ອງບິນ ຖີ້ມລະເບີດ ຫຼື ສິ່ງຂອງເຮົາກະເອີ້ນ ຢ່ອນລະເບີດ ໄດ້ຄືກັນ. ພ້ອມນັ້ນ, “ຢ່ອນ” ຍັງໝາຍເຖິງການເຮັດ ໃຫ້ອາລົມ ຫຼື ບັນຍາກາດຜ່ອນຄາຍ ເຊັ່ນ: ພັກຜ່ອນຢ່ອນໃຈ, ຢ່ອນຄາຍອາລົມ ເປັນຕົ້ນ. “ຢ່ອນ” ຍັງໝາຍເຖິງສິ່ງທີ່ແຫ່ວ, ຍານ ເປັນຄໍາສັບທີ່ກົງກັນຂ້າມກັບເຄັ່ງ ເຊັ່ນ: ໜ້າຢ່ອນຍານ, ໜັງຢ່ອນຍານ, ນົມຢ່ອນຍານ, ໂສ້ລົດຢ່ອນຍານ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຢ່ອນ”.

“ຢ່ອນ” (1. ຄໍາກິລິຍາ) ຍານ, ບໍ່ເຄັ່ງ, ຄ່ອຍໆຢ່ອນລົງຈາກທີ່ສູງ, ຜ່ອນໄປບໍ່ໃຫ້ເຄັ່ງ.

ຕົວຢ່າງ:

  • ໃນຊ່ວງໂຄວິດ 19 ລະບາດໃໝ່ໆລະບຽບໃນການຄວບຄຸມແມ່ນເຄັ່ງຫຼາຍ ແຕ່ມາຮອດປະຈຸບັນ ແມ່ນຢ່ອນຍານຫຼາຍແລ້ວ.
  • ເຈົ້າໜ້າທີ່ຮັກສາການເຂົ້າອອກກະຊວງຢູ່ປ້ອມຍາມ ໄດ້ຢ່ອນເຊືອກລົງ ເພື່ອໃຫ້ແຂກຜູ້ມາພົວພັນ ວຽກສາມາດຜ່ານເຂົ້າໄປໄດ້.
  • ໃນວັນເສົາ ແລະ ອາທິດຜ່ານມາ ຂ້ອຍໄປພັກຜ່ອນຢ່ອນໃຈ ດ້ວຍການທ່ອງທ່ຽວຢູ່ວັງວຽງ.
  • ແມ່ຕູ້ສາອາຍຸ 100 ປີ ແລ້ວ, ໜັງທົ່ວຮ່າງກາຍລາວໄດ້ຢ່ອນຍານ ແລະ ຜົມກະຫງອກໝົດຫົວ.

ສະຫຼຸບ.

ຄໍາວ່າ “ຢ່ອນ” ໝາຍເຖິງການຜ່ອນຜັນ, ນະໂຍບາຍ ຫຼື ບໍ່ເຄັ່ງດ້ານລະບຽບການ ຫຼື ກົດໝາຍ. “ຢ່ອນ” ຍັງແມ່ນການຍານເຊືອກລົງບໍ່ໃຫ້ເຄັ່ງ ຫຼື ເປັນການເອົາເຊືອກມັດສິ່ງຂອງປ່ອນລົງຈາກທີ່ສູງ ຫຼື ຖີ້ມລົງ (ຍົນຢ່ອນລະເບີດ). “ຢ່ອນ” ຍັງແມ່ນການຜ່ອນຄາຍດ້ານອາລົມ ຫຼື ບັນຍາກາດ. ນອກຈາກນັ້ນ, “ຢ່ອນ” ຍັງແມ່ນແຫ່ວແຫ້ງ ຫຼື ຫ່ຽວຍານກົງກັນຂ້າມກັບເຄັ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo