ຄໍາວ່າ “ທໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ທໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ທໍ” ແມ່ນອັກສອນລາວ ຫຼື ພະຍັນຊະນະຕົວທີ 12 ຫຼັງໂຕ “ຖໍ” ແລະ ກ່ອນໂຕ “ນໍ”, ໂຕ ທໍເປັນພວກອັກສອນຕໍ່າ ແລະ ໃຊ້ເປັນຕົວສະກົດພິເສດແທນ ໂຕ ດ ໄດ້ໃນບາງພະຍາງກາງຄໍາຈໍາເພາະທີ່ມາຈາກພາສາປາລີ ແລະ ສັນສະກຣິດ ດັ່ງ ວິທຍາສາດ, ພຸທສາສນາ ເປັນຕົ້ນ. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ທໍ ແລະ ທຽບໃສ່ທຸງ ເພື່ອໃຫ້ຈໍາໄດ້ ງ່າຍ ດັ່ງ “ທໍ” ທຸງ. ພ້ອມນັ້ນ: “ທໍ” ຍັງແມ່ນພາຊານະຢ່າງນຶ່ງຮູບກົມສູງ ແຕ່ບໍ່ແມ່ນກະບຸງ ສານດ້ວຍໄມ້ຕອກແຂງ ໃຊ້ໃສ່ສິ່ງຂອງ.

ນອກຈາກນີ້, “ທໍ” ຍັງໝາຍເຖິງການອໍ ຫຼື ໂຮມຊຸມນຸມກັນອັ່ງແໜ້ນ ຄືກັບກັບ “ຊໍ” ດັ່ງປາທໍຕ້ອນ ຫຼື ປາ ຊໍຕ້ອນ, ນົກທໍກັນກິນໝາກໄຮ ເປັນຕົ້ນ. ອີກຄວາມໝາຍນຶ່ງ “ທໍ” ຍັງແມ່ນການທໍໄໝ, ທໍຝ້າຍ ເພື່ອຕໍ່າ ຫູກ, ຕໍ່າແຜ່ນແພ, ຕໍ່າສິ້ນ ແລະ ອື່ນໆ ຊຶ່ງເປັນການຖັກເສັ້ນຝ້າຍເສັ້ນໃໝໃຫ້ອອກມາເປັນຮູບແບບ ແລະ ລວດລາຍຕ່າງໆ ຕາມການອອກແບບ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າທໍ”.

“ທໍ” (1. ຄໍານາມ). ພະຍັນຊະນະຕົວທີ 12 ເປັນພວກອັກສອນຕໍ່າ ແລະ ໃຊ້ເປັນຕົວສະກົດພິເສດແທນ ໂຕ ດ ໄດ້ໃນບາງພະຍາງກາງຄໍາຈໍາເພາະທີ່ມາຈາກພາສາປາລີ ແລະ ສັນສະກຣິດ ດັ່ງ ພຸທສາສນາ, ວິທຍາ ແລະ ອື່ນໆ. ພາຊານະສານດ້ວຍຕອກແຂງ ຮູບກົມສູງສໍາລັບໃສ່ສິ່ງຂອງ. (2. ຄໍາກິລິຍາ) ອໍ, ຊຸມກັນອັ່ງແໜ້ນ ດັ່ງ “ປາທໍຕ້ອນ ຢ່າຫວັງຄອງຕໍາປາແດກ”. ຕໍ່າຫູກ, ຕໍ່າແຜ່ນແພ.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ທໍ ທຸງ”.
  • ມື້ວານນີ້ ຟ້າຄື້ມຝົນຕົກ ເຮັດໃຫ້ປາຈໍານວນຫຼາຍໄປທໍກັນຢູ່ຫົວຫາດ ເພື່ອປະສົມພັນ ແລະ ວາງ ໄຂ່.
  • ການຕໍ່າຫູກທໍໄໝແມ່ນຕິດພັນກັບວິຖີຊີວິດຂອງຄົນໄຕ, ລາວ ມາເປັນເວລາຫຼາຍພັນປີ ແລະ ແຕ່ ລະເຜົ່າກໍຈະມີລວດລາຍເປັນເອກະລັກຂອງຕົນເອງ.

ສະຫຼຸບ.

ຄໍາວ່າ “ທໍ” ແມ່ນອັກສອນລາວ ຫຼື ພະຍັນຊະນະຕົວທີ 12 ຫຼັງໂຕ “ຖໍ” ແລະ ກ່ອນໂຕ “ນໍ”: “ທໍ” ຍັງໝາຍເຖິງພາຊານະຢ່າງນຶ່ງຮູບກົມສູງໃຊ້ໃສ່ສິ່ງຂອງ ແລະ ສານດ້ວຍໄມ້ຕອກໄມ້ໃຜ່ ຫຼື ຫວາຍທີ່ແຂງ.

ນອກຈາກນີ້, “ທໍ” ມີຄວາມໝາຍຄືກັນກັບອໍ, ຊໍ ຫຼື ໂຮມຊຸມນຸມກັນເປັນຈໍານວນຫຼາຍເວົ້າອີກຢ່າງນຶ່ງແມ່ນອັ່ງແໜ້ນ. “ທໍ” ຍັງແມ່ນການທໍການທັກ ຫຼື ການຕໍ່າໄໝ, ຝ້າຍ ດັ່ງຕໍ່າຫູກທໍໄໝ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo