ຄໍາວ່າ “ຄ້ອຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄ້ອຍ” ມີຄວາມໝາຍແນວໃດ?

​​ໃນ​ພາ​ສາ​ລາວ ການນໍາໃຊ້, ​ການ​ສົນ​ທະ​ນາສື່ສານ ລວມທັງ​ການ​ສະ​ກົດ​ຄຳ ແລະ ຕ່າງໆມີ​ຄວາມ​ຫລາກ​ຫລາຍ​ໃນ​ການ​ນຳ​ໃຊ້​ບາງ​ສ່ວນ​ກໍ​ນຳ​ໃຊ້​ຖືກ​ຫລັກ​ໄວ​ຍາ​ກອນ​ບາງ​ສ່ວຍ​ກໍ​ຍັງ​ຄົງ​ເຫັນ​ວ່າ​ມີ​ການ​ນຳ​ໃຊ້​ຜິດ​ພາດ​ຢູ່, ດັ່ງ​ທີ່​ຮູ້​ກັນ​ດີ ໃນ​ພາ​ສາ​ລາວ​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ,ຄວາມ​ໝາຍ​ອື່ນ​ໄປ​​ໄດ້ ແລະ ໃນ​ບົດ​ນີ້ ເຮົາ​ຈະ​ມາ​ອະ​ທິ​ບາຍ​ກ່ຽວ​ກັບ​ຄຳ​ວ່າ ຄ້ອຍ.

ຄໍາວ່າ “ຄ້ອຍ” ​

ມີ​ຄວາມ​ໝາຍ​ວ່າ ບ່ອນ​ຕ່ຳ, ບ່ອນ​ທີ່​ເປັນ​ເນີນ​ລົງ​ໄປຈາກ​ຈຸດ​ໜຶ່ງ​ຫາ​ຈຸດ​ໜຶ່ງ​ຕ່ຳ​ຫາ​ສູງ, ເນີນ​ລົງ​ໄປ​ຈົນ​ເຖິງ​ຕ່ຳ​ທີ່​ສຸດ​ເອີ້ນ​ວ່າ ຄ້ອຍ, ອີ​ກຄວາມ​ໝາຍ​ໜຶ່ງ​ກໍ​ຄື ບ່າຍ​ລົງ​ໄປ, ຫງ່ຽງ, ບໍ່​ລືມ.

ນອກຈາກນີ້, “ຄ້ອຍ” ຍັງໝາຍເຖິງຄວາມ​ຮູ້​ສືກ​ເຫງົາໆ,  ຄວາມ​ຮູ້​ສືກ​ທໍ້​ຖອຍ​ກັບ​ບາງ​ສິ່ງ​ບາງ​ຢ່າງ ຫລື ຮູ້​ສືກ​ທໍ້​ຖອຍ ຄ້ອຍ​ໃຈ ກັບ​ການ​ກະ​ທຳ​ບາງ​ສິ່ງ​ບາງ​ຢ່າງ ເຊິ່ງ​ຄວາມ​ໝາຍ​ຂອງ​ແຕ່​ລະ​ຢ່າງ​ກໍ​ອີງ​ໃສ່​ຕາມ​ກໍ​ລະ​ນີ​ການ​ນຳ​ໃຊ້

SA Game
DooDiDo

ຕົວຢ່າງ:

ລາວ​ຂີ່​ລົດ​ລົງ​ຄ້ອຍ​ມາ​ໄວ​ຫລາຍ​ເລີຍ​ເຮັດ​ໃຫ້​ລົດ​ລາວ​ເສຍ​ຫລັກ​ປິ້ນ​ຢູ່​ນີ້.

ພໍ​ຕາ​ເວັນ​ຄ້ອຍ​ຄ່ຳ​ລົງ​ຮູ້​ສືກ​ເຫງົາໆ​ຄິດ​ຮອດ​ບ້ານ.

ຄຶດ​ຄ້ອຍໆ​ມາ​ກໍ​ຮູ້​ສື​ເສຍ​ໃຈ​ກັບ​ສິ່ງ​ທີ່​ຜ່ານ​ມາ.

ສະຫຼຸບ.

ຄໍາວ່າ “ຄ້ອຍ” ​ມີ​ຄວາມ​ໝາຍ​ວ່າ ບ່ອນ​ຕ່ຳ, ບ່ອນ​ທີ່​ເປັນ​ເນີນ​ລົງ​ໄປຈາກ​ຈຸດ​ໜຶ່ງ​ຫາ​ຈຸດ​ໜຶ່ງ​ຕ່ຳ​ຫາ​ສູງ, ເນີນ​ລົງ​ໄປ​ຈົນ​ເຖິງ​ຕ່ຳ​ທີ່​ສຸດ​ເອີ້ນ​ວ່າ ຄ້ອຍ, ອີ​ກຄວາມ​ໝາຍ​ໜຶ່ງ​ກໍ​ຄື ບ່າຍ​ລົງ​ໄປ, ຫງ່ຽງ, ບໍ່​ລືມ, ອີກ​ຄວາມ​ໝາຍ​ໜຶ່ງ “ຄ້ອຍ” ຍັງໝາຍເຖິງຄວາມ​ຮູ້​ສືກ​ເຫງົາໆ,  ຄວາມ​ຮູ້​ສືກ​ທໍ້​ຖອຍ​ກັບ​ບາງ​ສິ່ງ​ບາງ​ຢ່າງ ຫລື ຮູ້​ສືກ​ທໍ້​ຖອຍ ຄ້ອຍ​ໃຈ ກັບ​ການ​ກະ​ທຳ​ບາງ​ສິ່ງ​ບາງ​ຢ່າງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo