ຄໍາວ່າ “ຄານ” ຄວາມໝາຍໃນພາສາລາວມີ​ຫຍັງ​ແດ່?

SA Game

DooDiDo

ອະທິບາຍຄໍາວ່າ “ຄານ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄານ” ໝາຍເຖິງໄມ້ ຫຼື ເຫຼັກສໍາຮັບຮັບນໍ້າໜັກ ເອີ້ນແຕກຕ່າງກັນໄປ ຂຶ້ນກັບການໃຊ້ງານ ເຊັ່ນ: ຄານງັດ ແມ່ນຄານເອົາໄວ້ໃຊ້ງັດສີ່ງຂອງໃດນຶ່ງ, ຄານຫາບ ແມ່ນຄານເອົາໄວ້ຫາບ ຊຶ່ງຄົນສະໄມກ່ອນມັກ ເອົາໄມ້ມາເຮັດ ເພື່ອຫາບສິ່ງຂອງດ້ວຍບ່າ ເອີ້ນໄມ້ຄານຫາບ, ຄານຫາມ ແມ່ນເອົາໄວ້ຫາມ ຊຶ່ງຕ້ອງມີ ສອງຄົນຫາມຊ່ວຍກັນ, ຄານເຮືອນ ອາດຈະເຮັດຈາກໄມ້ ຫຼື ເຫຼັກ ຫຼື ວັດສະດຸແນວອື່ນ ເພື່ອຮັບນໍ້າໜັກ ພື້ນເຮືອນ ຫຼື ຫຼັງຄາເຮືອນ.

ນອກນັ້ນ, ຍັງໝາຍເຖິງຄວາມງາມ ຫຼື ໜ້າຮັກ ຊຶ່ງມັກນິຍົມກັນໃສ່ເປັນຊື່ ຫຼື ເອີ້ນກັນ, ບົດເພັງ, ກາບກອນ ເປັນຕົ້ນ. ອີກຄວາມໝາຍນຶ່ງໝາຍເຖິງການຄານໄປໂດຍບໍ່ຍ່າງ ຫຼື ຢືນ ຊຶ່ງເຮົາມັກເຫັນເດັກນ້ອຍເກີດໃໝ່ຄານກ່ອນຍ່າງ, ສ່ວນຄໍາວ່າລົ້ມລຸກຄຸກຄານ ໝາຍເຖິງຄວາມລໍາບາກ ນັ້ນເອງ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄານ”.

“ຄານ” (1. ຄໍານາມ) ໄມ້ສໍາລັບຫາບສິ່ງຂອງ, ໄມ້ ຫຼື ເຫຼັກສໍາລັບຮອງຂອງໜັກ, ຄານຫາມ, (2. ຄໍານາມ) ຕລ່ຽງ. ໄມ້ສໍາລັບຫາມ. (3. ຄໍາກິລິຍາ) ງາມ, ໜ້າຮັກ (ບາຄານ, ນາງຄານ). (4. ຄໍາກິລິຍາ) ການເຄື່ອນຍ້າຍໃນທ່ານອນ ໂດຍບໍ່ນັ່ງ ຫຼື ຢືນ.

ຕົວ­ຢ່າງ: 

  • ຄົນສະໄໝກ່ອນຫາບສິ່ງຂອງດ້ວຍໄມ້ຄານ ເຊັ່ນ: ຫາບນໍ້າ, ຫາບກ້າ, ຫາບກະບຸງ, ຫາບສິ່ງຂອງ. ໃນກໍລະນີເປັນສິ່ງຂອງໜັກ ແລະ ໃຫຍ່ກວ່າ ແມ່ນມັກໃຊ້ໄມ້ຄານ ເພື່ອໃຫ້ສອງຄົນຫາມຊ່ວຍກັນ.
  • ນ້ອງນົງຄານ ຈັງແມ່ນເຈົ້າຜູ້ງາມແທ້ ມີແຟນແລ້ວບໍ່ ຖ້າບໍ່ມີອ້າຍຂໍເປັນໄດ້ບໍ່.
  • ຄົນທຸກຄົນກ່ອນຈະຍ່າງໄດ້ຕ້ອງຜ່ານການຄານເສຍກ່ອນ.
  • ສຸພະສິດລາວເວົ້າວ່າ “ຢາກໄວໃຫ້ຄານ ຢາກນານໃຫ້ແລ່ນ” ໝາຍເຖິງເກີດເປັນຄົນຕ້ອງມີຄວາມອົດ ທົນຄ່ອຍເຮັດຄ່ອຍໄປ ຢ່າໃຈຮ້ອນ ແລະ ຟ້າວຟັ່ງ.

ສະຫຼຸບ.

ຄໍາວ່າ “ຄານ”​ ໝາຍເຖິງໄມ້ ຫຼື ເຫຼັກ ຫຼື ວັດສະດຸຢ່າງອື່ນ ເພື່ອໃຊ້ຮັບນໍ້າໜັກ ຊຶ່ງມີຫຼາຍແນວເອີ້ນແຕກ ຕ່າງກັນໄປຕາມການໃຊ້ຕົວຈິງ, ມາຍເຖິງຄວາມງາມ ຄວາມໜ້າຮັກ, ໝາຍເຖິງການຄານໄປມາ ທີ່ບໍ່ແມ່ນ ການຍ່າງ ຫຼືຢືນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo