ຄົ້ນຄວ້າກຳນົດບັນດາເປົ້າໝາຍສຳຄັນ ທີ່ຈະຕ້ອງຄຸ້ມຄອງ ແລະ ພັດທະນາ

SA Game

ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ກອງປະຊຸມ ວຽກງານຄວາມປອດໄພໄຊເບີ ຂອງ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ

ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຈັດກອງປະຊຸມຄັ້ງປະຖົມມະລືກຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 28 ຕຸລາ 2022, ໂດຍການເປັນປະທານຂອງ ທ່ານ ພົ.ອ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ), ມີລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ ແລະ ຫົວໜ້າກົມ, ອົງການ ແລະ ທຽບເທົ່າ ຈາກບັນດາກະຊວງທີ່ກ່ຽວຂ້ອງພາຍໃນຄະນະ ຄຄອຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ແກ້ວວິສຸກ ໂສລະພົມ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ສະເໜີຈຸດປະສົງຂອງກອງປະຊຸມ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ສະບັບເລກທີ 89/ນຍ, ລົງວັນທີ 5 ກັນຍາ 2022 ພ້ອມທັງລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.

SA Game
ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ຄຄອຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່, ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ ແລະ ຊຸກຍູ້ ສົ່ງເສີມກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄວາມປອດໄພດ້ານເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ, ການຫັນເປັນດິຈິຕອນ, ລັດຖະບານດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0, ເພື່ອຮອງຮັບການສ້າງ ດິຈິຕອນລາວ (Digital Laos), ສ້າງໃຫ້ ສປປ ລາວ ກາຍເປັນຈຸດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ທາງດ້ານດິຈິຕອນ (Digital Land-Linked).

ບັນດາທ່ານໃນຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ລາຍງານ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຮ່ວມກັນຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດ ພາຍໃນປະເທດ ມີປະສິດທິພາບ ແລະ ປະສິດທິຜົນ ດິຂຶ້ນກວ່າເກົ່າ.

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳ ຕໍ່ກັບທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ໃນການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ, ໂດຍໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງຄຸ້ມຄອງ ແລະ ພັດທະນາ, ຊຶ່ງກໍແມ່ນວຽກງານຂອງທຸກພາກສ່ວນ ທີ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາມາດປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງຕິດພັນກັບ 2 ວາລະແຫ່ງຊາດ ຄື:

SA Game
ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ໃນນັ້ນ, ແມ່ນໄດ້ເນັ້ນໜັກໃຫ້ສືບຕໍ່ຕາມແຜນທີ່ໄດ້ກຳນົດ ເປັນຕົ້ນແມ່ນ: ດ້ານການເມືອງແນວຄິດ; ດ້ານການປັບປຸງການຈັດຕັ້ງ; ດ້ານວຽກງານນິຕິກຳ; ວຽກງານໂຄງລ່າງພື້ນຖານ ແລະ ເຕັກນິກດ້ານດິຈິຕອນ; ວຽກງານການກວດກາປະກົດການຫຍໍ້ທໍ້ຜ່ານສື່ອິນເຕີເນັດ; ວຽກງານລັດຖະບານດິຈິຕອນ ແລະ ການຫັນເປັນທັນສະໄໝ; ການພັດທະນາເສດຖະກິດດິຈິຕອນ; ວຽກງານການຈັດເກັບລາຍຮັບ, ຄຸ້ມຄອງງົບປະມານ ແລະ ລາຍຈ່າຍ ໃຫ້ເປັນດິຈິຕອນ; ວຽກງານຄວາມປອດໄພໄຊເບີ; ການຮ່ວມມືແລກປ່ຽນບົດຮຽນກັບ ປະເທດຄູ່ຮ່ວມມືຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ອົງການສາກົນຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ