ຄູ່ມືການຕິດຕາມກວດກາການດຳເນີນຄະດີເດັກຂອງແຂວງສາລະວັນ

SA Game

ຂ​ປ​ລ

ພິ​ທີ​ການ​ເຜີຍ​ແຜປື້ມຄູ່ມືການຕິດຕາມກວດກາການດຳເນີນຄະດີເດັກ ຢູ່ແຂວງສາລະວັນ

ການເຜີຍແຜ່ ປື້ມຄູ່ມືການຕິດຕາມກວດກາການດໍາເນີນຄະດີເດັກ ຂອງອົງການໄອຍະການປະຊາຊົນ ວັນທີ 16 ພຶດສະພາ ຜ່ານມາ ທີ່ຈັດຂຶ້ນຢູ່ແຂວງສາລະວັນ, ໄດ້ຄະນະນໍາ ແລະ ພະນັກງານວິຊາການ ທີ່ມາຈາກອົງການໄອຍະການປະຊາຊົນ ພາກໃຕ້ ແຂວງສາລະວັນ, ເຊກອງ, ອັດຕະປື ແລະ ອົງການໄອຍະການປະຊາຊົນເຂດ, ສານປະຊາຊົນແຂວງ, ສະພາປະຊາຊົນແຂວງ, ເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ຕາງໜ້າສະຫະພັນແມ່ຍິງແຂວງສາລະວັນ ທີ່ເຮັດໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຂົ້າຮ່ວມ ຮັບຟັງ.

ທ່ານ ນາງ ພອນເພັດ ອຸ່ນແກ້ວ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ທັງເປັນຫົວໜ້າກອງເລຂາວຽກງານຍຸຕິທໍາສຳລັບເດັກ ອົງການໄອຍະການປະຊາ ຊົນສູງສຸດ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ໃນການເຜີຍແຜ່ປື້ມຄູ່ມືການຕິດຕາມກວດກາການດຳເນີນຄະດີເດັກໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ພະນັກ ງານອົງການໄອຍະການປະຊາຊົນ, ສານປະຊາຊົນ, ເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ມີຄວາມເປັນເອກະພາບໃນການດໍາເນີນຄະດີ

SA Game
ຂ​ປ​ລ

ການຕິດຕາມກວດ ກາ ແລະ ການສັ່ງຟ້ອງຄະດີເດັກ ໃຫ້ຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ຖືກຕ້ອງຕາມກົດໝາຍ ໂດຍເນັ້ນໃຫ້ພະນັກງານຜູ້ເຮັດວຽກຕົວຈິງ ຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ ທີ່ເປັນຫລັກການຂອງກົດໝາຍ, ນິຕິກໍາ, ລະບຽບການ ແລະ ຄໍາແນະນຳຕ່າງໆ ຂອງສະຫະປະຊາຊາດ ທີ່ພົວພັນກັບເດັກ.

ບັນດາເນື້ອໃນເອກະສານທີ່ນຳມາເຜີຍແຜ່ມີ 9 ຫົວຂໍ້ ຄື: ສົນທິສັນຍາສາກົນ ແລະ ລະບຽບການຕ່າງໆ ຂອງສະຫະປະຊາຊາດ ກ່ຽວກັບວຽກງານຍຸຕິທໍາສໍາລັບເດັກ; ກົດໝາຍພາຍໃນ ແລະ ນິຕິກໍາຕ່າງໆ ທີ່ພົວພັນກັບວຽກງານຍຸຕິທໍາສໍາລັບເດັກ; ຄວາມຮັບຮູ້ກ່ຽວກັບການສື່ສານກັບເດັກ; ການຕິດຕາມກວດກາການດໍາເນີນຄະດີເດັກ; ການຕິດຕາມກວດ ກາ ການປະຕິບັດກົດໝາຍຂອງໜ່ວຍງານສືບສວນ-ສອບສວນເດັກ; ການແກ້ໄຂຄະດີເດັກທາງດ້ານບໍລິຫານ ແລະ ທາງຂະບວນຍຸຕິທໍາ ຂອງຂະແໜງການຕິດຕາມກວດກາການດໍາເນີນຄະດີອາຍາ ແລະ ຄະດີເດັກ; ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີເດັກຢູ່ສານເດັກ ແລະ ຄະນະສານເດັກ; ການຕິດຕາມກວດກາການຈັດຕັ້ງປະຕິ ບັດຄໍາຕົກລົງຄະດີເດັກຂອງສານ ແລະ ການຮື້ຟື້ນຄະດີເດັກ.

SA Game
ຂ​ປ​ລ

ໃນໂອກາດນີ້, ທ່ານນາງ ພອນເພັດ ອຸ່ນແກ້ວ ພ້ອມຄະນະ ກໍໄດ້ເຂົ້າພົບປະຢ້ຽມ ຢາມ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ສາລະວັນ, ຜູ້ຊີ້ນໍາວຽກງານປົກປ້ອງກົດໝາຍຂັ້ນແຂວງ ແລະ ໄດ້ມອບປື້ມຄູ່ມືການຕິດ ຕາມກວດ ກາການດຳເນີນຄະດີເດັກ ຂອງອົງການໄອຍະການປະຊາຊົນ ໃຫ້ແກ່ການນໍາແຂວງ ຈໍານວນ 100 ຫົວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ