ຄຳວ່າ ລົດ ແລະ ຫຼຸດ ມີຄວາມໝາຍແຕກຕ່າງກັນຄືແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງຄຳວ່າ ລົດ ແລະ ຫຼຸດ​ ມີຄືແນວໃດ?

ຄຳເວົ້າໃນພາສາລາວເຮົາຍັງມີອີກຫຼາກຫຼາຍຄຳທີ່ເຮົາຍັງມີການຖົກຖຽງກັນເລື່ອງການນຳໃຊ້ຄຳສັບວ່່າໃຊ້ແບບໃດຈື່ງຈະຖືກຕ້ອງ ເຊິ່ງອາດເຮັດໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນເອງໃນການໃຊ້ຊີວິດປະຈຳວັນ ເພາະຄຳສັບບາງຄຳນັ້ນເຮົາອາດຈະໃຊ້ແທນກັນໄດ້ໃນບາງຄວາມໝາຍແຕ່ຄວາມໝາຍທີ່ແທ້ຈິງຂອງສອງຄຳນັ້ນຊ້ຳພັດບໍ່ຄືກັນເຊັ່ນ: ຄຳວ່າວ່າ ລົດ ແລະ ຫຼຸດ.

ສະນັ້ນບົດນີ້​ຈື່ງຈະຍົກເອົາ ຄຳວ່າ ລົດ ແລະ ຫຼຸດ.ມາ​ອະ​ທິ​ບາຍ, ເພາະ​ສອງ​ຄຳ​ນີ້ເປັນຄຳທີ່ຫຼາຍໆຄົນອາດຈະເວົ້າ ຫຼື ຂຽນອອກໄປຄົນລະແບບ ແລະ ອາດຄິດວ່າມັນມີຄວາມໝາຍອັນດຽວກັນກໍໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງລຶກເຖິງສອງຄຳນີ້ວ່າມັນມີຄວາມໝາຍຄືກັນ ຫຼື ແຕກຕ່າງກັນແນວໃດ.

SA Game
DooDiDo

ຄຳວ່າລົດ.

ຄຳວ່າລົດເປັນຄຳລາວມາຕັ້ງແຕ່ເດີມເຊິ່ງມີຄວາມໝາຍວ່າ ຫຼຸດລົງ, ຖອຍຕ່ຳ, ຕ່ຳລົງ, ໜ້ອຍລົງ ພ້ອມກັນນັ້ນຄຳວ່າລົດຍັງມັກໄປຊ້ອນກັບຄຳວ່າລະກາຍເປັນ ລົດລະ ເຊິ່ງໝາຍເຖິງການຜ່ອນລົງໃຫ້ ແລະ ຄຳນີ້ຈະມັກໃຊ້ໃນປະໂຫຍກປະຕິເສດ. ນອກຈາກນັ້ນຄຳວ່າລົດຍັງສາມາດຊ້ອນກັບຄຳວ່າຜ່ອນກາຍເປັນຄຳວ່າລົດຜ່ອນມີຄວາມໝາຍເວົ້າເຖິງການຫຼຸດລະດັບລົງ ເຊິ່ງໃນທຸກໆຄວາມໝາຍສາມາດຍົກເປັນຕົວຢ່າງໄດ້ດັ່ງນີ້ :

  1. ລົດລາຄາສິນຄ້າ 20%D
  2. ເມື່ອຄວາມພະຍາຍາມຂອງລາວບໍ່ລົດລະ ໃນທີ່ສຸດລາວກໍປະສົບຜົນສຳເລັດ.
  3. ໝາກພິກຂີ້ໜູສາມາດລົດຜ່ອນປະລິມານຄໍເລສເຕີຣອນໄດ້.

ຄຳວ່າຫຼຸດ.

ເປັນຄຳກິລິຍາ: ໝາຍເຖິງການອອກຈາກບ່ອນທີ່ຕິດຢູ່, ຕິດ ຫຼື ຫ້ອຍຢູ່ບໍ່ໝັ້ນ.

ເປັນຄຳວິເສດ: ໝາຍເຖິງສັ້ນກ່ວາ, ບໍ່ທໍ່, ບໍ່ສະເໝີ, ບໍ່ສ່ຳເກົ່່າ ເຊິ່ງເຮົາສາມາດນຳມາເປັນຄຳນິຍາມໃຫ້ຄຳວ່າ ຫຼຸດລາຄາ ທີ່ມີຄວາມໝາຍເຖິງການໃຫ້ລາຄາທີ່ຈະຂາຍໃນປັດຈຸບັນຕ່ຳກວ່າລາຄາທີ່ຈະປະກາດຂາຍໃນເທື່ອທີ່ຜ່ານມາ ຫຼື ໃຫ້ລາຄາຂາຍຕ່ຳລົງກ່ວາເດີມ.

ຈາກການນິຍາມຄວາມໝາຍຂອງຄຳວ່າຫຼຸດທີ່ຜ່ານມາເຮົາສາມາດສະຫຼຸບໄດ້ວ່າ: ຫຼຸດ ສາມາດແປໄດ້ 3 ຄວາມໝາຍຄື :

  • ຄວາມໝາຍທີ 1: ໝາຍເຖິງອອກຈາກບ່ອນຕິດຢູ່, ຕິດ ຫຼື ຫ້ອຍຢູ່ບໍ່ໝັ້ນ
  • ຄວາມໝາຍທີ 2: ໝາຍເຖິງ ຕ່ຳ,ສັ້ນກ່ວາ,ບໍ່ທໍ່,ບໍ່ສະເໝີ
  • ຄວາມໝາຍທີ 3: ໝາຍເຖິງລາຄາທີ່ຕ່ຳລົງ

ເຊິ່ງທຸກຄວາມໝາຍທີ່ກ່າວມາຂ້າງເທິງນັ້ນເຮົາສາມາດຍົກເປັນຕົວຢ່າງໄດ້ດັ່ງນີ້ :

ຕົວຢ່າງ:

  1. ກະດຸມເສື້ອຂອງຂ້ອຍໄດ້ຫຼຸດອອກສອງເມັດ.
  2. ອຸນຫະພູມຢູ່ແຂວງຫົວພັນຫຼຸດອຸນຫະພູມຢູ່ວຽງຈັນຕັ້ງວ່າ 4 ອົງສາ.
  3. ໂສ້ງຜືນນີ້ຫຼຸດແດ່ໄດ້ບໍ່?

ສະຫຼຸບ.

ຄຳວ່າ ລົດ ແລະ ຫຼຸດສາມາດໃຊ້ແທນກັນໄດ້ໃນຄວາມໝາຍທາງດ້ານລາຄາ ແຕ່ບໍ່ສາມາດທົດແທນກັນໄດ້ໃນຄວາມໝາຍອື່ນ ເພາະຄຳວ່າລົດສ່ວນຫຼາຍຈະໃຊ້ກັບລາຄາຂອງສິນຄ້າ ຫຼື ໃຊ້ກັບການລົດລະຜ່ອນຜັນດັ່ງນີ້ເປັນຕົ້ນ. ສ່ວນຄຳວ່າຫຼຸດແມ່ນຈະເວົ້າເຖິງອອກຈາກບ່ອນຕິດຢູ່, ຫ້ອຍຢູ່ບໍ່ໝັ້ນ ຫຼື ເວົ້າເຖິງການໃຫ້ລາຄາທີ່ຈະຂາຍໃນປັດຈຸບັນຕ່ຳກວ່າລາຄາທີ່ຈະປະກາດຂາຍໃນເທື່ອທີ່ຜ່ານມາ ຫຼື ໃຫ້ລາຄາຂາຍຕ່ຳລົງກ່ວາເດີມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo