ຄຳວ່າ ຂໍ່າ ແລະ ຄໍ່າ ມີຄວາມໝາຍຕ່າງກັນແນວໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່າ ຂໍ່າ ແລະ ຄໍ່າ ໃນພາສາລາວ.

ສອງຄໍ່ານີ້ຂຽນຕ່າງກັນ ແຕ່ວ່າເວລາອ່ານຢາກອອກສໍານຽງຄ້າຍຄືກັນ, ຖ້າຫາກແມ່ນຄົນຊົນເຜົ່າ ຫຼື ຄົນທ້ອງຖິ່ນເວົ້າກໍ່ແຮງເຮັດໃຫ້ສໍານຽງເປັນຄືກັບວ່າສອງຄໍານີ້ເປັນຄໍາດຽວກັນເລີຍ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າສອງຄໍາດັ່ງກ່າວຈະອ່ານອອກສຽງຄ້າຍຄືກັນ ແຕ່ວ່າຄວາມໝາຍຂອງມັນແມ່ນແຕກຕ່າງກັນໂດຍສິ້ນເຊີງ.

ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບ ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

ຄຳວ່າ ຂ່ຳ:

ເປັນທັງຄໍາກໍາມະ ແລະ ຄໍານາມ, ຊຶ່ງມີຄວາມໝາຍແຕກຕ່າງກັນຄື: ຂໍ່າ (ຄໍາກໍາມະ) ໝາຍເຖິງ ຈັບ, ລູບ
ຈັບຜ້າເອີ້ນວ່າ: ຂ່ຳຜ້າ;
ຈັບມືເອີ້ນວ່າ: ຂໍ່າມື.

SA Game
DooDiDo

ຕົວຢ່າງ:

ລູກເອີ້ຍ! ແລງມາແລ້ວໄປຂໍ່າເບິ່ງເຄື່ອງນຸ່ງແມ່ຕາກໄວ້ຫຼັງບ້ານ ຄັນມັນແຫ້ງກໍ່ກູ້ມາໄວ້ສາ.

ເຈົ້າລອງຂໍ່າຫົວຂ້ອຍເບິ່ງດຸ ຂ້ອຍຮູ້ສຶກມັນຮ້ອນຜິດປົກກະຕິ ຄືຈັ່ງຊິເປັນໄຂ້.

ນອກຈາກນີ້ ຂໍ່າ ຍັງຄໍານາມ ໝາຍເຖິງອາການສະແດງກິລິຍາທ່າທາງເຄົາລົບຜູ້ອາວຸໂສດ້ວຍການກົ້ມຫົວ ແລະ ໂຍບຕົວລົງໜ້ອຍໜຶ່ງ.

ຕົວຢ່າງ:

ຄໍາວ່າ ຂ່ຳນັບ ແມ່ນການສະແດງຄວາມເຄົາລົບນັບຖື ຫຼື ສັນລະເສີນກຽດຕິຄຸນດ້ວຍການກົ້ມຫົວຂ່ຳນັບເຊັ່ນ: ຂ່ຳນັບທຸງຊາດ, ເພງຊາດ, ວິລະບຸລຸດຂອງຊາດ…

ຄຳວ່າ ຄ່ຳ:

ເປັນຄໍານາມ ໝາຍເຖິງເວລາແຕ່ພະອາທິດ ຫຼື ຕາເວັນຕົກໄປ, ເວລາມືດ, ເວລາກາງຄືນ ແລະ ໝາຍເຖິງການນັບວັນທາງຈັນທະລະຄະຕິ ຄື ການເບິ່ງເດືອນວ່າຂ້າງຂຶ້ນ ຫຼື ຂ້າງແຮມ, ຖ້າຂ້າງແຮມກໍ່ເອີ້ນວ່າແຮມໜຶ່ງຄ່ຳ, ແຮມສອງຄ່ຳ…ຖ້າຂ້າຂຶ້ນກໍ່ເອີ້ນວ່າຂຶ້ນໜຶ່ງຄໍ່າ, ຂຶ້ນສອງຄໍ່າ…

ສະຫຼຸບ.

ຂໍ່າ ໃຊ້ເປັນຄໍາກໍາມະ ແລະ ຄໍານາມ ໝາຍເຖິງ ການຈັບ ຫຼື ສໍາຜັດກັບສິ່ງໃດໜຶ່ງ, ສ່ວນຄໍາວ່າ ຄໍ່າ ໃຊ້ເປັນຄໍານາມໝາຍເຖິງ ຊ່ວງໄລຍະເວລາທີ່ພະອາທິດຕົກໄປແລ້ວເຮັດໃຫ້ຟຟ້າມືດ ນັ້ນ ເອີ້ນວ່າຄໍ່າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo