ຄວາມ​ນິ​ຍົມໃນການສັກລາຍຂອງຄົນລາວ ລວດ​ລາຍ​ໃນຍຸກປີ ຄສ 1957

SA Game

ພາບ: Halpern, Joel M. (Joel Martin)

ຮູບແບບການສັກລາຍຂອງຄົນລາວສ່ວນຫນຶ່ງ ໃນຍຸກປີ ຄສ 1957.

ຄົນ​ລາວ​ໃນ​ສະ​ໄໝ​ກ່ອນ​ນິ​ຍົມ​ສັກ​ລາຍ​ເນື​່ອງ​ຈາກ​ມີ​ຄວາມ​ເຊືອ​ທາງ​ດ້ານ​ຕ່າງໆ​ຂອງ​ແຕ່​ລະ​ບຸກ​ຄົນ ແລະ ຮູບ​ແບບ​ລີ​ລາ​ລວດ​ລາຍ​ຄວາມ​ສວຍ​ງາມໃນ​ການ​ສັກ ກໍ​ຂື້ນ​ຢູ່​ກັບ​ແຕ່​ລະ​ເຂດ ແຕ່​ລະ​ຊົນ​ເຜົ່າ​ມີ​ເອ​ກະ​ລັກ​ໃນ​ການ​ສັກ​ລາຍ​ແນວ​ໃດ, ບາງ​ຄົນ​ນິ​ຍົມ​ວ່າ​ເປັນ​ສິ່ງ​ທີ່​ປົກ​ປ້ອງ​ ແລະ ຄຸ້ມ​ກັນ​ຕົວ​ເອງ​ຈາກ​ໄພ​ອັນ​ຕະ​ລາຍ​ຕ່າງໆ​ທີ່​ຈະ​ເຂົ້າ​ມາ ຫລື ບາງ​ຄົນ​ກໍ​ເຊືອ​ວ່າ​ຈະ​ຟັນ​ແທງ​ບໍ່​ເຂົ້າ ແຕ່​ລະ​ຄົນ​ກໍ​ມີ​ຄວາມ​ເຊືອ​ໄປ​ຕ່າງໆ​ນາໆ.

ລີ​ລາ​ການ​ສັກ​ລາຍ​ເປັນ​ສິງ​ໜືງ​ທີ່​ບຸກ​ຄົນ​ລາວ​ໃນ​ສະ​ໄໝ​ກ່ອນ​ນິ​ຍົມ​ກັນ​ສັກ​ໂດຍ​ມີ​ຄວາມ​ເຊືອ​ກັນ​ໃນ​ຕ່າງໆ​ນາໆ, ແຕ່​ລະ​ລາຍ​ສັກ​ກໍ່​ມີ​ເອ​ກະ​ລັກ​ທີ່​ບໍ່​ຄ້າຍ​ຄື​ກັນເຮົາ​ຈະ​ເອົາ​ລາຍ​ສັກ​ເຫລົ່າ​ນັ້ນ​ມາ​ເບິ່ງ​ນຳ​ກັນ ແລະ ເລົ່າ​ເປັນ​ເລື່ອງ​ລາວ​ຕ່າງໆ​ຂອງ​ແຕ່​ລະ​ເຂດ.

SA Game
ພາບ: Halpern, Joel M. (Joel Martin)

ການສັກລາຍຂອງຄົນລາວ ໃນຍຸກປີ ຄສ 1957 ຖ່າຍບັນທຶກໂດຍທ່ານ Halpern, Joel M. (Joel Martin) ໃນເຂດຫລວງພຣະບາງ ເມືອງໄຊ ແລະວັງວຽງ ເຊິ່ງການສັກລາຍໃນເມື່ອກ່ອນຈະເປັນການສັກລາຍແບບຕ່າງໆ ຕາມຮ່າງກາຍຕາມຕົນຕົວ ແຂນ-ຂາ ແມ່ນສັກເພິ່ນເປັນການຢູ່ຍົງຄົງກະພັນ ເປັນຫລັກ ແລະຄົນລາວໃນສະໄຫມກ່ອນ ( ລາວລ້ານຊ້າງ ) ຍຸກປີ 1900 ລົງໄປ ຈະສັກຍັນຫລືສັກລາຍ ແຕ່ຫົວເຄົ່າຂຶ້ນໄປຮອດຕົ້ນຂາ ຈົນໄດ້ຊື່ວ່າ ລາວພຸງຂາວ, ສ່ວນແຖບ ລາວລ້ານນາ ຈະສັກແຕ່ຫົວເຄົ່າຂຶ້ນຮອດທ້ອງນ້ອຍ ເອິ້ນຄົນແຖວນັ້ນວ່າ ລາວພຸງດຳ

SA Game
ພາບ: Halpern, Joel M. (Joel Martin)

ການສັກລາຍນັ້ນ ກໍ່ເປັນສາເຫດຫນຶ່ງຂອງການເກີດເສີກສົງຄາມລະຫວ່າງ ລ້ານຊ້າງກັບສະຫຍາມ ເພາະທາງສະຫຍາມໄດ້ສັ່ງໃຫ້ເຈົ້າເມືອງໂຄຣາຊ ມາສັກຫມາຍເລກເອົາຄົນລາວ ໄປຂຶ້ນທະບຽນກັບສະຫຍາມ ເຮັດໃຫ້ຜູ້ຄົນລາວໄດ້ຮັບຄວາມເດືອດຮ້ອນ ຈຶ່ງພາໃຫ້ເກີດສົງຄາມໃນສະໄຫມເຈົ້າອະນຸວົງເກີດຂຶ້ນ ສົງຄາມໃນຄັ້ງນີ້ແມ່ນເພື່ອກອບກູ້ເອົາອິດສະຫລະພາບສູ່ຕົນເອງ

SA Game
ພາບ: Halpern, Joel M. (Joel Martin)

ແຕ່ມາຍຸກສະໄຫມນີ້ ການສັກລາຍ ແມ່ນເປັນການສັກເພື່ອຄວາມງົດງາມ ສັກຕາມກະແສຂອງຍຸກສະໄໝເປັນຫລັກ ແຕ່ກໍ່ຍັງມີບາງທ່ານທີຍັງສັກລາຍເພື່ອຢູ້ຍົງຄົງກະພັນ ສັກເພື່ອມະຫາສະເໜ່ ສັກເພື່ອຄວາມແຄ້ວຄາດພະຍັນຕະລາຍທັງຫລາຍ ຫລືສັກເພື່ອຄວາມເທ້ ,ສັກເພື່ອເຂົ້າກຸ່ມກ້ອນຂອງຕົນ ຫລືສັກຕາມສິລະປິນທີຕົນເອງມັກຮັກກໍ່ມີ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: khumkomlao.com