ສໍາເລັດການ​ກໍ​ສ້າງ ແລະ ພິທີມອບຮັບ-ສົມໂພດຫໍຫຼັກເມືອງ ແຂວງໄຊຍະບູລີ 

SA Game

News.XBL

ແຂວງໄຊຍະບູລີ ຈັດພິທີມອບຮັບ ແລະ ສົມໂພດຫໍຫຼັກເມືອງ ​ຫລັງ​ຈາກ​ການ​ກໍ່​ສ້າງ​ໄດ້​ສຳ​ເລັດ.

ການ​ກໍ່​ສ້າງ​ຫໍ​ຫລັກ​ເມືອງ​ຂອງ​ໄຊ​ຍະ​ບູ​ລີ​ໄດ້​ດຳ​ເນີນ​ມາ​ໄລ​ຍະ​ໜຶ່ງ​ແລ້ວ​ເພື່ອ​ເປັນ​ບ່ອນ​ທີ່​ເພິ່ງ​ ແລະ ອົບ​ອຸ່ນ​ຈິດ​ໃຈ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ໄຊ​ຍະ​ບ​ູ​ລີ ແລະ ໃນ​ທີ່​ສຸດ​ກໍ​ໄດ້​ສຳ​ເລັດ​ເສັດ​ສິ້ນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ​ທາມ​ກາງ​ຄວາມ​ດີ​ໃຈ​ຂອງ​ຊາວ​ເມືອງ.

ພາຍຫຼັງການກໍ່ສ້າງຫໍຫຼັກເມືອງສໍາເລັດ ແລະ ມີພິທີມອບຮັບໃນວັນທີ 2 ພະຈິກ ຢ່າງເປັນທາງການແລ້ວ, ໃນວັນທີ 3-4 ພະຈິກ 2022 ແຂວງໄຊຍະບູລີ ໄດ້ຈັດພິທີສົມໂພດຫໍຫຼັກເມືອງຂຶ້ນ

ໃຫ້ກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ລຽນ ທິແກ້ວ ອາດິດເຈົ້າແຂວງໄຊຍະບູລີ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ການນໍາຂອງເມືອງ 11 ເມືອງ, ພຣະສົງສໍາມະເນນ, ອົງການປົກຄອງແຂວງ, ເມືອງ ພ້ອມດ້ວຍມະຫາຊົນພາຍໃນແຂວງໄຊຍະບູ ແລະ ແຂວງໃກ້ຄຽງເຂົ້າຮ່ວມ.

SA Game
News.XBL

ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນຈູດທຽນໄຊຈູດທູບບູຊາພຣະຣັດຕະນະໄຕຣ ແລະ ລັ່ນຄ້ອງມະຫາລິກ ມະຫາໄຊ 9 ບາດ ພ້ອມນີ້ ຍັງໄດ້ຮັບຟັງ ພຣະສົງສູດປະຣິຕະມຸງຄຸນ, ສະແດງພຣະທໍາມະເທສະໜາ 1 ກັນ, ມັກຄະນາຍົກ (ສີສຸທໍາ ) ນໍາພາກ່າວຖວາຍປັດໃຈໄທຍະທານແດ່ຄະນະສົງ, ຟັງສູດໂພດ 4 ຊຸດ ແລະ ສູດພຸດທະຄຸນຖວາຍປັດໃຈແກ່ຄະນະສົງ-ຮັບພອນ, ພ້ອມກັບຟັງບັນລະຍາຍທໍາເພື່ອເປັນການສົມໂພດຫໍຫຼັກເມືອງ.

SA Game
News.XBL

ຈາກນັ້ນ ໃນຕອນເຊົ້າຂອງວັນທີ 4 ພະຈິກ 2022 ການນໍາຂອງແຂວງ ພ້ອມດ້ວຍຊາວພຸດ ທະສາສະນີກະຊົນ ຍັງໄດ້ຮ່ວມໃສ່ບາດແກ່ພະສົງ 31 ອົງ ແລະ ບາດ 35 ໜ່ວຍ. ຈາກນັ້ນ ໄດ້ຈັດພິທີແຫ່ພຣະພຸດທະຈັນທາຣັດຕະນະມິງເມືອງ (ພຣະໄມ້ຈັນຫອມ) ຈາກຫໍຫຼັກເມືອງ ຂອງແຂວງໄຊຍະບູລີ ໄປປະດິດສະຖານທີ່ວັດສີບຸນເຮືອງ ບ້ານໃຫຍ່ ເມືອງ ແລະ ແຂວງໄຊຍະບູລີ ພ້ອມທັງພິທີຖວາຍພຣະພຸດທະຈັນທາຣັດຕະນະມິງເມືອງ ພ້ອມດ້ວຍຫໍປະດິດສະຖານທີ່ວັດສີບຸນເຮືອງຢ່າງເປັນທາງການ.

SA Game
News.XBL

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: News.XBL