ກຽມນຳສະເໜີ ດັດຊະນີໝາຍສັງຄົມລາວ ວັດແທກການພັດທະນາ

SA Game

ຂປລ.

ອົງການພັດທະນາສາກົນຕິດ​ຕາມດັດຊະນີໝາຍສັງຄົມລາວໃນ​ການວັດແທກເປົ້າໝາຍການພັດທະນາ

ໃນວັນທີ 6 ເມສາ 2023, ຜູ້ຕາງໜ້າຈາກ ອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ (USAID), ອົດສະຕຣາລີ, ສະຫະພາບເອີຣົບ ເເລະ ອົງການອຸຍນີເຊບ ລົງຢ້ຽມຢາມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ  ເພື່ອສັງເກດຂະບວນການເກັບກຳຂໍ້ມູນ ເພື່ອປະກອບສ່ວນເຂົ້າໃນ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ທີ່ກໍາລັງດໍາເນີນຢູ່ໃນປັດຈຸບັນ ແລະ ພວມກະກຽມນຳສະເໜີ ດັດຊະນີໝາຍດັ່ງກ່າວ.

LSIS III ແມ່ນການສໍາຫລວດລະດັບປະເທດອັນໃໝ່ ທີ່ກໍາລັງດໍາເນີນ ໂດຍສູນສະຖິຕິແຫ່ງຊາດ ຊຶ່ງຈະໃຫ້ຂໍ້ມູນກ່ຽວກັບສະພາບ ຂອງເດັກນ້ອຍ ແລະ ແມ່ຍິງ ໃນ ສປປ ລາວ ແລະ ສິ່ງທ້າທາຍທີ່ພວກເຂົາກໍາລັງຜະເຊີນຢູ່.

ຂໍ້ມູນເຫລົ່ານີ້ຈະຊ່ວຍໃຫ້ລັດຖະບານແຫ່ງ ສປປ ລາວ ໃນການອອກແບບນະໂຍບາຍ ທີ່ມີປະສິດທິພາບຫລາຍຂຶ້ນ ເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວທຸກຄົນ, ພ້ອມຊ່ວຍ ໃນການປະເມີນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ຕົວຊີ້ວັດດ້ານສັງຄົມອື່ນໆ.

SA Game
ຂປລ.

ທ່ານ ນາງ ພອນສາລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ກ່າວ: ລັດຖະບານ ແຫ່ງ ສປປ ລາວ ໃຫ້ຄວາມສໍາຄັນເປັນພິເສດຕໍ່ການສໍາຫລວດນີ້ ເພາະມັນຈະສະໜອງຂໍ້ມູນທີ່ເປັນປະໂຫຍດສູງ ຕໍ່ການຕິດຕາມຄວາມຄືບໜ້າຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ພ້ອມດ້ວຍເປົ້າໝາຍອື່ນໆ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ລົງທຶນທັງເວລາ, ງົບປະມານ ແລະ ຊັບພະຍາກອນທີ່ມີ ເພື່ອຮັບປະກັນວ່າ ຂໍ້ມູນຈາກ LSIS III ນັ້ນຈະມີຄຸນນະພາບສູງທີ່ສຸດ. ປັດຈຸບັນ, ຂະບວນການເກັບກຳຂໍ້ມູນສຳລັບ LSIS III ແມ່ນກຳລັງຈັດຕັ້ງປະຕິບັດ ໃນ 21.000 ຄົວເຮືອນ ເຊິ່ງກວມເອົາທຸກເມືອງໃນ 18 ແຂວງ ຂອງ ສປປ ລາວ ເພື່ອກະກຽມນຳສະເໜີ ດັດຊະນີໝາຍສົງຄົມລາວ ຄັ້ງທີ III.

LSIS ຮອບທໍາອິດໄດ້ເລີ່ມຂຶ້ນໃນປີ 2011-2012 ແລະ ຮອບທີສອງໃນປີ 2017. ໂຄງການ LSIS III ແລະ LSIS ຮອບຜ່ານມາ ແມ່ນອີງໃສ່ໂຄງການການສໍາຫລວດຕົວຊີ້ວັດໂລກ ຂອງອົງການອຸຍນີເຊບ ໄດ້ເລີມຈັດຕັ້ງປັດຕິບັດໃນປີ 1990 ເພື່ອສະໜັບສະໜູນບັນດາປະເທດ ທົ່ວໂລກ ໃນການຮວບຮວມຂໍ້ມູນລະດັບສາກົນ ກ່ຽວກັບຕົວຊີ້ວັດຕ່າງໆທີ່ກ່ຽວກັບແມ່ຍິງ ແລະ ເດັກນ້ອຍ.

SA Game
ຂປລ.

LSIS III ແມ່ນໄດ້ຈັດຕັ້ງປະຕິບັດໂດຍ ສູນສະຖິຕິແຫ່ງຊາດ ໄດ້ຮັບການສະໜັບສະໜູນງົບປະມານຈາກລັດຖະບານແຫ່ງ ສປປ ລາວ, ອົງການ USAID, ປະເທດອົດສະຕຣາລີ, ສະຫະພາບເອີຣົບ ແລະ ດ້ານວິຊາການ ຈາກອົງການອຸຍນີເຊບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.