​ກຽມ​ຕົວ! ປະກວດນາງສາວເຜົ່າມົ້ງ ທີ່​ສວນ​ພຶກ​ສາ ໃນ​ທ້າຍ​ປີ​ນີ້

SA Game

vientianetimeslao.la

ສວນພຶກສາ ຈະຈັດ​ງານປະກວດນາງສາວເຜົ່າມົ້ງ ໃນທ້າຍເດືອນທັນວາ 2022

 ໃນວັນທີ 22-24 ທັນວາ 2022 ນີ້, ສວນພຶກສາ ຈະຈັດບຸນນໍເປເຈົ່າ ຫລື ບຸນກິນຈຽງ ແລະ ປະກວດນາງສາວເຜົ່າມົ້ງ ແລະ ຫລາຍໆ ກິດ​ຈະ​ກຳ​ທີ່​ໜ້າ​ຕືນ​ເຕັ້ນ​ໃນ​ປີ​ນີ້

ໂດຍມີຫລາຍກິດຈະກຳທີ່ເປັນປະເພນີຂອງເຜົ່າມົ້ງ ເປັນຕົ້ນ ກິດຈະກຳແກວ່ງຫຍ້າຄາ, ແກວງໄກ່, ບາສີສູ່ຂວັນແບບເຜົ່າມົ້ງ, ໂຍນໝາກຄອນ, ເປົ່າແຄນ, ລຳເຜົ່າມົ້ງ, ປະກວດນັກຮ້ອງ, ຫລິ້ນກິລາ ແລະ ກິດຈະກຳອື່ນໆ.

ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານກຄໍາພູ, ທັງເປັນເຈົ້າຂອງສວນພຶກສາ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ:

ພວກເຮົາຈັດງານປະກວດນາງສາວເຜົ່າມົ້ງ ກໍເພື່ອເຮົາຢາກສົ່ງເສີມແມ່ຍິງຊົນເຜົ່າມົ້ງ ໃຫ້ເປັນຜູ້ຍິງທີ່ເກັ່ງ, ກ້າສະເເດງອອກ ເນື່ອງຈາກວ່າແມ່ຍິງຊົນເຜົ້າມົ້ງ ສ່ວນຫລາຍຈະມີສິດ ແລະ ບົດບາດຕໍ່າກວ່າຜູ້ຊາຍ. ສະນັ້ນ, ຈຶ່ງຢາກສົ່ງເສີມໃຫ້ສິດທິຂອງຜູ້ຍິງສູງຂຶ້ນ ໂດຍຜ່ານເວທີການປະກວດດັ່ງກ່າວ, ຊຶ່ງນາງສາວທີ່ສະໝັກເຂົ້າຮ່ວມປະກວດ ພວກເຮົາຈະໄດ້ສອນໃຫ້ເຂົ້າເຈົ້າຮູ້ຈັກການເວົ້າ, ກິລິຍາທ່າທາງ, ການ ຢ່າງ, ການນຸ່ງຖືແບບແມ່ຍິງລາວ ແລະ ໃຫ້ກ້າສະແດງເທິງເວທີ.

SA Game
vientianetimeslao.la

ໂອກາດນີ້, ທ່ານ ພູວົງ ພະມີສິດ ກໍໄດ້ເຊີນຊວນແມ່ຍິງເຜົ່າມົ້ງ ມາສະໝັກເຂົ້າຮ່ວມງານໃຫ້ຫລາຍທີ່ສຸດ ເພາະເວທີດັ່ງກ່າວເປັນບ່ອນສ້າງໃຫ້ບັນດາທ່ານກ້າສະແດງອອກ ແລະ ຮູ້ຈັກຮັກສາຮີດ ຄອງປະເພນີ້ລາວຂອງພວກເຮົາ ໂດຍສະເພາະຮີດຄອງປະເພນີເຜົ່າມົ້ງ ໂດຍຈະປິດຮັບສະໝັກ ວັນທີ 25 ພະຈິກ 2022 ເພື່ອໍຈະຄັດເລືອກເອົາ 20 ຄົນ ມາຝຶກຊ້ອມເປັນເວລາ 1 ເດືອນກ່ອນຂຶ້ນເວທີ ປະກວດ

SA Game
vientianetimeslao.la

ຍ້ອນພວກເຮົາຢາກສ້າງໃຫ້ເຂົາເຈົ້າເປັນຄົນເກັ່ງ ແລະ ກ້າສະແດງອອກ ແລະ ກ້າວໄປສູ່ເວທີອື່ນໆທັງພາຍໃນ ແລະ ຕ່າງປະເທດ ເຊັ່ນດຽວກັບ ມິສຢູນີເວີດລາວ ໃນປີນີ້ ກໍແມ່ນນາງສາວເຜົ່າມົ້ງທີ່ຜ່ານງານປະກວດ ຂອງສວນພຶກສາ. ສະນັ້ນ, ພວກເຮົາກະພູມໃຈວ່າ ນາງສາວເຜົ່າມົ້ງ ຂອງສວນພຶກສາ ຫລື ນະຄອນຫລວງຂອງພວກເຮົ າໄດ້ເປັນ ມິສຢູນິເວີດ.

SA Game
vientianetimeslao.la

ສຳລັບ ຄຸນສົມບັດຂອງນາງສາວເຜົ່າມົ້ງ ຈະບໍ່ມີເງື່ອນໄຂຍຸງຍາກຈົນເກີນໄປ ພຽງແຕ່ເປັນສາວໂສດ ບໍ່ເຄີຍແຕ່ງງານມາກອນ ຢູ່ໃນລະຫວ່າງອາຍຸ 16-25 ປີ, ລະດັບການສຶກສາ ຈົບຊັ້ນ ມ4 ຂຶ້ນໄປ, ຄວາມສູງ 1,55 ຊັງຕີແມັດຂຶ້ນໄປ ແລະ ຮູ້ພາສາລາວ ແລະ ສະແດງຄວາມສາມາດຂອງໂຕເອງ ເປັນຕົ້ນ ພາອັງກິດ ແລະ ຄວາມຮູ້ຮອບໂຕ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.