ຈັດ​ງານ​ສະ​ເຫລີມສະຫລອງ ວັນເດັກຍິງສາກົນ ທີ່ນະຄອນຫລວງວຽງຈັນ

SA Game

ຂ​ປ​ລ

ສສຍລ, UNFPA ແລະ ອົງການ ແພຣນ ສະຫລອງ ວັນເດັກຍິງສາກົນ ຄົບຮອບ 16 ປີ

ໃນວັນທີ 26 ຕຸລາ 2022 ທີ່ນະຄອນຫລວງວຽງຈັນ, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ແລະ ອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ (UNFPA), ຮ່ວມກັບ ອົງການ ແພຣນ ສາກົນປະຈໍາ ສປປ ລາວ ແລະ ບັນດາຄູ່ຮ່ວມງານ

ໄດ້ຈັດພິທີສະເຫລີມສະຫລອງວັນເດັກຍິງສາກົນ ປະຈໍາປີ 2022 ແລະ ວັນເກີດນາງ ນ້ອຍ ຄົບຮອບ 16 ປີ  ພາຍໃຕ້ຄໍາຂວັນ “ປັດຈຸບັນ ແມ່ນເວລາຂອງ ພວກເຮົາ-ສິດທິຂອງພວກເຮົາ ແລະ ອະນາຄົດຂອງພວກເຮົາ’’

ໂດຍການເປັນປະທານ ຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງ ສະຫະ ພັນແມ່ຍິງລາວ, ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ ສະຫະປະ ຊາຊາດກອງທຶນເພື່ອປະຊາກອນ, ມີ ລັດຖະມົນຕີ, ຮອງລັດຖະມົນຕີ ບັນດາຄູ່ຮ່ວມງານສະຖາທູດ, ອົງການຈັດຕັ້ງສາກົນ, ຫົວໜ້າກົມ, ຮອງກົມ, ປະທານ, ຮອງປະທານສະຫະພັນແມ່ຍິງບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວວ່າ:

SA Game
ຂ​ປ​ລ

ນາງ ນ້ອຍ ຊຶ່ງແມ່ນນາມສົມມຸດ ທີ່ພວກເຮົາຮ່ວມກັນຕັ້ງຊື່ໃຫ້ລາວ ໃນປີ 2016 ວ່າ “ນາງນ້ອຍ” ເພື່ອເປັນຕົວແທນໃຫ້ແກ່ແມ່ຍິງໜຸ່ມລາວ ແລະ ໃນປີນີ້ ນາງນ້ອຍ ມີອາຍຸໄດ້ 16 ປີ ແລະ ກຳລັງກ້າວເຂົ້າສູ່ໄວໜຸ່ມຢ່າງເຕັມຕົວ ຊຶ່ງເປັນໄວຂອງເດັກຍິງ ທີ່ກຳລັງຕ້ອງການເຂົ້າສູ່ການຮຽນຮູ້ຕ່າງໆ ເພື່ອພັດທະນາຕົນເອງທາງຮ່າງກາຍ ແລະ ມັນສະໜອງ ໃຫ້ກາຍເປັນເດັກທີ່ມີຄວາມສະຫລາດ ແລະ ມີຄວາມຮູ້ ຄວາມສາມາດ.

ເຖິງຢ່າງໃດກໍຕາມ, ເດັກຍິງລາວ ທີ່ເປັນຕົວແທນໂດຍນາງນ້ອຍ ແມ່ນໜຶ່ງໃນບັນດາຜູ້ຍິງທີ່ຖືກປ່ອຍປະ ໃນເລື່ອງຂອງການເຂົ້າເຖິງການບໍລິການດ້ານສຸຂະພາບ, ການສຶກສາ, ການຈ້າງງານ ແລະ ໂອກາດດ້ານອື່ນໆ ເຮັດໃຫ້ເດັກຍິງເຫລົ່ານັ້ນ ຕົກຢູ່ໃນຄວາມສ່ຽງ ທີ່ເຫັນໄດ້ຊັດເຈນແມ່ນ ອັດຕາການແຕ່ງດອງຂອງເດັກຍິງແຕ່ອາຍຸຍັງນ້ອຍ ແມ່ນສູງ ແລະ ອັດຕາການເກີດລູກຂອງໄວໜຸ່ມແມ່ນສູງທີ່ສຸດໃນພາກພື້ນ.

ການຈັດພິທີສະເຫລີມສະຫລອງວັນ ເກີດນາງ ນ້ອຍ ຄົບຮອບ 16 ປີ ແມ່ນມີຄວາມໝາຍຄວາມສຳຄັນຍິ່ງ ເນື່ອງຈາກເປັນການຈັດຕັ້ງປະຕິບັດກອບແຜນງານ 2030 ຂອງ ນາງນ້ອຍ ເພື່ອແກ້ໄຂສິ່ງທ້າທາຍຂອງຂອງເດັກຍິງລາວ ທີ່ປະເຊີນກັບບັນຫາເລື່ອງການເຂົ້າເຖິງການສຶກສາ, ສຸຂະພາບຈະເລີນພັນ, ເພດສຳພັນ, ການຈ້າງງານ ແລະ ຄວາມສະເໝີພາບຍິງ-ຊາຍ ລວມທັງໂອກາດໃນການມີສ່ວນຮ່ວມ ແລະ ການຕັດສິນໃຈໃນເລື່ອງຕ່າງໆ ໃນຊີວິດຂອງເຂົາເຈົ້າ.

ການຈັດງານຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ໂດຍສະເພາະສູນກາງສະຫະພັນແມ່ຍິງລາວ, ອົງການ UNFPA, ຄູ່ຮ່ວມພັດທະນາ ແລະ ພາກສ່ວນຕ່າງໆ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຕົວຊີ້ວັດ ຂອງເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ ຕົວຊີ້ບອກ SDG2, SDG3, SDG4, SDG 5 ແລະ SDG8 ທີ່ເຊື່ອມໃສ່ຂອບວຽກນາງນ້ອຍ.

ການສະເຫລີມສະຫລອງວັນເດັກຍິງສາກົນ ແລະ ວັນເກີດນາງນ້ອຍ ສຳລັບປີນີ້, ເປັນການຜັນຂະ ຫຍາຍຖະແຫລງການ ຂອງອົງການສະຫະປະຊາຊາດ ແລະ ເປັນການປະຕິບັດແຜນງານຮ່ວມມື ລະ ຫວ່າງ ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ; ເປັນການສ້າງຂະບວນການສະແດງໃຫ້ເຫັນເຖິງຄວາມສຳຄັນຂອງສິດທິເດັກ, ສົ່ງເສີມການເຂົ້າເຖິງໂອກາດຕ່າງໆ ຂອງເດັກຍິງ ແລະ ຄວາມເທົ່າທຽມຂອງເດັກຍິງ ແລະ ເດັກຊາຍໃນສັງຄົມ

ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ຊອກວິທີທາງແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ລວມທັງຄວາມຫຍຸ້ງຍາກທີ່ເດັກຍິງກໍາລັງປະເຊີນໃນປັດຈຸບັນ ເພື່ອຮ່ວມມືໃນການກັນແກ້ໄຂບັນຫາດັ່ງກ່າວທີ່ເດັກຍິງໜຸ່ມກຳລັງປະເຊີນ ແນໃສ່ປົກປ້ອງສິດຜົນປະໂຫຍດ ແລະ ສ້າງຄວາມເຂັ້ມແຂງໃຫ້ບັນດາເດັກຍິງ ໂດຍສະເພາະພາຍຫລັງສະພາບທີ່ມີການລະບາດຂອງໂຄວິດ-19

ດ້ວຍການຈັດກິດຈະກຳຕ່າງໆ ເພື່ອໂຄສະນາປູກຈິດສຳນຶກໃຫ້ທຸກພາກ ສ່ວນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ດ້ວຍການຮ່ວມມື ແລະ ສະໜັບສະໜູນທຶນຮອນ ຈາກອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນຕົ້ນການຈັດຕັ້ງປະຕິບັດ ວຽກງານແມ່ຍິງ 3 ດີ ຕິດພັນການສ້າງບ້ານພັດທະນາຕາມທິດ 3 ສ້າງ

ການມີສ່ວນຮ່ວມຂອງເພດຊາຍ ເຂົ້າໃນການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງໃນຄອບຄົວ, ສະຖານທີ່ເຮັດວຽກ, ສະຖານທີ່ອອກແຮງງາານ ແລະ ໃນພື້ນທີ່ສາທະລະນະ ທີ່ຕິດພັນກັບແຜນພັດທະນາແມ່ຍິງແຫ່ງຊາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ