ການ​ກໍ່​ສ້າງເສັ້ນທາງເຂົ້າຫາຖ້ຳຈອມອອງ ໃກ້ຈະສຳເລັດແລ້ວ.

SA Game

ພາບ: medialaos.com

ແຫລ່ງ​ທ່ອງ​ທຽວທຳ​ມະ​ຊາດ​ທີ່​ສວຍ​ງາມຖ້ຳຈອມອອງ ໃກ້ຈະ​ມີ​ເສັ້ນ​ທາງ​ເຂົ້າ​ທີ່​ສະ​ດວກ​ສະ​ບາຍ​ແລ້ວ.

ແຂວງ​ອຸດົມ​ໄຊ  ມີ​ແຫລ່ງ​ທ່ອງ​ທຽວທຳ​ມະ​ຊາດ​ທີ່​ສວຍ​ງາມຫລາຍ​ແຫ່ງ, ທີ່​ຫລາຍໆ​ຄົນ​ອາດ​ຈະ​ຮູ້​ໃນ​ປະ​ຈຸ​ບັນ​ກໍ່​ຄົງ​ຈະ​ບໍ່​ພົ້ນ​ສະ​ຖານ​ທີ່​ທ່ອງ​ທຽວ​ທຳ​ມະ​ຊາດ ຍໍ​ລະ​ປາ​, ນ​ອກ​ຈາກ​ນັ້ນ​ກໍ່​ຍັງ​ມີ​ຫລາຍໆ​ແຫລ່ງ​ທ່ອງ​ທຽວ ແລະ ຖ້ຳ​ຈອມ​ອອງ​ເອງ​ກໍ່​ແມ່ນ​ຖ້ຳ​ໜຶ່ງ​ທີ່​ສວຍ​ງາມ​ຫລາຍ ແລະ ໜ້າ​ທ່ອງ​ທຽວ, ແຕ່​ການ​ທີ່​ຈະ​ໃຫ້​ນັກ​ທ່ອງ​ທຽວ​ເຂົ້າ​ເຖິງ​ກໍ່​ຕ້ອງ​ໄດ້​ສ້າງ​ເສັ້ນ​ທາງ​ໃນ​ການ​ເຂົ້າ​ເຖິງ​ກ່ອນ, ແລະ ປະ​ຈຸ​ບັນ​ການ​ກໍ່​ສ້າງ​ກໍ່​ໃກ້​ຈະ​ສຳ​ເລັດ​ແລ້ວ.

ຕອນ​ບ່າຍ​ວັນ​ທີ 9 ມິຖຸ​ນາຜ່ານ​ມານີ້ ຄະນະ​ຮັບຜິດ ຊອບໂຄງການ​ພັດທະນາ​ໂຄງ​ລ່າງ​ພື້ນຖານ ເພື່ອ​ສົ່ງເສີມ​ການ ທ່ອງທ່ຽວ​ຖ້ຳ​ຈອມ​ອອງ ຮ່ວມ​ກັບ​ພະແນກ  ການ​ທີ່​ກ່ຽວຂ້ອງ ແລະ  ບໍລິສັດ​ທີ່​ປຶກສາໄດ້​ລົງ​ເຄື່ອນ​ໄຫວ​ຕິດ ຕາມ, ກວດກາ, ຊຸກຍູ້ ແລະ ແນະນຳການຈັດຕັ້ງ​ປະຕິບັດການ​ກໍ່ສ້າງ​ເສັ້ນທາງ​ປູຢາງ​ເຂົ້າ​ຫາ​ຖ້ຳ​ຈອມ​ອອງ ແລະ ໂຄງການ​ພັດທະນາ​ໂຄງ​ລ່າງ​ພື້ນຖານ ເພື່ອ​ສົ່ງເສີມ​ການ ທ່ອງ​ທ່ຽວທີ່​ຮັບ​ພິ​ຊອບ​ການ​ພັດ​ທະ​ນາ​ນັ້ນ​ກ່ຳ​ລັງ​ກໍ່​ສ້າງ ແລະ ໂດຍ​ສະເພາະ​ແມ່ນ​ການ​ກໍ່ສ້າງ​ເສັ້ນທາງ​ປູຢາງເຂົ້າ​ ຫາ​ຖ້ຳ​ຈອມ​ອອງ  ເມືອງ​ໄຊ ແຂວງ​ອຸດົມ​ໄຊ, ລວມ​ທັງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ໃກ້​ຈະ​ສຳເລັດ​ແລ້ວ.

SA Game
ພາບ: medialaos.com

ໂຄງການ​ກໍ່ສ້າງ​ເສັ້ນທາງ​ເຂົ້າ​ຫາ​ແຫຼ່ງ​ທ່ອງ​ທ່ຽວ​ຖ້ຳ​ຈອມ​ອອງ ຜູ້​ຮັບ​ເໝົາບໍລິສັດ​ຈິດ​ຈະ ເລີນ​ກໍ່ສ້າງ ຈຳກັດເປັນໂຄງການ ​ທີ່​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ  ເພື່ອ​ສົ່ງເສີມການທ່ອງ ທ່ຽວ ແລະ ປະກອບສ່ວນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ ຊາຊົນ​ພາຍ​ໃນ​ແຂວງ​ອຸດົມ​ໄຊໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ,  ເສັ້ນທາງ​ປູ ຢາງ​ຈາກ​ບ້ານ​ຫ້ວຍ​ອຸ່ນຫາ ຖ້ຳ​ຈອມ​ອອງ (ບ້ານ​ຈອມ​ອອງ) ມີ​ຄວາມ​ຍາວ​ທັງ​ໝົດ 40 ກິໂລແມັດ, ກວ້າງ 5 ແມັດ, ປູຢາງ 2 ຊັ້ນ, ມີ​ແລວ​ທາງ​ຜ່ານ 11 ບ້ານ ແລະ ເສັ້ນທາງ​ດັ່ງກ່າວ​ມີ​ຫຼາຍ​ບ້ານ​ທີ່​ໄດ້​ຮັບ​ຜົນ​ປະໂຫຍດ​ໃນ​ການ​ຊົມໃຊ້, ສັນຈອນ​ແລກປ່ຽນ​ສິນຄ້າ ແລະ ການ​ເຂົ້າ​ເຖິງ​​ຕົວ​ເມືອງ​ສະດວກ​ຂຶ້ນ.

SA Game
ພາບ: medialaos.com

ນອກຈາກ​ການ​ປູຢາງ​ເສັ້ນທາງ​ແລ້ວ​ຍັງ​ມີ​ການ​ກໍ່ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ຊຶ່ງ​ໄດ້​ເລີ່ມ​ລົງມື​ການ​ກໍ່ສ້າງ​ມາ​ແຕ່ເດືອນທັນວາ 2017 ເປັນ​ຕົ້ນມາ, ຮອດ​ປັດຈຸ ບັນ​ແມ່ນ​ໃກ້​ຈະ​ສໍາ​ເລັດ​ການ​ກໍ່ສ້າງ​ແລ້ວ.

ດັ່ງນັ້ນ, ​ຄະນະຮັບ ຜິດຊອບ​ຂັ້ນ​ແຂວງຮ່ວມ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ແລະ ບໍ ລິສັດ​ທີ່​ປຶກສາ  ຈຶ່ງ​ໄດ້​ລົງຕິດ ຕາມ​ກວດກາຊຸກຍູ້ ແລະ ແນະ ນຳບາງ​ວຽກ​ທີ່​ຈະ​ຕ້ອງ​ໄດ້​ເລັ່ງ​ມື​ຈັດ​ຕັ້ງ​ປະຕິບັດ ແລະ ດັດແກ້ ພ້ອມ​ດຽວ​ກັນ​ນີ້​ກໍ​ເປັນ​ການ​ປະ​ເມີນ​ຜົນສຳເລັດ ລວມ​ບັນດາ​ໜ້າ​ວຽກ​ການ​ກໍ່ສ້າງ​ຂອງ​ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ ເພື່ອ​ເປັນ​ບ່ອນ​ອີງ​ສະເໜີ​ລາຍ​ງານ​ເຖິງ​ຄະນະ​ຮັບຜິດຊອບ​ໂຄງການ​ຂັ້ນ​ສູນ​ກາງລົງ​ກວດກາ ແລະ ກະກຽມ​ຈັດ​ພິທີມອບ​-​ຮັບ ຕື່ມ​ອີກ.

SA Game
ພາບ: medialaos.com

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: medialaos.com