ວັດຕາແຫຼວເກົ່າ ບູຮານສະຖານຂອງເມືອງຈຳພອນ ສະຫວັນນະເຂດ

SA Game

ພາບ: laopost.com

ວັດຕາແຫຼວເກົ່າ ວັດຮ້າງທີ່​ເປັນບູຮານສະຖານທີ່ເກົ່າແກ່ຂອງແຂວງສະຫວັນນະເຂດ .

ວັດຕາແຫຼວເກົ່າ ແຂວງສະຫວັນນະເຂດ ກໍ່ແມ່ນບູຮານສະຖານທີ່ຖືກສ້າງຂຶ້ນຕັ້ງແຕ່ປີ 1918 ການເດີນທາງໄປວັດຕາແຫຼວເກົ່າ ຖ້າເລີ່ມຈາກຕົວເມືອງໄກສອນພົມວິຫານແຂວງສະຫວັນນະເຂດ, ແມ່ນໃຫ້ເດີນທາງໄປຕາມເສັ້ນທາງເລກທີ 9B ໄປຕາມທິດໃຕ້ຈົນຮອດຫຼັກ 35, ຈາກນັ້ນລ້ຽວຊ້າຍໄປຕາມເສັ້ນທາງໄລຍະປະມານ 18 ກິໂລແມັດສູ່ເມືອງຈຳພອນ ຂ້າມຂົວເຊຈຳພອນແລ້ວມຸ່ງໜ້າໄປຕາມເສັ້ນທາງແດງ 7 ກິໂລແມັດໄປສູ່ບ້ານຕາແຫຼວ.

ວັດຕາແຫຼວເກົ່າ ແມ່ນວັດຮ້າງທີ່ບໍ່ມີພະສົງພຳນັກຢູ່ແລ້ວເພາະຖືກທຳລາຍຈົນເຫຼືອແຕ່ຊາກຫັກພັງດ້ວຍນ້ຳມືຂອງສົງຄາມໃນຊຸມປີ 1960. ຕາມຂໍ້ມູນທີ່ຜູ້ຂຽນໄດ້ມາ, ວັດນີ້ສ້າງຂຶ້ນໃນປີ 1918 ໂດຍການນຳພາຂອງ ພະຄູຈຽງ ຫຼື ຍາທ່ານຈຽງທິຄາຍຸໂກ ເຊິ່ງແມ່ນລູກຂອງ ທ້າວ ວາດ ມະນີວົງ ຊື່ ທ້າວ ອຸງ , ປ່ຽນຊື່ ມາເປັນພະຄູຈຽງ ( ຍາທ່ານຈຽງ ທິຄາຍຸໂກ )  ພະອົງນີ້ມີຈິດໃຈເອື້ອເພື້ອເພື່ອແຜ່ຢຶດໝັ້ນໃນຫຼັກທຳມະ,  ທ່ານໄດ້ນຳພາອອກຕົນ ຍາດໂຍມພາຍໃນບ້ານຕາແຫຼວ ສ້າງກຸດຕິວິຫານ ແລະ ກໍ່ກຳແພງອ້ອມວັດ, ສ້າງກຸຕິວິຫານ ແລະ ກໍ່ກຳແພງອ້ອມວັດ ເຊິ່ງວັດສະດຸທີ່ນຳມາສ້າງນັ້ນປະກອບດ້ວຍໄມ້ເນື້ອແຂງ, ດິນຈີ່ ແລະ ປູນ.

SA Game
ພາບ: laopost.com

ພາຍໃນວິຫານ ມີການປະດັບປະດາດ້ວຍຮູບແຕ້ມຝາຜະໜັງ, ຮູບສະຫຼັກ, ຮູບປັ້ນ ແລະ ຮູບຄວັດລາຍ ດ້ວຍຊ່າງຜູ້ມີສີມືປານີດບັນຈົງ. ແນວໃດກໍຕາມ ມາຮອດປີ 1969, ດ້ວຍໄພສົງຄາມ ວັດຕາແຫຼວເກົ່າ ແລະ ບ້ານເຮືອນປະຊາຊົນໃກ້ຄຽງກໍຖືກລູກສອນໄຟ ແລະ ລະເບີດທຳລາຍ ປະຊາຊົນ ແລະ ພະສົງຕ່າງກໍແຕກສະຫຼຸຜຸຜ່າຍເພື່ອເອົາຕົວລອດ ເຫຼືອໄວ້ແຕ່ຊາກຫັກພັງຂອງວັດດັ່ງທີ່ເຫັນໃນປັດຈຸບັນ.

SA Game
ພາບ: insidelaos.com

ຮູບຊົງຂອງວິຫານ ການອອກແບບອາຄານແມ່ນມີຄວາມປານີດ ເປັນການຜະສົມຜະສານລະຫວ່າງຮູບຄວັດລາຍແບບລາວ ແລະ ໂຄງສ້າງຕຶກແບບຕາເວັນຕົກ. ພາຍໃນມີຮູບແຕ້ມທີ່ເປັນເອກະລັກ ແລະ ງົດງາມຕາມຝາ ບອກເລົ່າເລື່ອງລາວຊີວິດຂອງປະຊາຊົນໃນໄລຍະກ່ອນໄດ້ດີ ພ້ອມທັງມີຮູບປັ້ນຊ້າງ ແລະ ພະພຸດທະຮູບອີກຈຳນວນໜຶ່ງ ຜູ້ຂຽນຂໍອອກຄວາມເຫັນວ່າ ປັ້ນອອກມາໄດ້ສົມສ່ວນ ແລະ ງົດງາມທີ່ສຸດ, ເສຍດາຍແຕ່ວ່າ ຂ້າງໃນຂອງວິຫານ ແມ່ນຫ້າມຖ່າຍຮູບ ເລີຍບໍ່ມີຮູບໃນວິຫານມາໃຫ້ທ່ານຜູ້ອ່ານໄດ້ຊົມຄວາມງົດງາມນຳກັນ.

SA Game
ພາບ: laopost.com

ນອກນັ້ນ ຈຸດພິເສດຂອງວັດນີ້ອີກຢ່າງໜຶ່ງແມ່ນກຳແພງວັດທັງສີດ້ານຈະບໍ່ມີປະຕູໃຫ້ລົດເຂົ້າໄປໃນບໍລິເວນວັດໄດ້ ເພາະເປັນທາງເຂົ້າວັດແມ່ນເປັນຂັ້ນໄດສູງທັງສີ່ທິດເລີຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laopost.com