ການນຳເຂົ້າ-ສົ່ງອອກຂອງ ລາວ ໃນຕົ້ນປີ 2022 ບັນລຸ1 ພັນລ້ານໂດລາ

SA Game

ຂປລ

ຫົກເດືອນຕົ້ນປີນີ້ມູນຄ່າການນໍາເຂົ້າ-ສົ່ງອອກ ສິນຄ້າທະລຸ 1 ພັນລ້ານໂດລາ

ໃນ ຫົກເດືອນຕົ້ນປີ 2022 ນີ້, ອີງຕາມຂໍ້ມູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ບັນລຸໄດ້ປະມານ 1.000 ລ້ານໂດລາສະຫະລັດ

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 456 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 589 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 133 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກຫລັກ ສະເລ່ຍເປັນເງິນທັງໝົດ ປະມານ 456 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ:

ຄຳປະສົມ, ຄຳແທ່ງ ມີມູນຄ່າປະມານ 62 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 42 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 32 ລ້ານໂດລາສະ ຫະລັດ, ຢາງພາລາ ປະມານ 21 ລ້ານໂດລາສະຫະລັດ, ແຮ່ເຫລັກ 23 ລ້ານໂດລາສະຫະລັດ, ໝາກກ້ວຍ 16 ລ້ານໂດລາສະຫະລັດ, ເຄື່ອງນຸ່ງ 23 ລ້ານໂດລາສະຫະລັດ, ເກີບ 17 ລ້ານໂດລາສະຫະລັດ, ນໍ້າຕານ 18 ລ້ານໂດລາສະຫະລັດ, ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ ປະມານ 13 ລ້ານໂດລາສະຫະລັດ.

SA Game
ຂປລ

ສຳລັບ ສິນຄ້ານໍາເຂົ້າຫລັກ ສະເລ່ຍເປັນເງິນທັງໝົດ ປະມານ 589 ລ້ານໂດລາສະຫະລັດ ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ:

ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 35 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 101 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 31 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ,

ເຫລັກກ້າ 29 ລ້ານໂດລາສະຫະລັດ, ຜະລິດຕະພັນການຢາ (ເພສັດຊະກໍາ) 12 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 15 ລ້ານໂດລາສະຫະລັດ, ສາຍໄຟຟ້າ, ເຄເບີ້ລ 20 ລ້ານໂດລາສະຫະລັດ,

ນ້ຳມັນແອັດຊັງ, ແອັດຊັງພິເສດ 25 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫລືອຈາກອຸດສາຫະກຳຜະລິດອາຫານ 13 ລ້ານໂດລາສະຫະລັດ ແລະ ຜະລິດຕະພັນທາງເຄມີ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ.

SA Game
ຂປລ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກ ແມ່ນ ສປ ຈີນ ມູນຄ່າປະມານ 154 ລ້ານໂດລາສະຫະລັດ, ຫວຽດນາມ 106 ລ້ານໂດລາສະຫະລັດ, ໄທ 63 ລ້ານໂດລາສະຫະລັດ, ອົດສຕາລີ 43 ລ້ານໂດລາສະຫະລັດ ແລະ ອິນເດຍ 13 ລ້ານໂດລາສະຫະລັດ. ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ແມ່ນປະເທດໄທ ມູນຄ່າ ປະມານ 307 ລ້ານໂດລາສະຫະລັດ, ຈີນ 141 ລ້ານໂດລາສະຫະລັດ, ຫວຽດນາມ 31 ລ້ານໂດລາສະຫະລັດ, ສ ອາເມລິກາ 39 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນປະມານ 13 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງອຸດສາຫະກຳ ແລະ ການຄ້າ