ປະຫວັດຄວາມເປັນມາຂອງ ຕາດນ້ຳແຮງ ຕຳນານເງິນສາມຜຶນສາດ

SA Game

ຄົ ນ ເ ດີ ນ ທ າ ງ W a l k e r T r a i l

ຕາດນ້ຳແຮງ ຕຳນານເລື່ອງເລົ່າເຄືອໝາກແຫລະໃຫຍ່ ແລະ ເງິນສາມຜຶນສາດ

ມື້ນີ້ຈະນຳສະເໜີນ້ຳຕົກຕາດນ້ຳແຮງ ເຊິ່ງນ້ຳຕົກຕາດແຫ່ງນີ້ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທດສະບານເມືອງຮຸນ ປະມານ 17 ກິໂລແມັດ. ເສັ້ນທາງປູຢາງ 5 ກິໂລແມັດ, ຈາກນັ້ນເຂົ້າໄປເປັນເສັ້ນທາງຍົກລະດັບປູຫີນແຮ່ ແລະ ດິນແດງ ລະດູຝົນແມ່ນລຳບາກຫຼາຍ, ຕາດນ້ຳແຮງ ຕາດທີມີຄວາມງາມເປັນເລີດ ຈົນມີຄວາມພັງເຜີຍວ່າເງິນສາມພືນສາດບໍ່ທໍ່ຕາດນ້ຳແຮງ.

ທ່າແຮງຂອງຕາດ ເປັນແຫຼງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງຂອງ ເມືອງຮຸນ ອຸດົມສົນບູນດ້ວຍທຳມະຊາດ, ຊີວະນາໆພັນ. ລັກສະນະຂອງຕາດໄດ້ປະກອບມີຫຼາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ, ແຕ່ລະພັກສາມາດລົງຫຼິ້ນອາບນ້ຳໄດ້, ນອກຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການຜະລິດກະສິກຳຂອງຊາວບ້ານທີ່ມີຄວາມຜູກພັນກັບຕາດແຫ່ງນີ້ມາແຕ່ຊ້ານານ.

SA Game
ຄົ ນ ເ ດີ ນ ທ າ ງ W a l k e r T r a i l

ຕາດນ້ຳແຮງເປັນນ້ຳຕົກຕາດທີ່ເກີດຂຶ້ນມາໂດຍທຳມະຊາດແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີ ເປັນຜູ້ນຳພາມາຕັ້ງບ້ານປະກອບມີ 15 ຄອບຄົວ, ໄດ້ຕັ້ງຊື່ວ່າບ້ານແຊມມີຫຼັງຈາກນັ້ນມາໄດ້ຕັ້ງຊື່ວ່າ: ບ້ານນ້ຳແຮງເພາະວ່ານ້ຳໄຫຼຕົກລົງ ຕາດມີຄວາມແຮງ ແລະ ສົ່ງສຽງດັງສະໜັ່ນໄປໄກ, ສຽງນໍ້າດັງແຮງ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕາດນ້ຳແຮງ. ນ້ຳຕົກຕານ້ຳແຮງປະກອບມີຫຼາຍພັກຫຼາຍຊັ້ນ ລຽນກັນຂຶ້ນຕາມສາຍນ້ຳ.

SA Game
ຄົ ນ ເ ດີ ນ ທ າ ງ W a l k e r T r a i l

ແມ່ນ້ຳສາຍນີ້ໄຫຼອອກມາຈາກບ້ານນ້ຳຍື່ງໄປສູ່ບ້ານສີບຸນເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດວິທະຍາ ແລະ ຊີວະນາໆພັນ. ອີກສາຍເຫດໜຶ່ງທີ່ວ່າ ຕາດນ້ຳແຮງ ນັ້ນ ຍ້ອນວ່າແຕ່ກ່ອນນັ້ນ ມີປ່າດົກໜາ ປົກຫຸ້ມອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດມີເຄືອໝາກແຫຼະເສັ້ນໜຶ່ງໃຫຍ່ຢ່ອນລົງມາໜ້າຕາດເວລານ້ຳຕົກໂຕນຕາດຖືກເຄືອເຂົາດັ່ງກ່າວນັ້ນມັນກະເດັນອອກທັບໃສ່ນ້ຳໂຕນຕາດກາຍເປັນສຽງດັງແຮງອອກໄປໄກຫຼາຍກິໂລແມັດ, ບາງເທືອກໍ່ໄດ້ຍິນສຽງດັງໄປຮອດເມືອງຮຸນ. ດ້ວຍເຫດນັ້ນປະຊາຊົນເມືອງຮຸນ ຈິ່ງພາກັນເອີ້ນຊື່ຕາດນີ້ວ່າ:

SA Game
ຄົ ນ ເ ດີ ນ ທ າ ງ W a l k e r T r a i l

ຕາດນ້ຳແຮງ ແລະ ເປັນນ້ຳຕົກຕາດສັກສິດດັ່ງຄຳສຸພາສິດເພີ່ນວ່າເງິນສາມພືນສາດບໍ່ທໍ່ຕາດນ້ຳແຮງ ທີ່ຄົນທ້ອງຖິ່ນເຄີຍເຄົາລົບນັບຖືວ່າມີເຈົ້າຖິ່ນເຈົ້າຖານປົກປັກຮັກສາທີ່ບໍ່ຄວນລົບລູ່ ໂດຍສະເພາະບໍ່ໃຫ້ຂ້າໂຕແບ້ ແລະ ໂຕໝາຖິ້ມລົງນ້ຳ ຊຶ່ງອາດເຮັດໃຫ້ລະບົບນ້ຳແຫ້ງລົງ ຕາມການເຊື່ອຖືຂອງຊາວບ້ານແຕ່ບູຮານນະການ ແລະ ຍັງເຊື່ອຖືກັນມາເຖິງທຸກວັນນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຄົ ນ ເ ດີ ນ ທ າ ງ W a l k e r T r a i l