ເຂົ້າໂຄບ ອີກ​ໜຶ່ງ​ຕຳ​ນານເອ​ກະ​ລັກ​ຂອງ​ອາ​ຫານຫລວງພຣະບາງ 

SA Game

Houmphet Manisouk

ປະຫວັດ ຄວາມເປັນາຂອງເຂົ້າໂຄບຫລວງພຣະບາງ ທີ່​ເປັນເອ​ກະ​ລັກ​ຂອງ​ອາ​ຫານຫລວງພຣະບາງ

ເຂົ້າໂຄບ ເປັນອາຫານທີ່​ມີ​ປະ​ຫວັດ​ຄວາມ​ເປັນ​ມາ​ອັນ​ຍາວ​ນານຂອງຄົນຫລວງພຣະບາງທັງກ່ຽວພັນກັບຄົນລາວມາແຕ່ບັນພະບູຣຸດລາວເຮົາ ເພາະຊົນຊາດລາວເຮົາແມ່ນກິນເຂົ້າໜຽວເປັນຫລັກ ຈຶ່ງໄດ້ນຳເອົາເຂົ້າໜຽວມາແປຮູບ ເຮັດເປັນເຂົ້າໂຄບ ແລະກ່ຽວກັບພິທີກັມຕ່າງໆ ທັງງານທີ່ເປັນສິຣິມຸງຄຸລທັງຫລາຍ ເຊັ່ນ : ພາຂວັນງານແຕ່ງດອງ , ຂຶ້ນເຮືອນໃຫມ່ , ຄຳຫໍ , ອອກເດືອນ ງານສະຫລອງຕ່າງໆ ແລະເປັນສ່ວນປະກອບຂອງອາຫານທີ່ຈະປະກອບເຂົ້າໃນພິທີຕ່າງໆ ຄືພາເຂົ້າບູຊາພຣະ, ອາຫານໃຫ້ຊ້າງຮຽງເກີຍ.

ພາເຂົ້າຖວາຍເທວະດາຫລວງ, ກໍ່ຈະມີເຂົ້າໂຄບຢູ່ໃນພາເຂົ້າຂອງອາຫານເຄື່ອງກິນໃນຮີດ 12 ຄອງ 14 ສະເໝີ ເພາະເຂົ້າໂຄບແມ່ນມີຄວາມໝາຍ ຄວາມອຸດົມສົມບູນ ຄວາມຈະເຣີນຮຸ່ງເຮືອງ ຈາກເມັດເຂົ້າໜຽວເມັດນ້ອຍໆ ເມື່ອມາເຮັດເປັນເຂົ້າໂຄບແລ້ວ ກໍ່ຈະຕຶ່ງຂຶ້ນ ເມັດໃຫຍ່ ເຟຶ້ອງຟູຂຶ້ນ ແລະສີຂອງເຂົ້າໂຄບ ກໍ່ຈະເປັນສີເຫລືອງ ຄ້າຍຄືສີຄວາມຄວາມຮຸ່ງເຮືອງ ດັ່ງດວງອາທິດ ທີ່ຮຸ່ງແຈ້ງ ເປັນແສງສະຫວ່າງໃຫ້ຜູ້ຄົນແລະທຸກສັບພະສັດໄດ້ເຫັນໂລກະທັດທີ່ກວ້າງໄກ, ດັ່ງຄືແຜ່ນເຂົ້າໂຄບທີ່ສຸກເຫລືອງນັ້ນແລ.

SA Game
Houmphet Manisouk

ເຊິ່ງການເຮັດເຂົ້າໂຄບ ແລະ ມີການຈົດບັນທຶກຢ່າງເປັນທາງການກໍ່ມີໃນສະໄໝຂອງເຈົ້າມະຫາຊິວິດສຸຂະເສີມ (ເຊິ່ງກ່ອນຫນ້ານັ້ນມີແຕ່ບໍ່ມີການຈົດບັນທຶກຫຍັງ) ເຊິ່ງພຣະອົງມີພຣະຣາຊບັງຄັບໃຫ້ປະຊາຊົນ ໃຫ້ເຮັດໄຮ່-ເຮັດນາ ປູກຝ້າຍ ປູກປ່ານ ລ້ຽງມ້ອນ ເອົາໄຫມ ລ້ຽງສັດໃນພຣະນະຄອນຫລວງພຣະບາງ ເຊັ່ນ :

– ບ້ານປະຕູພະລານໄຊຍ໌ , ບ້ານສວນແຖນ, ບ້ານສີຖານ, ບ້ານສີເກີດ ແລະບ້ານວັດທາຕຸ = ໃຫ້ຕີເງິນ-ຕີຄຳ.
– ບ້ານຫລັກ = ໃຫ້ຂາຍເຄື່ອງບໍລິໂພກ.
– ບ້ານປ່າຂາມ , ບ້ານຈູມຄ້ອງ ແລະບ້ານຊຽງມ່ວນ = ໃຫ້ທຽວໄປຄ້າຂາຍທີ່ເມືອງບາງກອກ.
– ບ້ານປ່າໄຜ່ , ບ້ານຂຸມດິນ , ບ້ານວັດໜອງ , ບ້ານຫົວໂພນ , ບ້ານທ່າໂຄກ , ບ້ານກາງ , ບ້ານຊຽງທອງ ແລະ ບ້ານປາກຄານ ໃຫ້ທຽວໄປຄ້າຂາຍທາງພາກເໜືອ.
– ບ້ານຄີລີ , ບ້ານເຂົ້າຂຽບ ( ຫນ້າວັດສີມຸງຄຸລລົງນ້ຳຄານ ) = ໃຫ້ເຮັດເຂົ້າໂຄບ,ເຂົ້າຂຽບ, ຫນັງຟອງ ຂຽບໝູ.
– ບ້ານເຈັ້ຍ = ເຮັດເຈັ້ຍ.
– ບ້ານຫລັກຄຳ , ບ້ານຫົວລາດ = ໃຫ້ເປັນພໍ່ຄ້າ-ແມ່ຄ້າ.
– ບ້ານຊ່າງຫວີ = ໃຫ້ເຮັດຫວີ.
– ບ້ານຝາກພູ = ໃຫ້ເຮັດເຂົ້າປຸ້ນ ແລະທຽວຄ້າຂາຍໄປທາງຫົວພັນ ແລະເມືອງພວນ.

* ສ່ວນຢູ່ນອກພຣະນະຄອນ

– ບ້ານພັນຫລວງ ບ້ານເມືອງງາ = ໃຫ້ເຮັດໝໍດິນ, ດິນຈີ່, ດິນຂໍ.
– ບ້ານຈ່ານ = ເຮັດໄຫ.
– ບ້ານນາຄຳ ແລະບ້ານນາຫງ້າຍ = ໃຫ້ປູກອ້ອຍເພື່ອເຮັດນ້ຳອ້ອຍ.
– ບ້ານກ້ອງເມືອງ = ໃຫ້ທຽວຄ້າລົງໄປເມືອງວຽງຈັນ.
– ບ້ານຜາໂຄມ ເໜືອເມືອງ = ໃຫ້ທຽວຄ້ານ້ຳຂອງແຖວ ນ້ຳເຊືອງ , ນ້ຳອູ , ນ້ຳແບງ , ນ້ຳທາ , ສິບສອງປັນນາ , ສິບສອງຈຸໄທ.
– ບ້ານຫາດຮ່ຽນ = ໃຫ້ຕີເຫລັກ.
– ບ້ານຢູ່ແຖວນ້ຳອູ, ນ້ຳເຊືອງ , ນ້ຳຄານ ໃຫ້ຕັ້ງຈີບ ຕັ້ງສ້ອນ , ຄັ້ງຄ້າງ , ຕັ້ງຫລີ່ , ຕັ້ງຈັ່ນ ພາຍລຸນຕໍ່ມາ ສົມເດັດພຣະເຈົ້າສີຼສະຫວ່າງວົງສ໌ ຊົງມີພຣະຣາຊອົງການ ລົງວັນທີ 20 ພະຈິກ 1928 ຫ້າມບໍ່ໃຫ້ຕັ້ງຈັ່ນເພາະເປັນລະດູປາຂຶ້ນ. ( ນີ້ຄືການຈົດບັນທຶກຂອງເຈົ້າຄຳໝັ້ນ ວົງກົຕຣັຕນະ ພິມແຈກໃນງານສະຫລອງອາຍຸ ຄົບ 75 ປິ ພິມເມື່ອປີ 1961.
ເຊິ່ງບັນພະບູຣຸດຂອງຜູ້ຂ້າ ທີ່ຂ້າພະເຈົ້າເຄີຍເຫັນມາແຕ່ແມ່ເຖົ້າໝ່ອນຈັນເພັງ ມະນູພັດ ແມ່ເຖົ້າຈັນເພັງ ອຸດົມພົງ ແລະແມ່ທອງຈັນ ມະນີສຸກ ທີ່ເພິ່ນສຶບການເຮັດເຂົ້າໂຄບມາແຕ່ບັນພະບູຣຸດທີ່ສຶບມາແລ້ວນັ້ນ ກໍ່ຍັງເຮັດແລະອະນຸລັກ-ຮັກສາໄວ້ສະເໝີມາ ເພາະບັນດາບັນພະບູຣຸດຂອງຜູ້ຂ້າແມ່ນຢູ່ແຖວບ້ານຄີລີ-ຊຽງທອງ-ໂພນເຮືອງ ເຊິ່ງກ່ຽວກັບກັບບ້ານທີ່ມີມູນເຊື່ອທີ່ເຮັດເຂົ້າໂຄບ-ເຂົ້າຂຽບ ແລະຍາດພີ່ນ້ອງກໍ່ເຮັດແບບນີ້ສຶບມາ.

SA Game
Houmphet Manisouk

ເຮືອນແມ່ເຖົ້າຫມ່ອນຈັນເພັງ ຕິດກັບໂຮງເຈົ້າຣາຊສັມພັນທະວົງ ເມື່ອແມ່ເຖົ້າໝ່ອນເພິ່ນເຮັດໄປຂາຍທີ່ຕະຫລາດແລ້ວ ທາງໂຮງຣາຊສັມພັນ ເພິ່ນກໍ່ມາຊື້ໄປ ເປັນປະຈຳ.

ເຮືອນແມ່ເຖົ້າຈັນສຸກ ເມື່ອເພິ່ນຍ້າຍອອກຈາກເຮືອນແມ່ເຖົ້າໝ່ອນ ໄປຢູ່ຫນ້າວັດຄີລີແລ້ວ ເພິ່ນກໍ່ພາລູກຫລານສຶບທອດການເຮັດ ເຂົ້າໂຄບ ໜັງຟອງ ຂຽບໝູ ໄສ້ອົ່ວ ສົ້ມໄຂ່ປາເລີມ-ປາບືກ, ສົ້ມຊິ້ນໝູ ໄປຂາຍຢູ່ທີ່ຕະຫລາດດາຣາ (ຕອນເຊົ້າ) ສ່ວນຕອນແລງມາຂາຍຢູ່ຕະຫລາດບ້ານຫລັກຄຳ (ແຄມນ້ຳຄານ) ດຽວນີ້ບໍ່ມີແລ້ວ.
ເມື່ອປະມານປີ 1975-1977 ເຈົ້າມະຫາຊີວິດສີຼສະຫວ່າງວັດທະນາ ກ່ອນຈະໄປສັມມະນາຢູ່ທີ່ແຂວງຫົວພັນ ເພິ່ນສະເດັດອອກຈາກພຣະຣາຊວັງ ມາຢູ່ເຮືອນບ້ານກາງ ແຄມຂອງ ເພິ່ນກໍ່ສັ່ງໃຫ້ພໍ່ຄົວຂອງເພິ່ນ ( ພໍ່-ແມ່ ເອີ້ນວ່າ ອ້າຍມາ ) ແມ່ນມາຊື້ເຄື່ອງກິນປະເພດເຂົ້າໂຄບ+ ຂຽບໝູ+ ໄສ້ອົ່ວນຳແມ່ເຖົ້າຈັນສຸກ ເຂົ້າໄປຖວາຍເພິ່ນສະເໝີ.
ເຊິ່ງໃນສະໄໝກ່ອນນັ້ນການບັນຈຸເຂົ້າໂຄບ ຂຽບຫມູ ຍັງບໍ່ມີຖົງຢາງໃສ່ ບັນຈຸຄືດັ່ງທຸກມື້ນີ້ ແຕ່ສະໄໝກ່ອນເພິ່ນກໍ່ມີວິທີການຄື :

– ເຂົ້າໂຄບເພິ່ນຈະເອົາໄມ້ຕ໋ອກຫນຶ່ງເສັ້ນຂອດກົ້ນແລ້ວ ເຈາະໃສ່ກາງແຜ່ນເຂົ້າໂຄບຮ້ອຍເປັນຈຳນວນ 5-10 ແຜ່ນ.
– ສ່ວນຂຽບໝູ ແມ່ນຈະນຳເອົາມາມັດໃສ່ໄມ້ຕອກເປັນຈຳນວນ 3-5 ຕ່ອນເຂົ້າກັນ ແລ້ວໃສ່ກະຕ່າກຽມໄປຂາຍທີ່ຕະຫລາດ .

ດຽວນີ້ ເຂົ້າໂຄບ ກໍ່ຍັງສຶບທອດການເຮັດ ໄວ້ໃຫ້ລູກຫລານໄດ້ເຫັນໄດ້ຮູ້ຈັກ ເພາະສິ່ງນີ້ກ່ຽວພັນກັບປະຫວັດສາດຂອງຄອບຄົວ ທີ່ມີມາຢ່າງດົນນານ ໃຜສັ່ງຈຶ່ງເຮັດໃຫ້ກິນ ເພາະຄອບຄົວເຮັດເປັນບາງຄັ້ງຄາວເທົ່ານັ້ນ ມື້ນີ້ຈຶ່ງຂຽນປະຫວັດຂອງຄວາມເປັນາຂອງເຂົ້າໂຄບຫລວງພຣະບາງ ທີ່ດຽວນີ້ຜູ້ຄົນແມ່ນຈະມັກກິນກັບເຄື່ອງກິນປະເພດຕ່າງໆ ເຊັ່ນ : ເຂົ້າປຸ້ນ, ເຂົ້າແລ້ງຟືນ, ເຝີ ກິນຫລິ້ນໆກໍ່ໄດ້ ຫລືເອົາໄປເຮັດໝ້ຽງຄຳ ແບບຫລວງພຣະບາງ ກໍ່ໄດ້ ເພາະນີ້ຄືຫົວໃຈຫລັກຂອງການເຮັດໝ້ຽງຄຳ …

ໃຜສົນໃຈຕິດຕໍ່ທາງເຟດໄດ້ເນີ ເພາະໃກ້ປີໃຫມ່ລາວແລ້ວ ທຸກເຮືອນເມື່ອນຳເອົາພຣະພຸດທະຮູບລົງຫົດສົງ ກໍ່ຈະເຮັດພາເຂົ້າໄປບູຊາ ເຮັດກະໂທງບູຊາເສົາເຮືອນ ແລະເຮັດເຄື່ອງກິນໄປວັດ ກໍ່ຈະມີສ່ວນປະກອບຂອງບູຮານທີ່ທຸກຄົນຫລົງລືມໄປແລ້ວ ນັ້ນກໍ່ຄືເຂົ້າໂຄບ ນີ້ເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Art and Culture of Laos