ສຽງແຄນລາວເຂົ້າໜຽວ ມູມສິລະປິນຂອງປະທານປະເທດ ສປປ ລາວ
ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ກັບອີກບົດບາດແບບສິນລະປິນ ທົດລອງເປົ່າແຄນລາວ
ແຄນລາວສຽງແຄນລາວຄືຄວາມພາກພູມໃຈຂອງປະຊາຊົນລາວທົ່ວປະເທດ ແລະ ໃນໂອກາດນີ້ ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງອອກອີກໃນບົດບາດໜຶ່ງໂດຍການທົດລອງເປົ່າແຄນ ນີ້ກໍເປັນມຸມແຫ່ງສິນລະປະທົດລອງເປົ່າແຄນຂອງທ່ານ ປະທານປະເທດແຫ່ງ ສປປລາວ, ໃນໂອກາດທີ່ສາມະຄົມສຽງແຄນລາວເຂົ້າພົບ.
I. ເວັບໄຊທາງການຂອງຢູເນສໂກລະບຸວ່າ:
II. ແຄນລາວມີ 04 ຊະນິດດ້ວຍກັນ ແລະ ປະກອບດ້ວຍວັດຖຸ 04 ຢ່າງຄື:
ໄມ້ລູກແຄນ ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼຶ ເງິນ ແລະ ຂີ້ສູດທີ່ນຳໄຊ້ເພື່ອຕິດຮູແຄນ:
(ໜື່ງ). ແຄນຫົກ, ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ:
1. ມີລູກແຄນຂ້າງລະ 06 ລູກ,
2. ມີສຽງນຳກັນ 05 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ;
(ສອງ). ແຄນເຈັດ, ເປັນແຄນສໍ່າກາງ:
1. ມີລູກແຄນຂ້າງລະ 07 ລູກ,
2. ແຄນສໍ່າກາງນິຍົມເປົ່າໃສ່ດົນຕີອື່ນໆ,
3. ມີສຽງນຳກັນ 07 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ;
(ສາມ). ແຄນແປດ, ເປັນແຄນສໍ່າກາງ ທີ່ໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ:
1. ມີລູກແຄນຂ້າງລະ 08 ລູກ,
2. ນຳໄຊ້ສຳລັບເປົ່າດ່ຽວ ໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ,
3. ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່;
(ສີ່). ແຄນເກົ້າ, ເປັນແຄນໃຫຍ່ສຸດ,
1. ມີລູກແຄນຂ້າງລະ 09 ລູກ,
2. ແຄນຊະນິດນີ້ແມ່ນແຄນທີ່ນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ ແລະ ລຳນິທານແຕ່ເກົ່າ,
3. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ,
4. ແຕ່ໃນບາງເຂດກໍມີການຄົບງັນບຸນປະເພນີດ້ວຍສຽງແຄນຊະນິດນີ້ຢູ່.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: Sourioudong Sundara