ລາວ- ສປປ ເກົາຫລີ ເຊັນບົດບັນທືກຮ່ວມມືດ້ານຖະແຫລງຂ່າວ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ດ້ານຖະແຫລງຂ່າວ ສປປ ລາວ-ສປປ ເກົາຫລີ.
ໃນວັນທີ 02 ມິຖຸນາ 2021, ໄດ້ມີພີທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານຖະແຫລງຂ່າວ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການຖະແຫລງຂ່າວ ແຫ່ງ ສາທາ ລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ຢູ່ທີ່ ກະຊວງການຕ່າງປະເທດ ຂອງ ສປປ ເກົາຫລີ.
ໂດຍຕາງໜ້າກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຫ່ງ ສປປ ລາວ ແມ່ນ ທ່ານ ສີສະຫວາດ ຄໍາສາລີ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແລະ ຕາງໜ້າຄະນະກຳມະການຖະແຫລງຂ່າວ ແຫ່ງ ສປປ ເກົາຫລີ ແມ່ນ ທ່ານ ໂຈ ຢອງ ຊາມ, ຮອງປະທານຄະນະກຳມະການຖະແຫລງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຮ່ວມລົງນາມ.
ໃນໂອກາດນີ້, ທ່ານ ສີສະຫວາດ ຄໍາສາລີ ໄດ້ກ່າວສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືທາງດ້ານຖະແຫລງຂ່າວ ລະ ຫວ່າງ
ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການຖະແຫລງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາ ທິປະໄຕ ເກົາຫລີ.
ບົດບັນທຶກຄວາມເຂົ້າໃຈ ວ່າດວຍການຮ່ວມມືດ້ານຖະແຫລງຂ່າວ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການຖະແຫລງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ມີຜົນບັງ ຄັບໃຊ້ເປັນເວລາ 05 ປີ ແລະ ສາມາດສືບຕໍ່ມີຜົນບັງຄັບໃຊ້ຢ່າງອັດຕະໂນມັດຕໍ່ໆໄປ ຖ້າບໍ່ມີຝ່າຍໃດໜຶ່ງສະເໜີຂໍລົບລ້າງ.
ໃນຕອນທ້າຍ, ທ່ານ ສີສະຫວາດ ຄໍາສາລີ, ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ໂຈ ຢອງ ຊາມ, ຮອງປະທານຄະນະກຳມະການຖະແຫລງຂ່າວ ຂອງ ສປປ ເກົາຫລີ ທີ່ ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານການຖະແຫລງຂ່າວຂອງສອງປະເທດ
ແລະ ຄຳເວົ້າອັນດີງາມຂອງ ທ່ານ ໂຈ ຢອງ ຊາມ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ.
ພ້ອມດຽວກັນນັ້ນ, ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດລາວ-ເກົາຫລີ ຈົ່ງສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ.
ຂອບໃຈແຫລ່ງທີ່ມາ: ຂປລ.